site cov (86)
ກິນອາຫານແບບລະອຽດຫຍ້ຳຊ້າໆ ມີປະໂຫຍດຕໍ່ສຸຂະພາບແນວໃດ?
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 April, 2025

ເຖິງແມ່ນວ່າຫຼາຍຄົນຈະລື້ງເຄີຍກັບການກິນແບບອັດຕະໂນມັດ, ມືຕັກອາຫານໃສ່ປາກໃນຂະນະທີ່ສາຍຕາກໍ່ຈັບຈ້ອງທີ່ຈໍໂທລະທັດ ຫຼື ໂທລະສັບມືຖືໄປນຳ, ເຮັດໃຫ້ອາຫານຖືກກືນລົງທ້ອງຢ່າງວ່ອງໄວຈົນໝົດຈານໄປໂດຍບໍ່ຮູ້ຕົວ.

 

ແຕ່ກໍ່ມີໜ້ອຍຄົນທີ່ຈະຮູ້ວ່າ ຫາກປັບປ່ຽນພຶດຕິກຳມາກິນອາຫານໃຫ້ຊ້າລົງໂດຍຄ່ອຍໆ ຫຍ້ຳຢ່າງມີສະຕິ ກັບຈະສົ່ງຜົນດີຕໍ່ສຸຂະພາບຢ່າງມະຫາສານ.

 

ຈັງຫວະການຫຍ້ຳກືນຄຳເຂົ້າ ມີອິດທິພົນຕໍ່ການດຳລົງຊີວິດ ແລະ ຄຸນນະພາບຊີວິດຂອງພວກເຮົາຢ່າງຄາດບໍ່ເຖິງ, ຕັ້ງແຕ່ເລື່ອງປະສິດທິພາບຂອງການຍ່ອຍ ແລະ ການເຮັດວຽກຂອງລະບົບທາງເດີນອາຫານ, ການເກີດຄວາມຮູ້ສຶກອິ່ມ ແລະ ພໍໃຈໃນມື້ອາຫານ, ໄປຈົນເຖິງການຄວບຄຸມນ້ຳໜັກ ແລະ ການດູແລສຸຂະພາບໂດຍລວມ.

 

ຫຍ້ຳຊ້າໆ ຊ່ວຍຍ່ອຍອາຫານໄດ້ດີຂຶ້ນ

 

ລິເວຍ ຮາເຊກາວະ ນັກໂພຊະນາການຊຶ່ງສຳເລັດການສຶກສາຈາກມະຫາວິທະຍາໄລເຊົາເປົາໂລຂອງບຣາຊິວ ອະທິບາຍເຖິງເລື່ອງນີ້ວ່າ “ການຫຍ້ຳອາຫານໃນປາກຢ່າງຊ້າໆ ຊ່ວຍເຮັດໃຫ້ອາຫານຂະໜາດໃຫຍ່ມີຂະໜາດນ້ອຍລົງ ຊຶ່ງກໍ່ຈະສົ່ງຜົນໃຫ້ຍ່ອຍງ່າຍຂຶ້ນຕາມໄປດ້ວຍ.

 

ຂ້ອຍມັກຈະເວົ້າເຕືອນຄົນເຈັບຊຶ່ງມາບຳບັດທີ່ຄລີນິກຂອງຕົວເອງ ດ້ວຍການປຽບທຽບໃຫ້ພວກເຂົາເຫັນພາບຢ່າງງ່າຍໆ ວ່າ ກະເພາະອາຫານນັ້ນບໍ່ມີແຂ້ວ.

 

ຫາກເຮົາກືນອາຫານຄຳໃຫຍ່ລົງໄປ ຂະບວນການຍ່ອຍກໍ່ຈະຊ້າລົງ ແລະ ມີປະສິດທິພາບຫຼຸດລົງ.”

 

ຮາເຊກາວະຍັງກ່າວເສີມວ່າ “ນອກຈາກນີ້ ການຫຍ້ຳເຂົ້າຫຼາຍຄັ້ງຍັງຊ່ວຍກະຕຸ້ນການຜະລິດເອນໄຊມ໌ຊ່ວຍຍ່ອຍໃນນ້ຳລາຍ ຊຶ່ງກໍ່ຈະສົ່ງຜົນໃຫ້ການດູດຊຶມສານອາຫານຂອງຮ່າງກາຍດີຂຶ້ນ.”

 

ຫາກອາຫານຖືກກືນລົງທ້ອງໄປທັງທີ່ຍັງບໍ່ໄດ້ຫຍ້ຳໃຫ້ລະອຽດພໍ ກະເພາະອາຫານຈະຕ້ອງເຮັດວຽກໜັກຂຶ້ນ ຈົນເກີດອາການທ້ອງອືດ ແລະ ອາຫານບໍ່ຍ່ອຍໄດ້.

 

“ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງບາງຄົນຮູ້ສຶກແໜ້ນທ້ອງ ແລະ ເຊື່ອງຊ້າຢູ່ດົນຫຼາຍຊົ່ວໂມງຫຼັງມື້ອາຫານ” ຮາເຊກາວະກ່າວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ