site cov (91)
3 ສູດພື້ນຖານການຈັດການເງິນ ອອມເງິນແນວໃດ? ບໍ່ໃຫ້ລົ້ມກາງທາງ ຕັ້ງແຕ່ເລີ່ມເຮັດວຽກ ຈົນເຖິງວາງແຜນບຳນານ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 April, 2025

ຫຼາຍຄົນຢາກວາງແຜນການເງິນ ແຕ່ພໍລົງມືຕົວຈິງກັບຮູ້ສຶກວ່າ “ເປັນຫຍັງມັນຍາກແທ້” ບາງຄົນອ່ານປຶ້ມການເງິນມາເປັນສິບຫົວ, ເບິ່ງຄລິບ YouTube ເປັນຮ້ອຍຄລິບ ຫຼື ດາວໂຫຼດແອັບຈົດບັນຊີໄວ້ເຕັມເຄື່ອງ, ແຕ່ສຸດທ້າຍ ແຜນການເງິນທີ່ຄິດໄວ້ ກໍຍັງຢູ່ແຕ່ໃນຫົວ ຫຼື ບໍ່ກໍພັງຕັ້ງແຕ່ສິ້ນເດືອນທຳອິດ ຖ້າເຄີຍພົບບັນຫາແບບນີ້ ລອງເລີ່ມຕົ້ນໃໝ່ດ້ວຍວິທີງ່າຍໆ ກັບ 3 ສູດພື້ນຖານການບໍລິຫານຈັດການເງິນລາຍເດືອນ ທີ່ຕັ້ງແຕ່ຄົນເລີ່ມຕົ້ນ ໄວເຮັດວຽກ ເຖິງກຸ່ມຄົນຢາກວາງແຜນບຳນານ ສາມາດນຳໄປປັບໃຊ້ໄດ້

3 ສູດອອມເງິນ ທິດສະດີພື້ນຖານ ທີ່ໃຜກໍເຮັດໄດ້

 

ສູດທີ 1:

20-30-50 (ເໝາະກັບສາຍ “ຫາກໍເລີ່ມຕົ້ນ” ບໍ່ຕ້ອງຄິດຫຼາຍ)

 

ວິທີການອອມເງິນງ່າຍໆ ທີ່ທຸກຄົນສາມາດເລີ່ມຕົ້ນເຮັດໄດ້ ບໍ່ຈຳເປັນຕ້ອງມີພື້ນຖານ ຫຼື ທັກສະທາງການເງິນ ໂດຍເລີ່ມຕົ້ນບໍລິຫານຈັດການໄດ້ຕາມນີ້:

 

  • 20% ເງິນອອມສຳລັບອະນາຄົດ ເຊັ່ນ: ເງິນອອມສຳຮອງສຸກເສີນ, ເງິນອອມເພື່ອການກະສຽນ ເປັນຕົ້ນ
  • 30% ເງິນໃຊ້ເພື່ອການດຳລົງຊີວິດ ເຊັ່ນ: ຄ່າອາຫານ, ຄ່າເດີນທາງ ເປັນຕົ້ນ
  • 50% ເງິນໃຊ້ທີ່ຈຳເປັນ ເຊັ່ນ: ຄ່າໃຊ້ຈ່າຍທີ່ຈຳເປັນໃນຊີວິດປະຈຳວັນ ໄດ້ແກ່ ຄ່າເຮືອນ, ຄ່າລົດ, ຄ່າອາຫານ, ຊຳລະໜີ້ ເປັນຕົ້ນ

 

ສູດທີ 2:

ອອມເງິນຢ່າງໝັ້ນຄົງດ້ວຍສູດການເງິນ 6 ສ່ວນ

 

(ເໝາະສຳລັບຄົນທີ່ເລີ່ມຈັບທາງໄດ້ ແລະ ຢາກບໍລິຫານເງິນໃຫ້ຮອບດ້ານ) ສູດນີ້ເປັນການບໍລິຫານການເງິນທີ່ຈະແບ່ງລາຍຈ່າຍ ແລະ  ເງິນອອມດ້ວຍກັນ 6 ສ່ວນ:

 

  • ກະປຸກທີ 1 ເງິນອອມສຳລັບຊີວິດຫຼັງບຳນານ 15%

 

  • ກະປຸກທີ 2 ເງິນອອມໃນການລົງທຶນ 10%

 

  • ກະປຸກທີ 3 ເງິນອອມເພື່ອໃຊ້ສະແຫວງຫາຄວາມຮູ້ 10%

 

  • ກະປຸກທີ 4 ເງິນໃຊ້ເພື່ອຄວາມຈຳເປັນ 55%

 

  • ກະປຸກທີ 5 ເງິນເພື່ອໃຫ້ລາງວັນແກ່ຕົນເອງ 5% ແບ່ງເງິນຈາກລາຍຮັບມາໃຫ້ລາງວັນຕົນເອງນ້ອຍໆ ເພື່ອຂອບໃຈທີ່ທຸ້ມເທ ແລະ ພະຍາຍາມມາໃນທຸກໆເດືອນ

 

  • ກະປຸກທີ 6 ເງິນເພື່ອການບໍລິຈາກ 5% ແບ່ງເງິນເພື່ອບໍລິຈາກ ຫຼື ເຮັດບຸນໃນທຸກໆເດືອນ ເຊິ່ງສ່ວນນີ້ຈະສາມາດນຳມາຫຼຸດຫຍ່ອນພາສີໄດ້ດ້ວຍ

 

ສູດທີ 3:

ວາງແຜນໄລຍະຍາວຈົນບຳນານ (ເໝາະກັບຄົນທີ່ເລີ່ມຄິດເລື່ອງ “ຊີວິດຫຼັງໄວເຮັດວຽກ”)

 

ການວາງແຜນບຳນານຄວນຕັ້ງເປົ້າໝາຍທາງການເງິນ ແລະ ປະເມີນລາຍຈ່າຍໃນອະນາຄົດຂອງຕົນເອງຄ່າວໆ ວ່າ ຫາກບຳນານໄປແລ້ວຈະຕ້ອງມີເງິນເທົ່າໃດ ແລະ ຖ້າຈະຕ້ອງໃຊ້ເງິນຈຳນວນເທົ່ານີ້ ຈະຕ້ອງອອມເງິນຕໍ່ເດືອນເທົ່າໃດ ໂດຍຈະມີສູດການຄຳນວນໜ້ອຍໜຶ່ງ ໂດຍຄິດດັ່ງນີ້:

 

(ອາຍຸທີ່ຄາດວ່າຈະມີຊີວິດ – ອາຍຸກະສຽນ) x ລາຍຈ່າຍຕໍ່ປີ ÷ ໄລຍະເວລາທີ່ເຫຼືອໃນການຫາເງິນ = ຈຳນວນເງິນທີ່ຕ້ອງເກັບອອມ

 

ຕົວຢ່າງ: ຖ້າຢາກກະສຽນຕອນອາຍຸ 60 ແລະ ຢາກມີຊີວິດຮອດ 80 ປີ ເຮົາຕ້ອງໃຊ້ເງິນເທົ່າໃດ?

 

ສົມມຸດ ເຮົາຈະໃຊ້ປີລະ 200,000 ກີບ  (80-60) x 200,000 ÷ ຈຳນວນປີທີ່ຍັງເຮັດວຽກໄດ້ ເຊັ່ນ ເຫຼືອເວລາເກັບເງິນອີກ 30 ປີ = ຕ້ອງເກັບປີລະ 133,333ກີບ ຫຼື ເດືອນລະ 11,111ກີບ ນັ່ນເອງ

 

ສຸດທ້າຍແລ້ວ ແຜນການເງິນທີ່ດີທີ່ສຸດ ບໍ່ແມ່ນແຜນທີ່ວາງລະອຽດທີ່ສຸດ ແຕ່ອາດເປັນພຽງແຜນທີ່ເໝາະກັບເຮົາ ແລະ ສາມາດເລີ່ມລົງມືເຮັດໄດ້ທັນທີ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ