Copy of site cover (13)
ອາເຊນອລ 2-2 ຄຣິສຕັລ ພາເລສ: ຊາລິບາເຮັດຜິດພາດ! ອາເຊນໍເສຍ 3 ຄະແນນສຳຄັນ ໃນຂະນະທີ່ລິເວີພູລມີໂອກາດຄອງແຊມພຣີເມຍລີກ
ຮຽບຮຽງໂດຍ:kaling
ເຜີຍແຜ່: 24 April, 2025
ໝວດ: ກິລາ

ໃນການແຂ່ງຂັນພຣີເມຍລີກ, ອາເຊນອລ ສະເໝີກັບ ຄຣິສຕັລ ພາເລສ 2-2. ເຖິງແມ່ນວ່າພວກເຂົາຈະນຳໜ້າສອງຄັ້ງ, ແຕ່ກໍຖືກຕີເສມີໃນຊ່ວງທ້າຍເກມ ຍ້ອນຄວາມຜິດພາດຂອງ ວີລຽມ ຊາລິບາ. ຜົນການແຂ່ງຂັນນີ້ສົ່ງຜົນໃຫ້ ລິເວີພູລ ໃກ້ຈະໄດ້ເປັນແຊມລີກ ຖ້າຫາກບໍ່ແພ້ຕໍ່ສະເປີສໃນເກມຕໍ່ໄປ.

ການແຂ່ງຂັນພຣີເມຍລີກ 2024/25 ລະຫວ່າງ ອາເຊນອລ ແລະ ຄຣິສຕັລ ພາເລສ ທີ່ສະໜາມ ເອມີເຣດ ສະຕາດຽມ, ລອນດອນ, ປະເທດອັງກິດ, ວັນພຸດທີ 23 ເມສາ 2025.

ພຽງແຕ່ນາທີທີ 3, ອາເຊນອລ ໄດ້ປະຕູນຳ 1-0 ຈາກຈັງຫວະໄດ້ລູກຟຣີຄິກ, ເຊິ່ງ ມາຕິນ ໂອເດກາດ ເປີດບອນເຂົ້າໃນເຂດໂທດ, ແລະເປັນ ຢາຄູບ ຄີວິອໍ ຂຶ້ນໂຂກບອນເຂົ້າປະຕູຢ່າງສວຍງາມ.

ໃນນາທີທີ 23, ເຈົ້າຂອງບ້ານເກືອບໄດ້ປະຕູເພີ່ມ ຈາກລູກຍິງຂອງ ເດແຄລນ ໄຣສ໌ ທີ່ບອນຫຼຸດກອບໄປພຽງເລັກນ້ອຍ.

ໃນນາທີທີ 27, ພາເລສ ຕີເສມີ 1-1 ຈາກຈັງຫວະໄດ້ລູກເຕະມຸມ, ເຊິ່ງ ອາດາມ ວໍຕັນ ເປີດບອນຍ້ອນມາຕາມເສັ້ນເຂດໂທດ, ແລະເປັນ ເອເບເຣຊີ ເອເຊ ແລ່ນເຂົ້າມາວອລເລ, ບອນກະດອນພື້ນເຊັດເສົາເຂົ້າໄປ.

ແຕ່ໃນນາທີທີ 42, “ໄອ້ປືນໃຫຍ່” ຂຶ້ນນຳອີກຄັ້ງເປັນ 2-1 ຈາກ ເລອັນໂດຣ ທຣອສຊາ ທີ່ຍິງດ້ວຍຊ້າຍ, ບອນແສບ ແມັກຊັອງ ລາຄຣົວສ໌ ບຽດເສົາເຂົ້າໄປ.

ຈົບເຄິ່ງແລກ, ອາເຊນອລ ນຳ ຄຣິສຕັລ ພາເລສ 2-1.

ໃນນາທີທີ 66, ພາເລສ ເກືອບໄດ້ປະຕູຕີເສມີຈາກຈັງຫວະທີ່ ມາກ ເກຮີ ໂໝ່ງບອນຢ້ອຍໆ, ເຊິ່ງ ດາບິດ ຣາຢາ ຜູ້ຮັກສາປະຕູ ອາເຊນອລ ປັດບອນອອກຫຼັງໄປໄດ້.

ອາເຊນອລ ໃກ້ໄດ້ປະຕູທີສາມຫຼາຍ, ຈາກຈັງຫວະທີ່ ກາເບຣຽລ ມາຕີເນລີ ພາບອນໄປເຖິງເສັ້ນຫຼັງ, ກ່ອນເປີດເຂົ້າມາໜ້າປະຕູ, ເຊິ່ງ ບູຄາໂຢ ຊາກາ ຕົວສຳຮອງ ຍິງດ້ວຍຊ້າຍ, ແຕ່ ດີນ ເຮນເດີສັນ ຜູ້ຮັກສາປະຕູ ພາເລສ ເຊັບໄດ້ຢ່າງຍອດຢ້ຽມ.

ໃນນາທີທີ 83, ພາເລສ ຕີເສມີ 2-2 ຈາກຄວາມຜິດພາດຂອງ ວີລຽມ ຊາລິບາ ກອງຫຼັງ ອາເຊນອລ ທີ່ສົ່ງບອນໃຫ້ເພື່ອນບໍ່ດີ, ແລະເປັນ ຊັອງ-ຟີລິບປ໌ ມາເຕຕາ ຫົວຫອກສຳຮອງທີມຢ້ຽມ ແຍ່ງບອນມາຄອງໄດ້, ແລະສາມາດຍິງໄກໄດ້ທັນທີ, ບອນລອຍເຊັດໃຕ້ຄານເຂົ້າໄປຢ່າງງົດງາມ.

ຊ່ວງເວລາທີ່ເຫຼືອບໍ່ມີປະຕູເພີ່ມ. ຈົບເກມ, ອາເຊນອລ ເຮັດໄດ້ພຽງແຕ່ເປີດບ້ານສະເໝີ ຄຣິສຕັລ ພາເລສ 2-2, ເກັບເພີ່ມເປັນ 67 ຄະແນນ ຈາກການລົງແຂ່ງ 34 ນັດ, ຕາມ ລິເວີພູລ ຈ່າຝູງ ທີ່ລົງແຂ່ງໜ້ອຍກວ່າໜຶ່ງນັດ 12 ຄະແນນ. ນັ້ນໝາຍຄວາມວ່າ “ໝາກນົກແດງ” ຈະການັນຕີແຊມທັນທີ ຂໍພຽງແຕ່ບໍ່ແພ້ໃນເກມເປີດບ້ານພົບ ທັອດແນມ ຮັອດສະເປີ ວັນອາທິດທີ 27 ເມສານີ້.

ລາຍຊື່ຜູ້ຫຼິ້ນຕົວຈິງທັງສອງທີມ:

ອາເຊນອລ (4-3-3) – ດາບິດ ຣາຢາ; ເຢີເຣຍນ ທິມເບີ, ວີລຽມ ຊາລິບາ, ຢາຄູບ ຄີວິອໍ, ໄມລ໌ ລູອິສ-ສະເຄລີ; ມາຕິນ ໂອເດກາດ, ໂທມັສ ປາເຕ, ເດແຄລນ ໄຣສ໌; ຣາຮີມ ສະເຕີລິງ, ກາເບຣຽລ ມາຕີເນລີ, ເລອັນໂດຣ ທຣອສຊາ

ຄຣິສຕັລ ພາເລສ (3-4-2-1) – ດີນ ເຮນເດີສັນ; ເຢັຟເຟີຊອນ ເລີມາ, ແມັກຊັອງ ລາຄຣົວສ໌, ມາກ ເກຮີ; ດາເນຍລ ມູນຍອສ, ອາດາມ ວໍຕັນ, ໄດອິຈິ ຄາມາດະ, ໄທຣິກ ມິດເຊລ; ຈັສຕິນ ເດເວນນີ, ເອເບເຣຊີ ເອເຊ; ເອັດດີ ເອັນເຄເຕຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
661.03
672.27
european-union
EUR
23,843
24,321
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 6 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,500,000
43,030,000
42,017,000
43,139,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-06T163343.756
ຂ່າວຕ່າງປະເທດລາຍງານໂຮງໄຟຟ້າເກົາຫຼີໃຕ້ຖະຫຼົ່ມ ລະຫວ່າງກຽມຮື້ຖອນ ພົບຄົນຕິດໃຕ້ຊາກຢ່າງໜ້ອຍ 7 ຄົນ
jane - 2025-11-06T154548.563
ແຈ້ງເຕືອນ ເຝົ້າລະວງນ້ຳຖ້ວມຊຸ ແລະ ດິນເຈື່ອນ.ພາຍຸໃຕ້ຝຸ່ນ KALMAEGI ຄາດວ່າໃນຕອນຄ່ຳຂອງວັນທີ 6 ພະຈິກ ແຈ້ງການດັ່ງລຸ່ມນີ້:
jane - 2025-11-06T152102.931
ສານ ແຂວງອຸດົມໄຊ ຕັດອິດສະຫລະພາບຈຳເລີຍ ຈຳຄຸກ 5 ປີ ປັບໃໝ 10,000,000 ກີບຂໍ້ຫາມີຢາເສບຕິດ 76 ເມັດ ໄວ້ໃນຄອບຄອງ
pele - 2025-11-06T145000.718
ແຂວງຫຼວງພະບາງ ທຳລາຍຢາເສບຕິດ ຫຼາຍກວ່າ 35,900 ເມັດ
pele - 2025-11-06T140616.002
ພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ
jane - 2025-11-06T134642.386
ຮອງນາຍຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ສປຊ ຄັ້ງທີ 02
jane - 2025-11-06T113735.879
ປະກາດ! ຂ່າວດີສໍາຫຼັບນ້ອງໆສີ່ຂາສັກວັກຊີນປ້ອງກັນພະຍາດໃຫ້ໝາ ແລະ ແມວ (ຟຣີ) ວັນທີ 11-12 ພະຈິກ 2025 ທີ່ໂຮງໝໍປິ່ນປົວສັດຄະນະກະເສດສາດ ມຊ
jane - 2025-11-06T102724.012
ເບິ່ງດວງປະຈຳ ວັນທີ 06 ພະຈິກ 2025 ດັ່ງລຸ່ມນີ້:
jane - 2025-11-06T094301.942
ໃນວັນທີ 06/11/2025 ເວລາ 00:50 ນາທີ ເກີດເຫດລົດໃຫ່ຍຕຳເສົາໄຟ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
jane - 2025-11-06T092516.937
ລາຍງານສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍ ກວ່າ 2.5 ໄມຄຣອນ (PM 2.5) ່ ປະຈຳວັນທີ 06 ພະຈິກ 2025 ແຕ່ລະຈຸດມີດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ