site cover - 2025-04-25T105659.467
ອິນເດຍປິດເມືອງທ່ອງທ່ຽວເປັນມື້ທີ 2 ຫຼັງເຫດການຍິງ 26 ສົບ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 25 April, 2025

ພາຮັລກາມ 24 ເມສາ – ອິນເດຍປິດເມືອງພາຮັລກາມ (Pahalgam) ໃນລັດຈັມມູ ແລະ ແຄຊເມຍ ທາງຕາເວັນຕົກສຽງເໜືອຂອງປະເທດ ເປັນມື້ທີ 2 ຕິດຕໍ່ກັນໃນມື້ນີ້ ຫຼັງເກີດເຫດກຸ່ມຄົນຖືປືນຍິງນັກທ່ອງທ່ຽວເສຍຊີວິດ 26 ຄົນ ບາດເຈັບ 17 ຄົນ ເມື່ອວັນອັງຄານທີ 22 ເມສາ

 

ຄຳສັ່ງປິດເມືອງມີຂຶ້ນຕັ້ງແຕ່ມື້ວານນີ້ ເຮັດໃຫ້ບັນຍາກາດທັງເມືອງງຽບເຫງົາ ໂຮງຮຽນ ສະຖານສຶກສາ ໂຮງແຮມ ແລະ ຮ້ານຄ້າຕ່າງໆ ປິດບໍລິການ ຖະໜົນຫົນທາງປາສະຈາກພາຫະນະສັນຈອນ ຫຼັງເກີດເຫດການທີ່ອິນເດຍລະບຸວ່າເປັນການກໍ່ການຮ້າຍ ແລະ ເປັນການໂຈມຕີພົນລະເຮືອນຄັ້ງຮ້າຍແຮງທີ່ສຸດໃນອິນເດຍໃນຮອບເກືອບ 2 ທົດສະວັດ ໂດຍໃນຊ່ວງທີ່ເກີດເຫດມີນັກທ່ອງທ່ຽວປະມານ 1,000 ຄົນ ແລະ ຜູ້ໃຫ້ບໍລິການໃນທ້ອງຖິ່ນປະມານ 300 ຄົນ ຢູ່ໃນຮ່ອມພູໄບຊາຣານ (Baisaran Valley) ທີ່ມີທົ່ງຫຍ້າຢູ່ເທິງຍອດພູຂຽວ ລ້ອມຮອບໄປດ້ວຍປ່າສົນ ສວຍງາມຈົນໄດ້ສະຖານະວ່າ ມິນິສະວິດເຊີແລນ

 

ອິນເດຍປິດດ່ານທາງບົກກັບປາກີສະຖານ

 

ທາງການອິນເດຍຍັງໄດ້ປະກາດມາດຕະການຫຼາຍຢ່າງເມື່ອວານນີ້ເພື່ອຫຼຸດລະດັບຄວາມສຳພັນກັບປາກີສະຖານ ເຊັ່ນ: ລະງັບການໃຊ້ສົນທິສັນຍາແມ່ນ້ຳສິນທຸປີ 1960 (Indus Waters Treaty) ທີ່ກຳນົດການໃຊ້ແມ່ນ້ຳຮ່ວມກັນ.

 

ຊຶ່ງຈະເຮັດໃຫ້ປາກີສະຖານທີ່ຢູ່ປາຍນ້ຳໄດ້ຮັບຜົນກະທົບ ເນື່ອງຈາກຕ້ອງໃຊ້ນ້ຳໃນການຜະລິດໄຟຟ້າພະລັງນ້ຳ ແລະ ການຊົນລະປະທານ ນອກຈາກນີ້ອິນເດຍຍັງໄດ້ປິດດ່ານຂ້າມແດນທາງບົກລະຫວ່າງ 2 ປະເທດທີ່ມີຢູ່ພຽງແຫ່ງດຽວ ແລະ ກຳນົດໃຫ້ຜູ້ທີ່ຂ້າມມາໃນອິນເດຍແລ້ວຕ້ອງກັບອອກໄປກ່ອນວັນທີ 1 ພຶດສະພາ.

 

ປະກາດໃຫ້ທີ່ປຶກສາດ້ານປ້ອງກັນປະເທດທັງໝົດໃນຄະນະພັກໃຫຍ່ປາກີສະຖານປະຈຳອິນເດຍເປັນບຸກຄົນບໍ່ພຶງປາຖະໜາ ແລະ ຕ້ອງອອກຈາກອິນເດຍພາຍໃນ 1 ອາທິດ ຂະນະດຽວກັນອິນເດຍຈະຮຽກຕົວຄະນະທີ່ປຶກສາດ້ານປ້ອງກັນປະເທດໃນປາກີສະຖານກັບປະເທດ ແລະ ຫຼຸດຈຳນວນຄະນະພັກໃຫຍ່ອິນເດຍປະຈຳປາກີສະຖານຈາກ 55 ຄົນ ລົງເຫຼືອ 30 ຄົນ.

ນາຍົກອິນເດຍຮຽກປະຊຸມ ເຄຣດິດຮູບພາບ : Narendra Modi via X

 

ນາຍົກລັດຖະມົນຕີນະເຣນທຣາ ໂມດີຂອງອິນເດຍໄດ້ເອີ້ນປະຊຸມທຸກພັກການເມືອງ ລວມທັງພັກຝ່າຍຄ້ານໃນມື້ນີ້ ເພື່ອແຈ້ງໃຫ້ຮູ້ເຖິງມາດຕະການທີ່ລັດຖະບານໄດ້ດຳເນີນການ ໃນຂະນະທີ່ນາຍົກລັດຖະມົນຕີເຊບາສ ຊາຣິຟຂອງປາກິດສະຖານໄດ້ເອີ້ນປະຊຸມຄະນະກຳມະການຄວາມໝັ້ນຄົງແຫ່ງຊາດໃນຕອນເຊົ້າຂອງມື້ນີ້ ຫຼັງຈາກອິນເດຍປະກາດມາດຕະການຕໍ່ປາກິດສະຖານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ