Copy of site cover (17)
ວິລລາ-ເຊວຊີຂຶ້ນ! ເຕັງຄວ້າ ເດິ ບຣອຍນ໌ ບ່ອນພະນັນຖືກກົດໝາຍໃຫ້ລາຄາ
ຮຽບຮຽງໂດຍ:kaling
ເຜີຍແຜ່: 25 April, 2025
ໝວດ: ກິລາ

ຄວາມເຄື່ອນໄຫວຫຼ້າສຸດຂອງ ເຄວິນ ເດິ ບຣອຍນ໌ ຫຼັງກຽມອຳລາ ແມນເຊສເຕີ ຊິຕີ້ ຈົບລະດູການນີ້, ບ່ອນພະນັນຊື່ດັງ Bet365 ປັບລາຄາໃໝ່ ໂດຍໃຫ້ ແອສຕັນ ວິລລາ ຂຍັບຂຶ້ນເປັນເຕັງສອງຮອງພຽງສະໂມສອນຈາກ ເມເຈີ ລີກ ສະຫະລັດຯ ຂະນະທີ່ ເຊວຊີ ກາຍເປັນອີກທີມທີ່ມີຂ່າວສົນໃຈດຶງຕົວຈອມທັບເບວຢຽມກັບຄືນຖິ່ນເດີມ.

ແອສຕັນ ວິລລາ ຕົກເປັນຂ່າວວ່າ ສົນໃຈທີ່ຈະດຶງ ເຄວິນ ເດິ ບຣອຍນ໌ ກອງກາງ ແມນຊິຕີ້ ມາເສີມທັບ ຫຼັງນັກເຕະກຽມອຳລາ “ເຮືອໃບສີຟ້າ” ຫຼັງໝົດສັນຍາຄ້າແຂ້ງທີ່ຖິ່ນ ເອຕິຮັດ ສະເຕເດຍມ ຫຼັງຈົບລະດູການນີ້.

ຫຼັງຈາກທີ່ດາວເຕະເບວຢຽມ ອາຍຸ 33 ປີ ປະກາດຂໍລາ ແມນຊິຕີ້ ຢ່າງເປັນທາງການນັ້ນກໍມີຂ່າວຫຼາຍທີມຢາກໄດ້ໄປຮ່ວມທັບ ໂດຍສະເພາະທີມເງິນຖົງຈາກ ຊາອຸດີ ໂປຣ ລີກ ແລະ ສະໂມສອນໃນ ເມເຈີ ລີກ ຊອກເກີ ສະຫະລັດຯ ທັງ ຊິຄາໂກ້ ໄຟຣ໌, ດີຊີ ຢູໄນເຕັດ ແລະ ອິນເຕີ ໄມອາມີ່.

ສກາຍ ສະປອດສ໌ ສື່ກິລາຊັ້ນນຳຂອງອັງກິດ ລາຍງານວ່າ ແອສຕັນ ວິລລາ ໄດ້ມີການຫາລືກັນພາຍໃນແລ້ວເຖິງເລື່ອງການເດີນໜ້າຄວ້າຕົວ ເດິ ບຣອຍນ໌ ຂະນະທີ່ ເຊວຊີ ກໍມີຂ່າວສົນດຶງເດັກເກົ່າໄປເຂົ້າຖິ່ນ ສະແຕມຟອດ ບຣິດຈ໌ ເຊັ່ນກັນ.

ຂະນະທີ່ ເບັດ365 ບໍລິສັດຮັບພະນັນທີ່ຖືກກົດໝາຍຂອງປະເທດອັງກິດ ປັບລາຄາໃຫ້ ແອສຕັນ ວິລລາ ຂຶ້ນມາເປັນເຕັງສອງທີ່ຈະໄດ້ ເດິ ບຣອຍນ໌ ສ່ວນເຕັງໜຶ່ງຍັງເປັນທີມ ເມເຈີ ລີກ ເໝືອນເດີມ.

ອັດຕາຕໍ່ລອງທີມທີ່ຈະໄດ້ ເດິ ບຣອຍນ໌ ໄປເສີມທັບ:

  1. ສະໂມສອນ ເມເຈີ ລີກ ສະຫະລັດຯ 6/4 (ແທງ 4 ຈ່າຍ 6 ບໍ່ລວມທຶນ)
  2. ແອສຕັນ ວິລລາ 5/2
  3. ສະໂມສອນຊາອຸຯ 7/2
  4. ເຊວຊີ 12/1
  5. ເປແອສເຊ 12/1
  6. ອິນເຕີ ມິລານ 12/1
  7. ລິເວີພູລ 12/1
  8. ນິວຄາສເຊິວ 16/1

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ