VP LANDSCAPE COVER (61)
"ການຂ້າຕົວຕາຍ" ບໍ່ແມ່ນພຽງແຕ່ໂລກຊຶມເສົ້າທີ່ເປັນສາເຫດສະເໝີໄປ
ຮຽບຮຽງໂດຍ:patthana
ເຜີຍແຜ່: 25 April, 2025

ເມື່ອພວກເຮົາເວົ້າເຖິງ “ການຂ້າຕົວຕາຍ” ຫຼາຍຄົນມັກຄິດເຖິງໂລກຊຶມເສົ້າເປັນອັນດັບທຳອິດ. ແຕ່ຕາມຄວາມເປັນຈິງແລ້ວ, ປັດໃຈທີ່ຊຸກດັນໃຫ້ຄົນຕັດສິນໃຈຢຸດຊີວິດນັ້ນມີຫຼາກຫຼາຍກວ່າທີ່ພວກເຮົາຄິດ. ມີຜູ້ເສຍຊີວິດຈາກການຂ້າຕົວຕາຍເຖິງ 5,172 ຄົນ ຫຼື ສະເລ່ຍວັນລະ 14 ຄົນ. ຄິດແບບງ່າຍໆ ຄືມີຄົນໜຶ່ງຈົບຊີວິດລົງໃນທຸກໆ 2 ຊົ່ວໂມງ ແລະ ຍັງມີຜູ້ພະຍາຍາມຂ້າຕົວຕາຍສູງເຖິງ 31,110 ຄົນ ຫຼື ສະເລ່ຍວັນລະ 85 ຄົນ. ຕົວເລກເຫຼົ່ານີ້ພາໃຫ້ຮູ້ສຶກສະເທືອນໃຈ ແລະ ສະທ້ອນໃຫ້ເຫັນວ່າ ບັນຫານີ້ບໍ່ແມ່ນເລື່ອງໄກຕົວເລີຍ.

ສິ່ງທີ່ໜ້າສົນໃຈຄື ປັດໃຈທີ່ນຳໄປສູ່ການຂ້າຕົວຕາຍບໍ່ໄດ້ມີພຽງແຕ່ໂລກຊຶມເສົ້າເທົ່ານັ້ນ ແຕ່ຍັງລວມເຖິງໂລກທາງຮ່າງກາຍຊຳເຮື້ອ (31%), ໂລກຈິດຕະເວດ (27%), ການໃຊ້ເຫຼົ້າແອວກໍຮໍ (21.1%) ລວມເຖິງປັດໃຈທາງສັງຄົມ ແລະ ເສດຖະກິດອື່ນໆ ອີກຫຼາຍປະການ. ສະຖິຕິທັງໝົດນີ້ບອກພວກເຮົາຢ່າງຊັດເຈນວ່າ ເບື້ອງຫຼັງຂອງການຕັດສິນໃຈຄັ້ງສຸດທ້າຍ ມີເລື່ອງລາວຫຼາຍກວ່າທີ່ເຫັນ ແລະ ບາງຄັ້ງອາດເປັນສິ່ງທີ່ຄົນຮອບຂ້າງບໍ່ທັນໄດ້ສັງເກດເຫັນເລີຍກໍເປັນໄດ້.

ປັດໃຈທີ່ກ່ຽວຂ້ອງກັບການຂ້າຕົວຕາຍ

ບັນຫາສຸຂະພາບຈິດອື່ນໆ

ນອກຈາກໂລກຊຶມເສົ້າແລ້ວ, ຍັງມີພາວະສຸຂະພາບຈິດອື່ນທີ່ເພີ່ມຄວາມສ່ຽງ ເຊັ່ນ: ໂລກໄບໂພລາ, ໂລກວິຕົກກັງວົນຮຸນແຮງ, PTSD (ໂລກຄຽດຫຼັງເຫດການສະເທືອນໃຈ) ຫຼື ໂລກຈິດຕະເພດ ຊຶ່ງອາດເຮັດໃຫ້ຜູ້ປ່ວຍຮັບມືກັບຄວາມທຸກໄດ້ຍາກຂຶ້ນ.

ຄວາມຄຽດຈາກຊີວິດປະຈຳວັນ

ບັນຫາທາງເສດຖະກິດ, ໜີ້ສິນ, ບັນຫາຄອບຄົວ, ການຖືກກົດດັນໃນບ່ອນເຮັດວຽກ ຫຼື ການສູນເສຍບຸກຄົນອັນເປັນທີ່ຮັກ ລ້ວນເປັນຕົວກະຕຸ້ນທີ່ເຮັດໃຫ້ຄົນຮູ້ສຶກໝົດໜທາງ ແລະ ອາດນຳໄປສູ່ຄວາມຄິດຂ້າຕົວຕາຍ.

ພາວະຕິດສານເສບຕິດ ແລະ ເຫຼົ້າແອວກໍຮໍ

ການໃຊ້ສານເສບຕິດຫຼືເຫຼົ້າແອວກໍຮໍຫຼາຍເກີນໄປ ອາດເຮັດໃຫ້ຄວາມສາມາດໃນການຄວບຄຸມອາລົມ ແລະ ເຫດຜົນຫຼຸດລົງ, ເພີ່ມຄວາມຫຸນຫັນພັນແລ່ນ ແລະ ເຮັດໃຫ້ຕັດສິນໃຈໃນທາງທີ່ຜິດໄດ້ງ່າຍຂຶ້ນ.

ໂລກທາງຮ່າງກາຍທີ່ສົ່ງຜົນຕໍ່ຄຸນນະພາບຊີວິດ

ຜູ້ປ່ວຍທີ່ມີໂລກຊຳເຮື້ອ ຫຼື ໂລກທີ່ສົ່ງຜົນຕໍ່ຄຸນນະພາບຊີວິດ ເຊັ່ນ: ມະເຮັງ, ໂລກທາງລະບົບປະສາດ ຫຼື ອາການເຈັບປວດຊຳເຮື້ອ ອາດຮູ້ສຶກສິ້ນຫວັງ ແລະ ຕ້ອງການຢຸດຄວາມທຸກທໍລະມານຂອງຕົນເອງ.

ແຮງກົດດັນທາງສັງຄົມ ແລະ ວັດທະນະທຳ

ບາງຄັ້ງ ການຖືກສັງຄົມກົດດັນ ເຊັ່ນ: ການຖືກກັ່ນແກ້ງ (Bullying), ການເຜີຊິນກັບອະຄະຕິທາງເພດ ຫຼື ການຖືກບັງຄັບໃຫ້ຕ້ອງດຳເນີນຊີວິດຕາມຄ່ານິຍົມທີ່ຕົນເອງບໍ່ສາມາດຮັບໄຫວ ອາດເຮັດໃຫ້ຄົນຮູ້ສຶກບໍ່ມີທາງອອກ.

ພວກເຮົາຈະຊ່ວຍກັນປ້ອງກັນໄດ້ແນວໃດ?

  • ສັງເກດສັນຍານເຕືອນ ເຊັ່ນ: ການແຍກຕົວຈາກສັງຄົມ, ເວົ້າເຖິງຄວາມຕາຍເລື້ອຍໆ ຫຼື ມີພຶດຕິກຳທີ່ປ່ຽນໄປຢ່າງວ່ອງໄວ.
  • ເປີດໃຈຮັບຟັງ, ບາງຄັ້ງການມີໃຜສັກຄົນທີ່ພ້ອມຮັບຟັງໂດຍບໍ່ຕັດສິນ ສາມາດຊ່ວຍໃຫ້ຜູ້ທີ່ກຳລັງທຸກໃຈຮູ້ສຶກວ່າພວກເຂົາບໍ່ໄດ້ຢູ່ຄົນດຽວ.
  • ແນະນຳໃຫ້ຂໍຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານ, ການເຂົ້າພົບນັກຈິດຕະວິທະຍາ ຫຼື ຈິດຕະແພດບໍ່ແມ່ນເລື່ອງຜິດປົກກະຕິ ແລະ ອາດຊ່ວຍໃຫ້ຜູ້ທີ່ກຳລັງເຜີຊິນບັນຫາມອງເຫັນທາງອອກທີ່ດີກວ່າ.
  • ສ້າງສັງຄົມທີ່ມີຄວາມເຂົ້າໃຈ ແລະ ບໍ່ກົດດັນກັນເກີນໄປ, ການໃຫ້ກຳລັງໃຈ ແລະ ສະໜັບສະໜູນກັນໃນຄອບຄົວ ແລະ ບ່ອນເຮັດວຽກ ສາມາດຫຼຸດຄວາມສ່ຽງຂອງການເກີດບັນຫາສຸຂະພາບຈິດໄດ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ