Tou-Vientianepost (44)
ພົບຮ້ານແລກປ່ຽນເງິນຕາຜິດກົດໝາຍ 67 ຮ້ານ ພ້ອມໃສ່ມາດຕະການຕໍ່ຜູ້ລະເມີດຕາມກົດໝາຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 27 April, 2023

ທະນາຄານແຫ່ງ ສປປ ລາວ ລາຍງານ ວັນທີ 27 ເມສາ 2023 ນີ້ວ່າ: ພາຍຫຼັງ ທຫລ ອອກ ແຈ້ງການຢຸດຕິການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຈຳນວນ 113 ຮ້ານ, ໃນລະຫວ່າງເດືອນ ເມສາ 2023 ທະນາຄານແຫ່ງ ສປປ ລາວ ໄດ້ປະສານສົມທົບ ເຈົ້າໜ້າທີ່

ຕຳຫຼວດເສດຖະກິດ ລົງຕິດຕາມກວດກາ ການເຄື່ອນໄຫວແລກປ່ຽນເງິນຕາຜິດກົດໝາຍ, ຊຶ່ງສາມາດ ລົງກວດກາຄືນຈຳນວນ 67 ເປົ້າໝາຍແບບກັບທີ ຢູ່ນະຄອນຫຼວງວຽງຈັນ ຈຳນວນ 30 ຮ້ານ ແລະ ຢູ່ທ້ອງຖິ່ນ ຈໍານວນ 37 ເປົ້າໝາຍ.

ຜ່ານການລົງກວດກາ ສ່ວນໃຫຍ່ແມ່ນໄດ້ຢຸດຕິການເຄື່ອນໄຫວແລກປ່ຽນເງິນຕາ, ແຕ່ຍັງມີຈໍານ່ວນໜຶ່ງທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຜິດກົດໝາຍ ເປັນຕົ້ນ ມີການເປີດໃຫ້ບໍລິການແລກປ່ຽນເງິນຕາແບບເປີດແປນ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາ ຢ່າງເປີດແປນ

ຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ ເປັນຕົ້ນ Facebook, Whatsapp ແລະ ອື່ນໆ.  ຕໍ່ປາກົດການດັ່ງກ່າວທາງເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານຈາກທະນາຄານແຫ່ງ ສປປ ລາວ ໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດຢຸດດຳເນີນທຸລະກິດແລກປ່ຽນ

ເງິນຕາໂດຍທັນທີ, ກໍລະນີຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າຕາມທີ່ກຳນົດໄວ້ໃນລະບຽບກົດໝາຍກ່ຽວຂ້ອງ.

ໃນປັດຈຸບັນ ອີງຕາມກົດໝາຍຂອງ ສປປ ລາວ ແມ່ນກຳນົດໃຫ້ ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນ ທີ່ສາມາດໃຫ້ບໍລິການແລກປ່ຽນເງິນຕາ ຊຶ່ງຕ້ອງປະຕິບັດອັດຕາແລກປ່ຽນ ຕາມລະບຽບການຂອງທະນາຄານແຫ່ງ ສປປ ລາວ. ການໃຫ້ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ແລະ ໃຊ້ບໍລິການແລກປ່ຽນເງິນຕາ

ກັບບຸກຄົນອື່ນທີ່ບໍ່ແມ່ນທະນາຄານ ເປັນການລະເມີດຂໍ້ຫ້າມ ມາດຕາ 43 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022, ຊຶ່ງຈະຖືກດຳເນີນມາດຕະການສຶກສາອົບຮົມ ແລະ  ມາດຕະການປັບໃໝ ຕາມມາດຕາ 54 ແລະ ມາດຕາ 55 ຂອງກົດໝາຍ

ສະບັບດັ່ງກ່າວ ຄື: ປັບໃໝ 10 ສ່ວນຮ້ອຍ ຂອງມູນຄ່າທີ່ລະເມີດ. ຍິ່ງໄປກວ່າກນັ້ນ ບຸກຄົນ ຫຼື ນິຕິບຸກຄົນ ທີ່ປັນປ່ວນອັັດຕາແລກປ່ຽນ ດ້ວຍການສ້າງຂ່າວປອມ, ບິດເບືອນຂໍ້ມູນຂ່າວສານ ກ່ຽວກັບບັນດາປັດໄຈທີ່ຈະກະທົບຕໍ່ອັດຕາແລກປ່ຽນ, ກຳນົດອັດຕາແລກປ່ຽນ, ຊື້-ຂາຍ ເງິນຕາໂດຍບໍ່ສອດຄ່ອງກັບລະບຽບການຂອງທະນາຄານແຫ່ງ

ສປປ ລາວ, ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສ້າງຄວາມເສຍຫາຍ     ແກ່ລະບົບເສດຖະກິດ, ການເງິນ ແລະ ເງິນຕາ ຂອງ ສປປ ລາວ ຈະຖືກລົງໂທດຕັດອິດສະລະພາບ ແຕ່ໜຶ່ງປີ ຫາ ຫ້າປີ ແລະ ປັບໃໝ ແຕ່ ຫ້າສິບລ້ານກີບ ຫາ ໜຶ່ງຮ້ອຍລ້ານກີບ.ການໃຫ້ ຫຼື ໃຊ້ ບໍລິການແລກປ່ຽນເງິນຕາ ທີ່ຜິດກົດໝາຍ ໄດ້ກໍ່ໃຫ້ເກີດ

ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການກໍານົດອັດຕາແລກປ່ຽນທີ່ບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງເສດຖະກິດ, ເປັນການປັ່ນປ່ວນອັດຕາແລກປ່ຽນອັນເຮັດໃຫ້ເກີດຜົນເສຍຫາຍທາງດ້ານເສດຖະກິດ, ເກີດມີການສໍ້ໂກງ, ການຕົວະຍົວະຫຼອກລວງໃນສັງຄົມ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.ເພື່ອບໍ່ເປັນການສະໜັບສະໜຸນການ

ເຄື່ອນໄຫວທຸລະກິດຜິດກົດໝາຍ, ເພື່ອຄວາມປອດໄພບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີຕົວະຕົ້ມ ຈຶ່ງຮຽກຮ້ອງເຖິງບັນດາພໍ່ແມ່ປະຊາຊົນ ທົ່ວສັງຄົມ ກໍລະນີຫາກມີຄວາມຕ້ອງການແລກປ່ຽນເງິນຕາ ທ່ານຈະຕ້ອງເຂົ້າໃຊ້ບໍລິການແລກປ່ຽນເງິນຕາກັບທະນາຄານທຸລະກິດເທົ່ານັ້ນ. ຫາກທ່ານພົບເຫັນຂໍ້ມູນການໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່

ແມ່ນການບໍລິການຂອງທະນາຄານ ທ່ານສາມາດແຈ້ງ ຫຼື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ ເຈົ້າໜ້າທີ່ຕຳຫຼວດ (ເບີໂທ: 020 312401) ຫຼື ທະນາຄານແຫ່ງ ສປປ ລາວ (ເບີໂທ 021 264 590) ເພື່ອເປັນຂໍ້ມູນດໍາເນີນການຕິດຕາມກວດກາ ແລະ ດໍາເນີນມາດຕະການຕໍ່ພາກສ່ວນດັ່ງກ່າວຕາມກົດໝາຍ. ການຮ່ວມມືຂອງພໍ່ແມ່ປະຊາຊົນ

ແມ່ນເປັນການປະກອບສ່ວນ ສ້າງສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມສະຫງົບປອດໄພ ແລະ ການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ