Copy of site cover (20)
Intel ກຽມປົດພະນັກງານຫຼາຍກວ່າ 20%
ຮຽບຮຽງໂດຍ:kaling
ເຜີຍແຜ່: 25 April, 2025

ລາຍງານຈາກ Bloomberg ລະບຸວ່າ Intel ມີແຜນທີ່ຈະປະກາດການປົດພະນັກງານຄັ້ງໃຫຍ່ ຄາດວ່າຫຼາຍກວ່າ 20% ຂອງຈຳນວນພະນັກງານທັງໝົດ ຊຶ່ງຢູ່ທີ່ 108,900 ຄົນ ໃນເດືອນທັນວາຄົມປີທີ່ຜ່ານມາ ນັ້ນໝາຍຄວາມວ່າອາດມີຕຳແໜ່ງງານຫຼາຍກວ່າ 20,000 ຕຳແໜ່ງທີ່ຈະຖືກຕັດອອກ ແຕ່ຍັງບໍ່ຊັດເຈນວ່າສາຍງານໃດແດ່ທີ່ຈະໄດ້ຮັບຜົນກະທົບຈາກການປົດພະນັກງານຄັ້ງນີ້
ຮຸ້ນຂອງ Intel ເພີ່ມຂຶ້ນຫຼາຍກວ່າ 5% ໃນການຊື້ຂາຍມື້ນີ້ຫຼັງຈາກມີຂ່າວດັ່ງກ່າວ

ການຫຼຸດຈຳນວນພະນັກງານໃນຄັ້ງນີ້ເຊື່ອວ່າເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງ CEO Lip-Bu Tan ໃນການ “ປັບໂຄງສ້າງການບໍລິຫານໃຫ້ມີຄວາມຄ່ອງຕົວ ແລະ ສ້າງວັດທະນະທຳທີ່ຂັບເຄື່ອນດ້ວຍວິສະວະກຳຂຶ້ນມາໃໝ່” ໂດຍ Tan ຊຶ່ງເປັນນັກລົງທຶນໃນສະຕາດອັບທີ່ໂດດເດັ່ນ ແລະ ອະດີດ CEO ຂອງ Cadence Design Systems ໄດ້ເຂົ້າຮັບຕຳແໜ່ງໃນເດືອນມີນາທີ່ຜ່ານມາ ແທນທີ່ Pat Gelsinger ທີ່ລາອອກເມື່ອເດືອນທັນວາຫຼັງມີຄວາມເຫັນບໍ່ກົງກັນກັບຄະນະກຳມະການບໍລິຫານຂອງ Intel ກ່ຽວກັບທິດທາງຂອງບໍລິສັດ

ໃນງານກິດຈະກຳເມື່ອຕົ້ນເດືອນທີ່ຜ່ານມາ Tan ສະແດງທ່າທີວ່າເຂົາຕັ້ງໃຈຈະຫຼຸດຄວາມຊັບຊ້ອນຂອງລະບົບລາຊະການໃນບໍລິສັດຜູ້ຜະລິດຊິບລາຍນີ້ ຊຶ່ງອາດໝາຍເຖິງການປົດພະນັກງານໃນລະດັບຜູ້ບໍລິຫານລະດັບກາງເປັນຫຼັກ ທັງນີ້ Tan ໄດ້ເລີ່ມດຳເນີນການປັບໂຄງສ້າງຂອງ Intel ແລ້ວ ໂດຍເມື່ອເດືອນທີ່ແລ້ວເຂົາໄດ້ແຈ້ງພະນັກງານວ່າ ໜ່ວຍທຸລະກິດຫຼັກທັງສາມຂອງ Intel ຈະລາຍງານຕົງຕໍ່ເຂົາໂດຍກົງໃນອະນາຄົດ

ໃນຊ່ວງສອງປີທີ່ຜ່ານມາ ບໍລິສັດເຕັກໂນໂລຊີຂະໜາດໃຫຍ່ຫຼາຍແຫ່ງໄດ້ດຳເນີນມາດຕະການເພື່ອຫຼຸດຈຳນວນຜູ້ບໍລິຫານລະດັບກາງເຊັ່ນກັນ ໃນປີ 2023 Meta Platforms ໄດ້ເລີ່ມແຜນເພີ່ມປະສິດທິພາບທີ່ມຸ່ງເນັ້ນ “ການຕັດຊັ້ນການບໍລິຫານຫຼາຍລະດັບ” ຂະນະທີ່ໃນປີຖັດມາ CEO ຂອງ Amazon.com ຢ່າງ Andy Jassy ກໍໄດ້ອະທິບາຍແຜນຄ້າຍກັນໃນບັນທຶກພາຍໃນບໍລິສັດ

ລາຍງານວ່າ Intel ກຽມຫຼຸດຈຳນວນພະນັກງານລົງໃນຄັ້ງນີ້ເກີດຂຶ້ນຫຼັງຈາກບໍລິສັດເພິ່ງປົດພະນັກງານໄປ 15% ເມື່ອບໍ່ເຖິງໜຶ່ງປີທີ່ຜ່ານມາ ໂດຍໃນຂະນະນັ້ນ ບໍລິສັດລະບຸວ່າຕ້ອງການປະຫຍັດຄ່າໃຊ້ຈ່າຍໃຫ້ໄດ້ເຖິງ 10 ພັນລ້ານໂດລາຕໍ່ປີຈາກການປົດພະນັກງານແລະມາດຕະການຫຼຸດຕົ້ນທຶນອື່ນໆ

ການປົດພະນັກງານໃນຮອບຫຼ້າສຸດນີ້ຄາດວ່າເປັນສ່ວນໜຶ່ງຂອງແຜນການທີ່ໃຫຍ່ກວ່າທີ່ມຸ່ງຫວັງຈະເຮັດໃຫ້ Intel ແຂ່ງຂັນໄດ້ຫຼາຍຂຶ້ນ ໂດຍເມື່ອເດືອນທີ່ແລ້ວ Reuters ລາຍງານວ່າ Tan ຍັງໄດ້ພິຈາລະນາ “ການປ່ຽນແປງຄັ້ງໃຫຍ່” ໃນເຄືອຂ່າຍໂຮງງານຜະລິດຊິບຂອງບໍລິສັດດ້ວຍ

Tan ຄາດວ່າຈະໃຫ້ຄວາມສຳຄັນກັບໂຄງການທີ່ສາມາດເພີ່ມອັດຕາຜະລິດຂອງໂຮງງານຜະລິດຊິບຂອງ Intel ຊຶ່ງໝາຍເຖິງສັດສ່ວນຂອງຊິບທີ່ຜະລິດໄດ້ໂດຍບໍ່ມີຂໍ້ບົກພ່ອງໃນການຜະລິດ ນອກຈາກນີ້ Intel ຍັງມີແຜນທີ່ຈະເຮັດໃຫ້ລູກຄ້າທີ່ເປັນໂຮງງານຜະລິດຊິບສາມາດໃຊ້ຂະບວນການຜະລິດຂອງບໍລິສັດໄດ້ງ່າຍຂຶ້ນ

ຕາມແຫຼ່ງຂ່າວຂອງ Reuters ປັນຍາປະດິດກໍເປັນອີກໜຶ່ງຈຸດໂຟກັສຂອງກົນລະຍຸດຂອງ Tan ດ້ວຍ ໂດຍ Intel ຫວັງວ່າຈະເລັ່ງແຜນການພັດທະນາຊິບ ແລະ ເປີດຕົວໂປຣເຊສເຊີ AI ລຸ້ນໃໝ່ທຸກປີ ຊຶ່ງເປັນແນວທາງດຽວກັບທີ່ Nvidia ໃຊ້ມາແລ້ວ ເຖິງຢ່າງໃດກໍຕາມ ການບັນລຸເປົ້າໝາຍດັ່ງກ່າວອາດຕ້ອງໃຊ້ເວລາຫຼາຍປີ ໂດຍເຊື່ອວ່າຊິບ AI ທີ່ມີສະຖາປັດຕະຍະກຳໃໝ່ “ທີ່ໜ້າສົນໃຈຈິງໆ” ລຸ້ນທຳອິດຂອງ Intel ຈະເປີດຕົວໄດ້ໄວທີ່ສຸດໃນປີ 2027

ຂໍ່ມູນຂ່າວ: https://siliconangle.com/2025/04/23/report-intel-lay-off-20-workforce-efficiency-push/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ