ຕູ້ ATM ສຸດໄຮເທັກນີ້ພຽງແຕ່ຖືກຕິດຕັ້ງຕູ້ທຳອິດໃນເມືອງຊຽງໄຮ້ ແລະ ກຳລັງໄດ້ຮັບຄວາມສົນໃຈໄປທົ່ວໂລກ ດ້ວຍລະບົບທີ່ເບິ່ງທັນສະໄໝຄ້າຍກັບຫຼຸດມາຈາກຮູບເງົາໄຊໄຟ
ວິທີການເຮັດວຽກກໍ່ງ່າຍແສນງ່າຍ ພຽງແຕ່ທ່ານນຳເຄື່ອງປະດັບຄຳ ຫຼຽນຄຳ ຫຼື ຄຳແທ່ງໃສ່ລົງໄປໃນເຄື່ອງ ຈາກນັ້ນຕູ້ ATM ກໍ່ຈະເຮັດການກວດສອບຄວາມບໍລິສຸດ ຊັ່ງນ້ຳໜັກຄຳ ຄຳນວນມູນຄ່າຕະຫຼາດ ແລະ ໂອນເງິນເຂົ້າບັນຊີຂອງທ່ານພາຍໃນເວລາບໍ່ເກີນ 30 ນາທີ ໂດຍມີຄ່າທຳນຽມ 18 ຢວນຕໍ່ກຣາມ.
ໂຊກຮ້າຍຖ້າເກີດທ່ານປ່ຽນໃຈຢາກໄດ້ຄຳຂອງທ່ານຄືນ ເພາະຕູ້ ATM ນີ້ມີລະບົບການຣີໄຊເຄິນຄຳດ້ວຍການຫຼອມທີ່ອຸນຫະພູມກວ່າ 1,200 ອົງສາ ນອກຈາກນັ້ນ ຄຳທີ່ນຳມາເຂົ້າຕູ້ນີ້ຈະຕ້ອງມີນ້ຳໜັກຫຼາຍກວ່າ 3 ກຣາມ ແລະ ມີຄວາມບໍລິສຸດຢ່າງໜ້ອຍ 50%
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |