site-cover (3)
ລະວັງ! ອາກາດຮ້ອນຈັດຂັ້ນສຸດ ຕາກແດດ 1 ຊົ່ວໂມງ ອາດເສຍຊີວິດໄດ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 April, 2025

ອາກາດຮ້ອນຈັດ ສິ່ງທີ່ຕ້ອງກັງວົນກໍຄືການເກີດອາການ “ຮີດສະໂຕຣກ” (Heat Stroke) ເຊິ່ງພວກເຮົາສາມາດຄວບຄຸມອຸນຫະພູມຮ່າງກາຍໄດ້ ເຊັ່ນ: ການດື່ມນ້ຳ, ຢູ່ບ່ອນຮົ່ມ ແຕ່ສຳລັບຄົນທີ່ຕ້ອງເຮັດວຽກກາງແຈ້ງ ນັ້ນຄວບຄຸມອຸນຫະພູມຮ່າງກາຍໄດ້ຍາກກວ່າ ຍິ່ງໄປກວ່ານັ້ນຍັງອາດຕ້ອງຖືກແດດໝົດມື້ ເຊິ່ງອາດເປັນອັນຕະລາຍໄດ້ ເນື່ອງຈາກມີງານຄົ້ນຄວ້າເປີດເຜີຍວ່າ ການຖືກແດດ 1 ຊົ່ວໂມງ ຊ່ວງອາກາດຮ້ອນຈັດ ອາດເຮັດໃຫ້ເສຍຊີວິດໄດ້ ສູ່ວິທີຮັບມືເພື່ອປ້ອງກັນອັນຕະລາຍທີ່ເກີດຂຶ້ນ

 

 

ຈາກງານສຶກສາຄົ້ນຄວ້າຂອງ Dr Fiona Rennie, Family Medicine at Valiant Clinic ເຊິ່ງໄດ້ສຶກສາຄວາມສຳພັນລະຫວ່າງຄວາມຮ້ອນໃນບັນຍາກາດກັບອາການເຈັບປ່ວຍຂອງຜູ້ສຳຜັດ ຫຼື Heat related illnesses (HRI) ທີ່ສຶກສາໃນເມືອງດູໄບ ປະເທດສະຫະລັດອາຣັບເອມິເຣດ (UAE) ລະບຸວ່າປະຊາຊົນທີ່ຢູ່ທັງໃນສະຖານທີ່ຮົ່ມ ຫຼື ກາງແຈ້ງເມື່ອໄດ້ສຳຜັດອາກາດຮ້ອນທີ່ອຸນຫະພູມຕ່າງໆ ກັນປະມານ 1 ຊົ່ວໂມງ ໂດຍມີຄວາມຊຸ່ມສຳພັດໃນອາກາດປະມານ 50-55% ຈະເຮັດໃຫ້ຄົນສ່ວນໃຫຍ່ມີອາການ ດັ່ງນີ້:

 

  • ອຸນຫະພູມໃນບັນຍາກາດຢູ່ລະຫວ່າງ 39 – 40 ອົງສາເຊລເຊຍສ ສະໝອງຈະສັ່ງງານຊ້າລົງ ອະໄວຍະວະຕ່າງໆ ຂອງຮ່າງກາຍຈະເຮັດວຽກຊ້າລົງ ແລະ ມີຈະອາການເມື່ອຍງ່າຍ ຫາຍໃຈໄວຂຶ້ນ
  • ອຸນຫະພູມໃນບັນຍາກາດຢູ່ລະຫວ່າງ 40- 41 ອົງສາເຊລເຊຍສ ຈະມີອາການໝົດແຮງ ເມື່ອຍອ່ອນ ຢາກລົງໄປນອນກັບພື້ນ
  • ອຸນຫະພູມໃນບັນຍາກາດຫຼາຍກວ່າ 41-45 ອົງສາເຊລເຊຍສ ຮ່າງກາຍຈະເລີ່ມ Shut Down ຄືລະບົບການເຮັດວຽກຂອງຮ່າງກາຍຈະເລີ່ມລົ້ມເຫລວນຳໄປສູ່ອາການ heat cramps ຫຼື ເປັນຕະຄິວຈາກການສູນເສຍເກືອແຮ່ ແລະ ເລີ່ມເກີດອາການ heat exhaustion ຫຼື ເກີດອາການເພຍແດດ ຫົວໃຈເຕັ້ນໄວ ເຫື່ອຈະອອກຫຼາຍ
  • ຫາກອຸນຫະພູມສູງຫຼາຍກວ່າ 45 ອົງສາເຊລເຊຍສ ຈະເລີ່ມມີອາການຂອງ heat stroke ຫຼື ຈະມີອາການເປັນລົມແດດເຊິ່ງເກີດຈາກສະພາບອາກາດທີ່ຮ້ອນຈັດເຮັດໃຫ້ອຸນຫະພູມໃນຮ່າງກາຍສູງຂຶ້ນຢ່າງວ່ອງໄວຈົນຮ່າງກາຍບໍ່ສາມາດລະບາຍຄວາມຮ້ອນອອກໄດ້ຈົນອາດມີໂອກາດເສຍຊີວິດ
  • ອຸນຫະພູມໃນບັນຍາກາດເຖິງ 50 ອົງສາເຊລເຊຍສ ຮ່າງກາຍຈະຮັບບໍ່ໄຫວ ແລະ ໂອກາດເສຍຊີວິດທັນທີສູງຫຼາຍຈາກການທີ່ຫົວໃຈລົ້ມເຫຼວ

 

 

ສຳລັບບຸກຄົນທີ່ຕ້ອງເຮັດວຽກໃນທີ່ທີ່ມີອຸນຫະພູມສູງຕັ້ງແຕ່ 38 ອົງສາເຊລເຊຍສຂຶ້ນໄປ ງານຄົ້ນຄວ້າມີຂໍ້ແນະນຳຄື:

 

  • ບໍ່ຄວນຢູ່ກາງແດດໃນຊ່ວງເວລາ 09.00 -15.00ນ.
  • ດື່ມນ້ຳເລື້ອຍໆ ຢ່າງໜ້ອຍ 2 ລິດຕໍ່ມື້
  • ຖ້າອອກແດດຕ້ອງແຕ່ງຕົວມິດຊິດ ກັ້ງຄັນຮົ່ມ, ໃສ່ໝວກ, ພົກພັດລົມມືຖື, ສວມແວ່ນກັນແດດ UV ຫຼາຍກວ່າ 400 ນາໂນແມັດ ເພື່ອປ້ອງກັນລັງສີ UVA ທຳລາຍມ່ານຕາ ແລະ ທາຄຣີມກັນຜິວທີ່ມີຄ່າ SPF30++ ຢ່າງໜ້ອຍ ໂດຍອອກແດດໃຫ້ໜ້ອຍທີ່ສຸດ
  • ຫ້າມດື່ມແອລກໍຮໍ ຫຼື ຄາເຟອີນ ແລະ ເຄື່ອງດື່ມທີ່ມີນ້ຳຕານຫຼາຍໆ ເພາະຈະເລັ່ງເຮັດໃຫ້ເກີດການເພຍແດດ ແລະ ເລັ່ງການເກີດອາການ Heat Stroke ຫຼື ລົມແດດໄວຂຶ້ນ
  • ລີ້ຢູ່ໃນທີ່ຮົ່ມໃນອາຄານ ເປີດພັດລົມລະບາຍອາກາດ ຫາກມີແອເປີດແອ ຈິບນ້ຳເຢັນເລື້ອຍໆ

 

 

ທັງນີ້ ອາຊີບທີ່ຕ້ອງລະວັງຕົວເປັນພິເສດ ຈາກໂລກລົມແດດເນື່ອງຈາກອາກາດຮ້ອນໃນຊ່ວງນີ້ຄື ພໍ່ຄ້າແມ່ຄ້າທີ່ຂາຍຂອງກາງແຈ້ງ, ກຳມະກອນທີ່ເຮັດວຽກກາງແຈ້ງ, ໄລເດີ ແລະ ຜູ້ຂັບຂີ່ລົດຈັກກາງຖະໜົນ, ຕຳຫຼວດຈະລາຈອນທີ່ໂບກລົດຍົນຕາມສີ່ແຍກ ລວມທັງຜູ້ສູງອາຍຸຫຼາຍກວ່າ 70 ປີຂຶ້ນໄປທີ່ຍ່າງຢູ່ເທິງຖະໜົນກາງແຈ້ງ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ