site-cover (4)
"ທຣຳ" ເປີດເຜີຍວ່າການເຈລະຈາເລື່ອງພາສີຈະສິ້ນສຸດໃນອີກ 3-4 ອາທິດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 28 April, 2025

ວໍຊິງຕັນ 26 ເມສາ – ປະທານາທິບໍດີໂດນາລດ໌ ທຣຳຂອງສະຫະລັດກ່າວວ່າ ການເຈລະຈາເລື່ອງພາສີອາກອນກັບຫຼາຍປະເທດຈະຈົບລົງພາຍໃນ 3-4 ອາທິດ ພ້ອມກັບອ້າງວ່າໄດ້ເຮັດຂໍ້ຕົກລົງແລ້ວປະມານ 200 ສະບັບ

 

ເວັບໄຊທ໌ສຳນັກຂ່າວຢອນຮັບ ຂອງທາງການເກົາຫຼີໃຕ້ລາຍງານອ້າງບົດສຳພາດປະທານາທິບໍດີທຣຳທີ່ນິຕະຍະສານໄທມສ໌ເຜີຍແຜ່ໃນເວັບໄຊທ໌ເມື່ອວັນສຸກ ຫນຶ່ງມື້ຫຼັງຈາກເກົາຫຼີໃຕ້ ແລະ ສະຫະລັດເປີດການເຈລະຈາລະດັບສູງເລື່ອງການຄ້າ.

 

ຜູ້ນຳສະຫະລັດກ່າວວ່າ ທຸກຢ່າງຈະຈົບໃນອີກ 3-4 ອາທິດ.

 

ໃນໄລຍະນີ້ບາງປະເທດອາດກັບມາຂໍໃຫ້ສະຫະລັດປັບແກ້ໄຂບາງຢ່າງ, ເຂົາພ້ອມພິຈາລະນາແຕ່ໃນພາບລວມໄດ້ຕັດສິນໃຈແລ້ວ ພ້ອມກັບອ້າງວ່າ ໄດ້ເຮັດຂໍ້ຕົກລົງກັບປະເທດຕ່າງໆ ຢ່າງສຳເລັດສົມບູນແລ້ວປະມານ 200 ສະບັບ ແຕ່ບໍ່ເປີດເຜີຍໃນລາຍລະອຽດ.

 

ຢອນຮັບຕັ້ງຂໍ້ສັງເກດວ່າ ຄຳກ່າວຂອງທ່ານທຣຳສົ່ງສັນຍານວ່າ ສະຫະລັດອາດສະຫຼຸບການເຈລະຈາເລື່ອງພາສີອາກອນກັບປະເທດຄູ່ຄ້າໄດ້ກ່ອນວັນທີ 8 ກໍລະກົດ ຊຶ່ງເປັນວັນທີ່ການຊະລໍການບັງຄັບໃຊ້ພາສີອາກອນກັບປະເທດຕ່າງໆ ໃນອັດຕາແຕກຕ່າງກັນອອກໄປເປັນເວລາ 90 ວັນຈະສິ້ນສຸດລົງ ຫຼັງຈາກບັງຄັບໃຊ້ໄດ້ບໍ່ເຖິງ 24 ຊົ່ວໂມງ ເມື່ອວັນທີ 9 ເມສາ.

 

ໃນບົດສຳພາດດັ່ງກ່າວ, ທ່ານທຣຳໄດ້ກ່າວເຖິງເລື່ອງທີ່ສະຫະລັດຈ່າຍເງິນຈຳນວນຫຼາຍເພື່ອຊ່ວຍປົກປ້ອງເກົາຫຼີໃຕ້ ແລະ ປະເທດພັນທະມິດອື່ນໆ ວ່າ ລັດຖະບານຂອງເຂົາຈະຈັດການເລື່ອງນີ້ແຍກຈາກການເຈລະຈາເລື່ອງການຄ້າ.

 

ຜູ້ນຳສະຫະລັດຍົກເລື່ອງນີ້ຂຶ້ນມາເວົ້າໃນລະຫວ່າງແຈກແຈງເຖິງປັດໄຈຫຼາຍປະການທີ່ຈະນຳມາພິຈາລະນາໃນການກຳນົດພາສີສຸອາກອນທີ່ເຂົາລະບຸວ່າ ເປັນພາສີທີ່ເປັນທຳສຳລັບປະເທດທີ່ແຕກຕ່າງກັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ