ແອັດແລນຕາ 28 ເມສາ – ສຳນັກຂ່າວຊີເອັນເອັນເປີດເຜີຍວ່າ ທ່ານໂດນັລດ໌ ທຣຳ ມີຄະແນນນິຍົມຫຼັງເຂົ້າຮັບຕຳແໜ່ງປະທານາທິບໍດີສະຫະລັດສະໄໝທີ 2 ຄົບ 100 ວັນ ພຽງ 41% ຖືວ່າຕ່ຳສຸດໃນຮອບ 7 ທົດສະວັດ
ຊີເອັນເອັນເຜີຍແຜ່ຜົນສຳຫຼວດທີ່ດຳເນີນການໂດຍເອັສເອັສອາເອັສ (SSRS) ເປັນການສອບຖາມຜູ້ໃຫຍ່ຊາວອາເມລິກັນທົ່ວປະເທດຈຳນວນ 1,678 ຄົນ ລະຫວ່າງວັນທີ 17-24 ເມສາ 2025
ຜົນສຳຫຼວດລະບຸວ່າ ທ່ານ ທຣຳກັບມາຮັບຕຳແໜ່ງສະໄໝທີ 2 ດ້ວຍຄະແນນສຽງຫຼາຍທີ່ສຸດໃນອາຊີບການເມືອງຂອງເຂົາ ແຕ່ຫຼັງຈາກຮັບຕຳແໜ່ງຄົບ 100 ວັນແລກ ລາວກັບມີຄະແນນນິຍົມພຽງ 41% ຕ່ຳກວ່າເມື່ອຄັ້ງທີ່ດຳລົງຕຳແໜ່ງສະໄໝແລກ ແລະ ຕ່ຳທີ່ສຸດໃນບັນດາຜູ້ນຳສະຫະລັດເມື່ອນັບຍ້ອນໄປເຖິງໄດວຕ໌ ໄອເຊນຮາວເອີ ປະທານາທິບໍດີຄົນທີ 34 ໃນປີ 1953.
ເຖິງຢ່າງໃດກໍຕາມ, ຂໍ້ມູນໃນເວັບໄຊທ໌ດິອະເມລິກັນ ເພຣສຊິເດັນຊີ ໂປຣເຈັກທ໌ (The American Presidency Project) ຂອງມະຫາວິທະຍາໄລແຄລິຟໍເນຍ ວິທະຍາໄລຊານຕາ ບາບາຣາລະບຸວ່າ ຊ່ວງຄົບ 100 ວັນແລກໃນການດຳລົງຕຳແໜ່ງສະໄໝແລກປີ 2017 ທ່ານທຣຳມີຄະແນນນິຍົມ 41%.
ຊີເອັນເອັນລະບຸວ່າ ການຍອມຮັບໃນຕົວທ່ານທຣຳຫຼຸດລົງຮ້ອຍລະ 4 ຈາກເດືອນມີນາ ແລະ ຫຼຸດລົງ 7% ຈາກປາຍເດືອນກຸມພາ ໂດຍມີຜູ້ຕອບ 22% ທີ່ເຫັນດ້ວຍຢ່າງຍິ່ງກັບການເຮັດວຽກຂອງທ່ານທຣຳ ໃນຂະນະທີ່ມີຜູ້ຕອບຫຼາຍເຖິງ 45% ທີ່ບໍ່ເຫັນດ້ວຍຢ່າງຍິ່ງ ແລະ ວ່າ ຄະແນນນິຍົມຂອງທຣຳຫຼຸດຕ່ຳລົງໃນທຸກປະເດັນໂດຍສະເພາະເລື່ອງເສດຖະກິດ ເປັນຜົນຈາກມາດຕະການພາສີຂອງທຣຳທີ່ເຮັດໃຫ້ຕະຫຼາດຫຸ້ນຜັນຜວນໜັກ ແລະ ເກີດຄວາມກັງວົນຕໍ່ບັນຫາລາຄາສິນຄ້າແພງ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |