Copy of site cover (27)
ອັນໂຕນິໂອ ຣືດິເກີ ໂພດຂໍໂທດຜູ້ຕັດສິນ ຫຼັງຖືກໃບແດງ ໃນເກມທີ່ ເຣອັນ ມາດຣິດ ພົບກັບ ບາຊາ
ຮຽບຮຽງໂດຍ:kaling
ເຜີຍແຜ່: 28 April, 2025
ໝວດ: ກິລາ

ອັນໂຕນິໂອ ຣືດິເກີ ກອງຫຼັງ ເຣອັນ ມາດຣິດ ອອກມາຂໍໂທດຜູ້ຕັດສິນ ຣິກາໂດ້ ເດ ບູກອສ ເບນໂກເອັດເຊຍ ຫຼັງຈາກໂດນໃບແດງໄລ່ອອກຈາກສະໜາມໃນເກມ ໂກປາ ເດນ ເຣ ຮອບຊິງຊະນະເລີດ ທີ່ “ຣາຊັນຊຸດຂາວ” ພ່າຍ ບາເຊໂລນາ ພ້ອມຍອມຮັບວ່າເປັນການກະທຳທີ່ຜິດພາດ ແລະ ອາດຈະໂດນແບນເປັນເວລາດົນ.

ອັນໂຕນິໂອ ຣືດິເກີ ປາການຫຼັງ ເຣອັນ ມາດຣິດ ອອກມາຂໍໂທດ ຣິກາໂດ້ ເດ ບູກອສ ເບນໂກເອັດເຊຍ ຜູ້ຕັດສິນຊາວສະເປນ ຈາກກໍລະນີສະແດງພຶດຕິກຳທີ່ບໍ່ເໝາະສົມໃນຊ່ວງທ້າຍເກມ ໂກປາ ເດນ ເຣ ຮອບຊິງຊະນະເລີດ ນັດທີ່ “ຣາຊັນຊຸດຂາວ” ແພ້ ບາເຊໂລນາ 2-3 ໃນຊ່ວງຕໍ່ເວລາພິເສດ ເມື່ອວັນເສົາທີ 26 ເມ.ຍ. ທີ່ຜ່ານມາ.

ຣືດິເກີ ໂດນໃບແດງໂທດຖານທີ່ປາຂອງໃສ່ ເບນໂກເອັດເຊຍ ຫຼັງຈາກໂດນປ່ຽນອອກໄປແລ້ວ, ໃນຂະນະທີ່ກຳມະການກໍຂຽນໃນລາຍງານໄປດ້ວຍວ່າອີກຝ່າຍປາຂອງໃສ່ຕົນ ແຕ່ບໍ່ໄດ້ໂດນຕົວເອງ. ດ້ານ ກາເດນາ ເຊ ສື່ຂອງສະເປນ ລາຍງານວ່າ ກອງຫຼັງທີມຊາດເຢຍລະມັນ ມີໂອກາດໂດນແບນ 4-12 ເກມ.

ຫຼ້າສຸດ ຣືດິເກີ ໂພສຂໍ້ຄວາມລົງສື່ອອນລາຍ ເມື່ອວັນອາທິດທີ 27 ເມ.ຍ. ວ່າ “ແນ່ນອນມັນບໍ່ມີຂໍ້ແກ້ຕົວກັບພຶດຕິກຳຂອງຂ້ອຍເມື່ອຄືນນີ້ ຂ້ອຍຂໍໂທດຢ່າງຍິ່ງກັບເລື່ອງນີ້ ພວກເຮົາເລັ່ນກັນໄດ້ດີຫຼາຍໆ ຕັ້ງແຕ່ເຄິ່ງຫຼັງ”

“ຫຼັງຈາກ 111 ນາທີ ຂ້ອຍບໍ່ສາມາດຊ່ວຍທີມໄດ້ອີກ ແລະ ກ່ອນເປົ່ານົກຫວີດໝົດເວລາຂ້ອຍກໍໄດ້ເຮັດສິ່ງຜິດພາດ ຂໍໂທດອີກຄັ້ງກັບຜູ້ຕັດສິນ ແລະ ທຸກຄົນທີ່ຂ້ອຍເຮັດໃຫ້ຮູ້ສຶກຜິດຫວັງເມື່ອຄືນນີ້” ຣືດິເກີ ກ່າວທິ້ງທ້າຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ