Tou-Vientianepost (56)
ຂົນລຸກ ສາວຖ່າຍຮູບແຟນແຕ່ຖ່າຍຕິດຜີກະສື ປະກົດຕົວຢູ່ສວນໝາກພ້າວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 29 April, 2023

ເປີດໃຈສາວ ອຳພາວາ ເລົ່າເລື່ອງນາທີຖ່າຍຮູບແຟນ. ​ແຕ່​wປຕິດກັບ​ວິນ​ຍານ, ຄ້າຍ​ຄື​ກັບ “ຜີ​ກະສື” ຢູ່​ສວນ​ໝາກ​ພ້າວ, ເຈິແບບນີ້ຢູ່ 2 ຄືນ​ຕິດ​ກັນ.

ເປັນຮູບຖ່າຍຈາກ ນາງ ອໍລະໄທ ຄາເຊນທອນ ອາຍຸ 18 ປີ ອາຊີບຂາຍນ້ຳປັ່ນ. ຖ່າຍຮູບແຟນຂອງຕົນເອງຕອນນັ່ງຢູ່ໜ້າຮ້ານ. ຕອນ​ຄ່ຳ​ວັນ​ທີ 27 ​ເມສາ​ຜ່ານ​ມາ ເມື່ອກັບມາເບິ່ງຮູບໃນໂທລະສັບກໍ່ພົບວ່າຮູບຖ່າຍດັ່ງກ່າວມີພາບຄ້າຍຄົນມີຫົວກັບໄສ້ ຄືຜີກະສື ,ຈາກນັ້ນ ນາງ ພອນພັນ ພູສະກຸນ ອາຍຸ 28 ປີ ເຈົ້າຂອງຮ້ານລົດກໍ່ໄດ້ເອົາໄປ. ຄລິບນີ້.ໂພສລົງໃນ TikTok ບັນຊີ Saautocar1 ໄດ້ໂພສຂໍ້ຄວາມວ່າ “ຖ່າຍຮູບຫຼິ້ນໆ” ຮູບຖ່າຍນີ້ມັນຖ່າຍຕິດຫັຍງແດ່ຊ່ວຍເບິ່ງນຳກັນແດ່ ຕໍ່ມານັກຂ່າວໄດ້ເດີນທາງໄປພົບ ນາງ ອໍລະໄທ ຄົນຖ່າຍຮູບ, ໂດຍ ນາງ ອໍລະໄທ ໄດ້ພານັກຂ່າວໄປເບິ່ງສະຖານທີ່ຖ່າຍຮູບເຊິ່ງຕິດກັບສວນໝ!ກພ້າວ ໝູ່ 9, ຕຳບົນທ່າຄາ ອຳເພີ ອຳພາວາ, ຈັງຫັວດສະມຸດສົງຄາມ

ນາງ ອໍລະໄທ ເວົ້າວ່າ ໃນມື້ທີ່ນາງຖ່າຍຮູບ ຕົນເອງໄດ້ນັ່ງຢູ່ເທິງຕັ່ງຢູ່ໃນຮ້ານ ແລ້ວປິ່ນໜ້າອອກໄປ. ມີແຟນນັ່ງຢູ່ພື້ນຫຼິ້ນໂທລະສັບ. ເມື່ອເບິ່ງຮູບແລ້ວຮູ້ສຶກຕົກໃຈວ່າມີຮູບຫັຍງທີ່ຕິດມານຳຮູບທີ່ຖ່າຍ ຈຶ່ງສົ່ງໄປໃຫ້ຫຼາຍຄົນເບິ່ງ ເພາະມີຫຼາຍຄົນນັ່ງຢູ່ນຳ. ໃນຕອນທໍາອິດ, ກໍ່ບໍ່ໄດ້ຄິດວ່າແມ່ນຜີ. ຄິດວ່າເປັນແສງໄຟ ຫຼື ເປັນເລນກ້ອງ ຫຼື ບໍ່, ຕໍ່ມາຕອນແລງຂອງມື້ຕໍ່ມາ (28 ເມສາ) ໄດ້ມີຫລານຊາຍອາຍຸປະມານ 2 ປີ,ຢູ່ໆຫຼານກໍ່ຊີ້ໄປຫາສວນ ແລະ ບອກວ່າຜີຫຼອກ ແລະຢ້ານ, ເພາະສຳລັບຕົນເອງແລ້ວເຊື່ອເລື້ອງລີ້ລັບແລະຮູບພາບທີ່ຊັດເຈນເຊັ່ນນີ້ອາດຈະເປັນຜີກະສື

ທີ່ຜ່ານມາ, ຕົນມາຢູ່ນຳແຟນໄດ້ປະມານ 10 ເດືອນ, ບໍ່ເຄີຍເຫັນຫຍັງແບບນີ້. ມີແຕ່ຊ່ວງທີມາຢູ່ໃຫມ່ໆ. ຂັບລົດເຂົ້າບ້ານເຫັນຜູ້ຊາຍໃສ່ຊຸດຂາວຢືນຢູ່ຫົນທາງເທື່ອດຽວແລະກໍ່ບໍ່ເຄີຍເຫັນອີກເລີຍ ຈົນມາເຫັນເຫດການນີ້, ຮູ້ສຶກວ່າຢ້ານຫຼາຍຈົນບໍ່ກ້າເບິ່ງເຂົ້າໄປສວນໝາກພ້າວທີ່ຢູ່ເບື້ອງກົງກັນຂ້າມອີກເລີຍ. ຢາກໃຫ້ ທ້າວ ຈີຣະພັນ ເພັດຂາວ ຫຼື ໝໍປາ ມືປາບສຳພະເວສີ ເຂົ້າມາຊ່ວຍເບິ່ງວ່າ ແຖວນີ້ມີຜີກະສືແທ້ ຫຼື ບໍ່.

ທາງດ້ານ ນາງ ພອນພັນ ກໍ່ກ່າວຕື່ມວ່າ: ໃນມື້ທີ່ຖ່າຍຮູບນີ້ແມ່ນຕົນນັ່ງຢູ່ຂ້າງນາງ ອໍລະໄທ, ທີ່ກຳລັງຖ່າຍຮູບແຟນເຂົາຫຼິ້ນຕາມປົກກະຕິ ພໍເຫັນວ່າຕິດອີ່ຫັຍງສີຂຽວໆ ຈຶ່ງເອົາລົງໃນ TikTok ໃຫ້ຄົນຊ່ວຍເບິ່ງວ່າແມ່ນຫຍັງ.

ຈາກນັ້ນ, ໃນຕອນແລງຂອງມື້ວານນີ້ (28 ເມສາ), ກໍ່ມີຫລານຊາຍອາຍຸປະມານ 2 ປີ ໄດ້ຍ່າງໄປມາຍ່າງແລະກໍ່ຊີ້ ໄປທາງສວນ ແລະ ບອກວ່າຜີ. ​ໃນ​ເມື່ອ​ກ່ອນ, ຢູ່​ເຂດ​ນີ້, ​ໃນ​ຕອນ​ກາງ​ຄືນ, ຊາວບ້ານ​ຈະ​ເຫັນ​ແຕ່​ຄົນ​ນຸ່ງ​ຊຸດ​ຂາວ​ຍ່າງ. ແຕ່ບໍ່ເຄີຍເຫັນຫຍັງສີຂຽວແບບນີ້, ເຊິ່ງຕົນກໍ່ຢ້ານຄືກັນ ເມື່ອຊາວບ້ານເຫັນຮູບດັ່ງກ່າວ, ກໍ່ເວົ້າວ່າ ອາດຈະເປັນຜີກະສື ເຊິ່ງເມື່ອ 20 ກວ່າປີກ່ອນ, ຊາວບ້ານໄດ້ພົບເຫັນຢູ່ເຂດດັ່ງກ່າວ ເພາະໃນເມື່ອກ່ອນ, ເຂດນີ້ບໍ່ມີຖະໜົນຫົນທາງ, ມີແຕ່ປ່າ, ແຕ່ກໍ່ບໍ່ເຫັນດົນແລ້ວ ຈົນ​ກມາເຫັນອີກຄັ້ງໃນເທື່ອນີ້

ຂະນະທີ່ ທ້າວ ສຸນທອນ ພຸດທະລັດ ອາຍຸ 55 ປີ ຢູ່ຕຳບົນທາຄາ, ພໍ່ຂອງລາວເລົ່າວ່າ: ເວລາປະມານທ່ຽງຄືນທີ່ຜ່ານມາ, ລູກຊາຍຂອງລາວໄດ້ເຫັນຜູ້ຊາຍນຸ່ງຊຸດສີຂາວຍ່າງເຂົ້າໄປໃນເຮືອນ. ເມື່ອ​ຍ່າງ​ມາ​ເບິ່ງກໍ​ບໍ່​ເຫັນ​ຜູ້​ໃດ​ຈຶ່ງ​ໄປ​ນອນ.

ສ່ວນຕົວຕົນເຊື່ອເລື້ອງລີ້ລັບ,ແລະເຊື່ອວ່າຜູ້ທີ່ນຸ່ງເສື້ອຂາວແມ່ນພໍ່ຕູ້ ທີ່ຕົນເຄົາລົບນັບຖື, ຢູ່ເຮືອນແມ່ ມັກຈະປາກົດຕົວໃຫ້ເຫັນ ເພື່ອປົກປ້ອງ. ຫຼື​ມາ​ເຕືອນ​ວ່າຈະເກີດ​ສິ່ງ​ທີ່​ບໍ່​ດີ​ຂຶ້ນ​ ຄັ້ງນີ້ໜ້າຈະມີບາງສິ່ງບາງຢ່າງທີ່ບໍ່ດີມາແຖວນີ້. ພໍ່​ຕູ້​ຈຶ່ງມາ​ປະ​ກົດ​ຕົວ​ເພື່ອ​ເຕືອນ​ໄພ​ແລະ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​.
ແບ່ງປັນນີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ