ນັກສຶກສາອາຍຸ 27 ປີ ຊຶ່ງປີນພູເຂົາໄຟຟູຈິນອກລະດູປີນເຂົາຢ່າງເປັນທາງການ ໄດ້ຮັບການຊ່ວຍເຫຼືອ 2 ຄັ້ງພາຍໃນໄລຍະເວລາ 4 ວັນ ຫຼັງຈາກທີ່ລາວກັບມາປີນພູພື່ອຄົ້ນຫາໂທລະສັບມືຖືທີ່ເຮັດຫາຍ
ນັກສຶກສາຊາວຈີນທີ່ອາໄສຢູ່ໃນຍີ່ປຸ່ນໄດ້ຮັບການຊ່ວຍເຫຼືອຄັ້ງທຳອິດດ້ວຍເຮລິຄອບເຕີເມື່ອວັນທີ 22 ເມສາ ທີ່ຜ່ານມາ ຂະນະຢູ່ເທິງເສັ້ນທາງຟູຈິໂນະມິຍະ ຊຶ່ງຢູ່ສູງຈາກລະດັບນ້ຳທະເລປະມານ 3,000 ແມັດ ໃນຝັ່ງຈັງຫວັດຊິຊຸໂອກະ.
ລາວບໍ່ສາມາດລົງຈາກເສັ້ນທາງປີນເຂົາໄດ້ເນື່ອງຈາກເຮັດເກີບຕະປູສຳລັບປີນພູເຂົາຫາຍ ໂດຍເກີບດັ່ງກ່າວເປັນອຸປະກອນມີຕະປູທີ່ຕິດຢູ່ກັບພື້ນເກີບສຳລັບປີນເຂົາເພື່ອໃຫ້ຍຶດເກາະພື້ນໄດ້ດີຂຶ້ນ.
ແຕ່ບໍ່ເທົ່າໃດມື້ຕໍ່ມາ, ລາວກັບມາທີ່ພູເຂົາອີກຄັ້ງເພື່ອນຳສິ່ງຂອງທີ່ລາວລືມເອົາໄວ້ ລວມເຖິງໂທລະສັບຂອງລາວ.
ລາວໄດ້ຮັບການຊ່ວຍເຫຼືອອີກຄັ້ງໃນວັນທີ 26 ເມສາ ໃກ້ກັບສະຖານີທີ 8 ເສັ້ນທາງຟູຈິໂນະມິຍະ ຫຼັງຈາກມີພາວະເຈັບປ່ວຍຈາກການຂຶ້ນທີ່ສູງ ແຕ່ຕອນນີ້ພົ້ນຂີດອັນຕະລາຍແລ້ວ.
ເນື່ອງຈາກສະພາບອາກາດທີ່ຮ້າຍແຮງ, ເຈົ້າໜ້າທີ່ຈຶ່ງບໍ່ແນະນຳໃຫ້ປີນພູເຂົາໄຟຟູຈິນອກລະດູປີນເຂົາຢ່າງເປັນທາງການ ຊຶ່ງເລີ່ມຕົ້ນໃນຊ່ວງຕົ້ນເດືອນກໍລະກົດ ແລະ ສິ້ນສຸດໃນຊ່ວງຕົ້ນເດືອນກັນຍາ.
ຂະນະນີ້, ເສັ້ນທາງທັງໝົດທີ່ນຳໄປສູ່ຍອດເຂົາຟູຈິປິດໃຫ້ບໍລິການຕາມຄຳກ່າວຂອງກະຊວງສິ່ງແວດລ້ອມ.
ຫຼັງຈາກການຊ່ວຍເຫຼືອຊາຍຄົນດັ່ງກ່າວ, ຕຳຫຼວດໃນຈັງຫວັດຊິຊູໂອກະໄດ້ຢ້ຳຄຳແນະນຳອີກຄັ້ງວ່າບໍ່ຄວນປີນເຂົາໃນຊ່ວງນອກລະດູການ ເນື່ອງຈາກສະພາບອາກາດອາດປ່ຽນແປງກະທັນຫັນ ເຮັດໃຫ້ເຈົ້າໜ້າທີ່ກູ້ໄພໃຫ້ການຊ່ວຍເຫຼືອໄດ້ຍາກ.
ນອກຈາກນີ້, ສະຖານພະຍາບານຕາມເສັ້ນທາງຍັງປິດໃຫ້ບໍລິການອີກດ້ວຍ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,392 | 21,667 |
![]() THB | 659.01 | 670.87 |
![]() EUR | 24,252 | 24,736 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |