VP LANDSCAPE COVER (78)
ການພົວພັນຮ່ວມມື ລະຫວ່າງ ລາວ-ຣັດເຊຍມີຜົນສຳເລັດໃນຫຼາຍດ້ານ
ຮຽບຮຽງໂດຍ:patthana
ເຜີຍແຜ່: 28 April, 2025

ການພົວພັນຮ່ວມມື ລະຫວ່າງ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃນໄລຍະທີ່ຜ່ານມາມີຜົນສຳເລັດໃນຫຼາຍດ້ານ ຊຶ່ງອັນພົ້ນເດັ່ນ ແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ວຽກງານມະນຸດສະທໍາ-ເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ.

ໃນລະຫວ່າງວັນທີ 21-23 ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບທ່ານ ທ່ານ ອາເລັກເຊ ໂອເວຣຊຸກ (Alexey Overchuk) ຮອງນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ຊຶ່ງທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຫະພັນ ຣັດເຊຍ ໃນຄັ້ງນີ້ ແມ່ນເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ຈະເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະປົກປ້ອງປິຕຸພູມ ຄົບຮອບ 80 ປີ ທີ່ຈະຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ທີ່ ນະຄອນຫຼວງມົດສະກູ ແລະ ທົບທວນຄືນການຈັດຕັ້ງປະຕິບັດ ຜົນການພົບປະ ລະຫວ່າງ ທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ໃນປີທີ່ຜ່ານມາ ໃຫ້ປະກົດຜົນເປັນຈິງ. ການພົບປະດັ່ງກ່າວ, ໄດ້ດຳເນີນດ້ວຍບັນຍາກາດທີ່ອົບອຸ່ນ, ມີຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ເປັນຢ່າງດີ, ນອກຈາກນີ້, ສອງຝ່າຍ ເຫັນດີ ເພີ່ມທະວີຄວາມພະຍາຍາມຮ່ວມກັນ ໃນການຮ່ວມມືຂົງເຂດເສດຖະກິດ-ການຄ້າ ແລະ ການລົງທຶນ ໃນຕໍ່ໜ້າ ເນື່ອງຈາກວ່າ ຈຳນວນໂຕເລກ ການຮ່ວມມືໃນຂົງເຂດດັ່ງກ່າວ ຍັງບໍ່ທັນສູງເທົ່າທີ່ຄວນ. ພ້ອມນີ້, ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນແມ່ນ ພະລັງງານສະອາດ, ການທ່ອງທ່ຽວ, ການຂົນສົ່ງ (ທາງບົກ, ທາງອາກາດ ແລະ ທາງນໍ້າ) ແລະ ການພັດທະນາແບບຍືນຍົງ ເພື່ອເຮັດໃຫ້ການຮ່ວມມືໃນຂົງເຂດວຽກງານເຫຼົ່ານີ້ ສາມາດນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ຫຼາຍຂຶ້ນ.

ໃນໄລຍະດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບທ່ານ ເຊຣເກ ລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ຊຶ່ງສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນທັດສະນະ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ພ້ອມທັງ ຢືນຢັນ ຈະສືບຕໍ່ພົວພັນຮ່ວມມືກັນທຸກຂັ້ນ, ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທັງຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະ ໃນເວທີພາກພື້ນ ແລະ ສາກົນ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນຣັດເຊຍ ໃນຄັ້ງນີ້, ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ທ່ານ ອານາໂຕລີ ຕໍກູນົບ (Anatoly Torkunov) ອະທິການບໍດີມະຫາວິທະຍາໄລພົວພັນສາກົນ (MGIMO) ຊຶ່ງເຫັນວ່າ ມະຫາວິທະຍາໄລດັ່ງກ່າວ ເປັນມະຫາວິທະຍາໄລ ທີ່ມີຊື່ສຽງ ແລະ ຈັດຢູ່ໃນອັນດັບຕົ້ນໆຂອງຣັດເຊຍ ໂດຍມີການນຳຂັ້ນສູງ ຂອງ ສປປ ລາວ ຫຼາຍທ່ານ ເຄີຍໄປສຶກສາຮໍ່າຮຽນ ຢູ່ທີ່ນັ້ນ. ທ່ານ ອະທິການບໍດີ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ນັກສຶກສາລາວ ທີ່ໃຫ້ຄວາມສຳຄັນ ແລະ ມີຄວາມສົນໃຈໃນການມາສຶກສາຮ່ຳຮຽນ ຢູ່ມະຫາວິທະຍາໄລດັ່ງກ່າວ, ພ້ອມທັງ ແຈ້ງໃຫ້ຊາບວ່າ ລັດຖະບານຣັດເຊຍ ໄດ້ໃຫ້ທຶນການສຶກສາ ແກ່ນັກສຶກສາລາວ ໄປສຶກສາທີ່ຣັດເຊຍ ຈຳນວນ 100 ທຶນ/ປີ. ສ່ວນມະຫາວິທະຍາໄລພົວພັນສາກົນ (MGIMO) ກໍຍັງໄດ້ໃຫ້ທຶນການສຶກສາແກ່ບັນດາປະເທດສະມາຊິກອາຊຽນ ພາຍໃຕ້ຂອບການຮ່ວມມື ສູນອາຊຽນ-MGIMO ຕື່ມອີກ.

ນອກນັ້ນ, ຍັງໄດ້ພົບປະສອງຝ່າຍ ກັບທ່ານ ດິມິທຣີ ບາຄານ໊ອບ (Dmitry Bakanov) ຜູ້ອຳນວຍການໃຫຍ່ບໍລິສັດ ROSCOSMOS ແຫ່ງລັດ ແຫ່ງ ສະຫະພັນຣັດເຊຍ. ໃນໂອກາດດັ່ງກ່າວ, ບໍລິສັດ ROSCOSMOS ໄດ້ລາຍງານໃຫ້ຊາບ ກ່ຽວກັບ ຄວາມເປັນມາ ແລະ ພາລະບົດບາດ ຂອງບໍລິສັດ ໃນການດຳເນີນການ ແລະ ການປະກອບສ່ວນສຳຄັນ ຂອງບໍລິສັດນີ້ ໃຫ້ແກ່ ລັດຖະບານ ສະຫະພັນຣັດເຊຍ ໃນວຽກງານອາວະກາດ. ພ້ອມດຽວກັນນີ້, ຝ່າຍລາວ ໄດ້ສະແດງຄວາມສົນໃຈ ແລະ ແລກປ່ຽນຄວາມເຫັນ ຕໍ່ຄວາມເປັນໄປໄດ້ ໃນການສົ່ງນັກສຶກສາລາວ ໄປຮ່ຳຮຽນວິຊາອາວະກາດ ໃນອະນາຄົດອັນໃກ້.

ຄຽງຄູ່ກັນນີ້, ຍັງໄດ້ໄປຢ້ຽມຢາມບໍລິສັດ ROSATOM, ໂດຍໄດ້ພົບປະກັບ ທ່ານ ນິໂຄລາຍ ສະປາສກີ (Nikolay Spassky) ຮອງອໍານວຍການບໍລິສັດດັ່ງກ່າວ ຊຶ່ງບໍລິສັດ ໄດ້ລາຍງານໃຫ້ຊາບ ກ່ຽວກັບໜ້າທີ່ວຽກງານ ແລະ ການບໍລິການ ກ່ຽວກັບ ພະລັງງານສະອາດ, ພ້ອມທັງ ແຈ້ງໃຫ້ຝ່າຍລາວຊາບ ວຽກງານບຸລິມະສິດຕົ້ນຕໍ ໃນວຽກງານຄວາມປອດໄພ, ການກະກຽມບຸກຄະລາກອນ, ວິທີປ້ອງກັນເຫດ ກ່ຽວກັບການນຳໃຊ້ພະລັງງານໄຟຟ້າປະລາມານູ ໂດຍສັນຕິ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ ໃນການຮ່ວມມືພັດທະນາພະລັງງານສະອາດ ແລະ ການຮ່ວມມືພະລັງງານໄຟຟ້າປະລາມານູ ໂດຍສັນຕິ ໃນອະນາຄົດ.

ຂ່າວ-ພາບ: ກຕທ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ