site-cover (15)
ຣັດເຊຍ ປະກາດຢຸດຍິງໃນຢູເຄຣນຊົ່ວຄາວ 3 ວັນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 29 April, 2025
ໝວດ: ຂ່າວ

ລັດເຊຍປະກາດຢຸດຍິງໃນຢູເຄຣນຊົ່ວຄາວເປັນເວລາ 3 ວັນ ຫຼື 72 ຊົ່ວໂມງ

 

ໃນຊ່ວງລະຫວ່າງວັນທີ 8 – 11 ພຶດສະພາ ນີ້ ໂດຍກົງກັບຊ່ວງການສະຫຼອງວັນແຫ່ງໄຊຊະນະຂອງອະດີດສະຫະພາບໂຊວຽດແລະສຳພັນທະມິດ ຈາກສົງຄາມໂລກຄັ້ງທີ 2 ເຊິ່ງປີນີ້ຄົບຮອບ 80 ປີ

 

ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຖະແຫຼງປະກາດຢຸດຍິງໃນຢູເຄຣນຊົ່ວຄາວເປັນເວລາ 3 ວັນ ຫຼື 72 ຊົ່ວໂມງ ໂດຍທຳນຽບປະທານາທິບໍດີຣັດເຊຍ ລະບຸວ່າ ການຢຸດຍິງຈະເກີດຂຶ້ນລະຫວ່າງວັນທີ 8 – 11 ພຶດສະພາ ນີ້ ໂດຍກົງກັບຊ່ວງການສະຫຼອງວັນແຫ່ງໄຊຊະນະຂອງອະດີດສະຫະພາບໂຊວຽດແລະສຳພັນທະມິດ ຈາກສົງຄາມໂລກຄັ້ງທີ 2 ເຊິ່ງປີນີ້ຄົບຮອບ 80 ປີ

 

ພ້ອມລະບຸດ້ວຍວ່າ ການຕັດສິນໃຈດັ່ງກ່າວພິຈາລະນາຈາກເຫດຜົນດ້ານມະນຸດສະທຳ ແລະ ຢູເຄຣນຄວນຍຶດເອົາລັດເຊຍເປັນຕົວຢ່າງ.


ລັດເຊຍໂຈມຕີກຸງຄີວ ຂີປະນາວຸດ-ໂດຣນຖະຫລົ່ມໜັກສຸດໃນຮອບ 9 ເດືອນ ເສຍຊີວິດ 12 ຄົນ

 

ລັດເຊຍໂຈມຕີກຸງຄີວດ້ວຍຂີປະນາວຸດ ແລະ ໂດຣນ ເປັນການໂຈມຕີທີ່ໜັກທີ່ສຸດໃນຮອບ 9 ເດືອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 12 ຄົນ

 

ທ່າທີດັ່ງກ່າວເຮັດໃຫ້ຢູເຄຣນຮຽກຮ້ອງໃຫ້ການຢຸດຍິງເກີດຂຶ້ນຕໍ່ເນື່ອງຢ່າງໜ້ອຍ 30 ວັນແລະໃຫ້ມີຜົນທັນທີ ເຊິ່ງໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຣນ ລະບຸວ່າ ໂລກບໍ່ຕ້ອງການລໍການຢຸດຍິງຈົນເຖິງວັນທີ 8 ພຶດສະພານີ້

 

ຂະນະທີ່ທຳນຽບຂາວລະບຸວ່າ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ຕ້ອງການເຫັນການຢຸດຍິງຖາວອນ ແລະ ຍັງເປີດເຜີຍດ້ວຍວ່າ ຜູ້ນຳສະຫະລັດຮູ້ສຶກຫົວເສຍກັບຜູ້ນຳລັດເຊຍຫຼາຍຂຶ້ນເລື້ອຍໆ

 

ເມື່ອບໍ່ດົນມານີ້ ຣັດເຊຍເພິ່ງປະກາດຢຸດຍິງເປັນໄລຍະສັ້ນໆ ນານ 30 ຊົ່ວໂມງມາແລ້ວຄັ້ງໜຶ່ງເມື່ອຊ່ວງມື້ອີສເຕີ້

 

ແຕ່ທັງຣັດເຊຍແລະຢູເຄຣນຕ່າງກ່າວຫາວ່າ ອີກຝ່າຍລະເມີດປະກາດຢຸດຍິງ ໂດຍມີຄວາມພະຍາຍາມຢຸດຍິງໃນສົງຄາມທີ່ຍືດເຍື້ອຫຼາຍກວ່າ 3 ປີນີ້ແລ້ວກວ່າ 20 ຄັ້ງ ແຕ່ລະຄັ້ງມັກລົ້ມເຫຼວພາຍໃນໄລຍະເວລາອັນສັ້ນ ຫຼືເກີດການລະເມີດຂໍ້ຕົກລົງກັນພາຍໃນຫຼັກນາທີ

 

ຄວາມເຄື່ອນໄຫວນີ້ເກີດຂຶ້ນບໍ່ດົນຫຼັງເກົາຫຼີເໜືອປະກາດວ່າ ສົ່ງທະຫານເຂົ້າຮ່ວມຮົບໃນສົງຄາມຢູເຄຣນຄຽງຂ້າງຣັດເຊຍຈິງ ໂດຍສື່ທາງການເກົາຫຼີເໜືອ ລາຍງານວ່າ ປະຕິບັດການຂອງກຳລັງພົນເກົາຫຼີເໜືອໃນພູມິພາກຄູສຄ໌ສຳເລັດລົງແລ້ວດ້ວຍໄຊຊະນະ ເຊິ່ງນັບເປັນການອອກມາຍອມຮັບການມີສ່ວນຮ່ວມເປັນຄັ້ງທຳອິດ

 

ກ່ອນໜ້ານີ້ຢູເຄຣນລະບຸວ່າ ເກົາຫຼີເໜືອສົ່ງທະຫານຮ່ວມຮົບທັງໝົດ 14,000 ນາຍ ໃນຈຳນວນນີ້ແບ່ງເປັນຜັດແລກ 11,000 ນາຍ ແລະອີກ 3,000 ນາຍສົ່ງໄປເສີມກຳລັງເມື່ອເພ່ຍງພ້ຳໃນສົມລະພູມິ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ