site-cover (18)
"ທຣຳ" ຈະຫຼຸດຜົນກະທົບພາສີລົດຍົນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 30 April, 2025

ສ​ະ​ຫະ​ລັດ​ອາ​ເມ​ລິ​ກາ 29 ເມ​ສາ – ລັດ​ຖະ​ບານ​ສະ​ຫະ​ລັດ​ຈະ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ການ​ເພີ່ມ​ພາ​ສີ​ນຳ​ເຂົ້າ​ລົດ​ຍົນ ໂດຍ​ການ​ຜ່ອນ​ຜັນ​ການ​ເກັບ​ພາ​ສີ​ບາງ​ສ່ວນ​ສຳ​ລັບ​ອະ​ໄຫຼ່​ຈາກ​ຕ່າງ​ປະ​ເທດ​ທີ່​ໃຊ້​ໃນ​ການ​ຜະ​ລິດ​ລົດ​ຍົນ​ໃນ​ສະ​ຫະ​ລັດ ແລະ ຈະ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ເກັບ​ພາ​ສີ​ຊໍ້າ​ຊ້ອນ​ກັບ​ພາ​ສີ​ອື່ນໆ ສຳ​ລັບ​ລົດ​ຍົນ​ນຳ​ເຂົ້​າ.

 

ທຳ​ນຽບ​ຂາວ​ສະ​ຫະ​ລັດ​ໄດ້​ເຜີຍ​ແຜ່​ຖ້ອຍ​ແຖລງ​ຂອງ​ທ່ານ Howard Lutnick ລັດ​ຖະ​ມົນ​ຕີ​ການ​ຄ້າ​ໃນ​ມື້​ນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ Donald Trump ກຳ​ລັງ​ສ້າງ​ຄວາມ​ເປັນ​ຫຸ້ນ​ສ່ວນ​ທີ່​ສຳ​ຄັນ​ກັບ​ທັງ​ຜູ້​ຜະ​ລິດ​ລົດ​ຍົນ​ພາຍ​ໃນ​ປະ​ເທດ ແລະ ຄົນ​ເຮັດ​ວຽກ​ຊາວ​ອາ​ເມ​ລິ​ກາ.

 

ຂໍ້​ຕົກ​ລົງ​ນີ້​ເປັນ​ໄຊ​ຊະ​ນະ​ຄັ້ງ​ໃຫຍ່​ໃນ​ການ​ດຳ​ເນີນ​ນະ​ໂຍ​ບາຍ​ການ​ຄ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Trump, ເປັນ​ການ​ຕອບ​ແທນ​ບໍ​ລິ​ສັດ​ທີ່​ຜະ​ລິດ​ລົດ​ໃນ​ສະ​ຫະ​ລັດ ແລະ ໃຫ້​ໂອ​ກາດ​ແກ່​ຜູ້​ຜະ​ລິດ​ທີ່​ສະ​ແດງ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ລົງ​ທຶນ ແລະ ຂະ​ຫຍາຍ​ການ​ຜະ​ລິດ​ໃນ​ສະ​ຫະ​ລັດ.

 

ກ່ອນ​ໜ້າ​ນີ້ ໜັງ​ສື​ພິມ Wall Street Journal ໄດ້​ລາຍ​ງານ​ຂ່າວ​ນີ້​ເປັນ​ແຫ່ງ​ທຳ​ອິດ​ວ່າ ບໍ​ລິ​ສັດ​ລົດ​ຍົນ​ທີ່​ຈ່າຍ​ພາ​ສີ​ແລ້ວ ຈະ​ບໍ່​ຕ້ອງ​ເສຍ​ພາ​ສີ​ຊໍ້າ​ຊ້ອນ​ຈາກ​ການ​ທີ່​ສະ​ຫະ​ລັດ​ເພີ່ມ​ພາ​ສີ​ສິນ​ຄ້າ​ນຳ​ເຂົ້າ​ອື່ນ ເຊັ່ນ: ເຫຼັກ ແລະ ອາ​ລູ​ມິ​ນຽມ ແລະ ຈະ​ມີ​ການ​ຄືນ​ພາ​ສີ​ຊໍ້າ​ຊ້ອນ​ທີ່​ຈ່າຍ​ໄປ​ແລ້ວ.

 

 

ກ່ຽວກັບຜູ້ຜະລິດລົດຍົນໄດ້ສະແດງຄວາມຄາດຫວັງເມື່ອວານນີ້ວ່າ ຜູ້ນຳສະຫະລັດຈະປະກາດມາດຕະການຫຼຸດຜ່ອນຜົນກະທົບຂອງພາສີລົດຍົນກ່ອນເດີນທາງໄປລັດມິຊິແກນໃນມື້ນີ້ ເພື່ອສະຫຼອງການດຳລົງຕຳແໜ່ງຄົບ 100 ວັນທຳອິດ. ລັດນີ້ມີຄວາມສຳຄັນໃນແງ່ຂອງການເປັນທີ່ຕັ້ງຂອງບໍລິສັດລົດຍົນຍັກໃຫຍ່ 3 ແຫ່ງຂອງສະຫະລັດ ແລະ ເປັນທີ່ຕັ້ງຂອງບໍລິສັດຊັບພລາຍເອີລາຍໃຫຍ່ທີ່ກ່ຽວຂ້ອງກັບລົດຍົນຫຼາຍກວ່າ 1,000 ແຫ່ງ.

 

ປະທານາທິບໍດີທຣຳໄດ້ປະກາດເມື່ອວັນທີ 26 ມີນາຕາມເວລາສະຫະລັດວ່າ ຈະເພີ່ມພາສີລົດຍົນນຳເຂົ້າທັງໝົດໃນອັດຕາຮ້ອຍລະ 25 ມີຜົນຕັ້ງແຕ່ວັນທີ 3 ເມສາ. ສ່ວນພາສີອະໄຫຼ່ລົດຍົນຮ້ອຍລະ 25 ຈະເພີ່ມພາຍໃນວັນທີ 3 ພຶດສະພາ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
ຢ່າລື່ມກົດຕິດຕາມ