Copy of site cover (34)
ການແຜ່ຂະຫຍາຍຂອງ Ransomware ທົ່ວໂລກ ກະຕຸ້ນຄວາມຕ້ອງການລະບົບສຳຮອງຂໍ້ມູນ
ຮຽບຮຽງໂດຍ:kaling
ເຜີຍແຜ່: 30 April, 2025

Synology ຊີ້ວ່າ ransomware ກາຍເປັນໄພຄຸກຄາມຕໍ່ເສດຖະກິດໂລກ ຫຼັງຈາກ Casio ບໍລິສັດຊັ້ນນຳຖືກໂຈມຕີຈົນລະບົບລົ້ມແລະຂໍ້ມູນຮົ່ວໄຫຼ ເຊິ່ງກະຕຸ້ນໃຫ້ອົງກອນຕ່າງໆຮີບລົງທຶນໃນລະບົບປົກປ້ອງຂໍ້ມູນ. ຜົນການກວດສອບພົບວ່າກວ່າ 50% ຂອງອົງກອນຍັງບໍ່ພ້ອມຮັບມືກັບໄພທາງໄຊເບີ ເນື່ອງຈາກຂາດຊັບພະຍາກອນ IT. ໃນຂະນະທີ່ກົດໝາຍ PDPA ໃນໄທເລັ່ງໃຫ້ທຸກອົງກອນຈັດຕັ້ງແຜນປ້ອງກັນຂໍ້ມູນຢ່າງຄອບຄຸມ, ໜ່ວຍງານພາກລັດແລະເອກະຊົນອາດຖືກປັບສູງສຸດເຖິງ 5 ລ້ານບາດຫາກລະເມີດ PDPA. ດ້ານ Synology ເປີດຕົວ ActiveProtect ໂຊລູຊັນໃໝ່, ອຸປະກອນຈັດເກັບຂໍ້ມູນທີ່ຈະປົກປ້ອງຂໍ້ມູນຈາກ ransomware ແລະຊ່ວຍໃຫ້ການຈັດການຂໍ້ມູນສຳຮອງເປັນໄປຢ່າງມີປະສິດທິພາບ ສອດຄ່ອງກັບແນວທາງ Cyber Security ລະດັບອົງກອນ.

ເມື່ອເດືອນຕຸລາທີ່ຜ່ານມາ, Casio ບໍລິສັດຍັກໃຫຍ່ຈາກຍີ່ປຸ່ນປະສົບເຫດການທາງໄຊເບີ ສົ່ງຜົນໃຫ້ລະບົບຂັດຂ້ອງເປັນເວລາກວ່າໜຶ່ງອາທິດ ແລະມີການເຂົ້າເຖິງຂໍ້ມູນພະນັກງານແລະລູກຄ້າໂດຍບໍ່ໄດ້ຮັບອະນຸຍາດ. ເຫດການນີ້ເປັນພາບສະທ້ອນຂອງສະຖານະການທີ່ອົງກອນທົ່ວໂລກກຳລັງປະເຊີນຢູ່ໃນປັດຈຸບັນ, ເຊິ່ງຂໍ້ມູນໄດ້ກາຍເປັນຊັບສິນທີ່ສຳຄັນຢ່າງຍິ່ງ. ອົງກອນຕ່າງໆຈຶ່ງໃຫ້ຄວາມສຳຄັນກັບການປົກປ້ອງຂໍ້ມູນຫຼາຍຂຶ້ນ. ເຖິງຢ່າງໃດກໍຕາມ, ທີມງານດ້ານ IT ຂອງຫຼາຍອົງກອນຍັງຄົງປະເຊີນກັບຄວາມທ້າທາຍຕ່າງໆ ບໍ່ວ່າຈະເປັນຄວາມຊັບຊ້ອນໃນການຜະສານຮາດແວແລະຊອຟແວຈາກຜູ້ຜະລິດຫຼາຍລາຍເພື່ອສ້າງໂຊລູຊັນ, ການຈັດການກັບຊ່ອງໂຫວ່ດ້ານຄວາມປອດໄພ ແລະຂະບວນການກວດສອບຄວາມຖືກຕ້ອງຂອງຂໍ້ມູນທີ່ຍຸ້ງຍາກ. ໃນປີ 2025 ໄພຄຸກຄາມທາງໄຊເບີຍັງຄົງເປັນປະເດັນສຳຄັນ, ອົງກອນທີ່ໃຫ້ຄວາມສຳຄັນກັບການວາງແຜນແລະດຳເນີນການມາດຕະການປົກປ້ອງຂໍ້ມູນເຊິງຮຸກ ຈະສາມາດຫຼຸດຜົນກະທົບຈາກໄພຄຸກຄາມເຫຼົ່ານີ້ແລະຮັກສາຄວາມຕໍ່ເນື່ອງທາງທຸລະກິດໄດ້.

ຫຼາຍປະເທດໄດ້ມີການອອກກົດໝາຍໃໝ່ຫຼືປັບປຸງກົດໝາຍໃນຊ່ວງ 4-5 ປີທີ່ຜ່ານມາ. ພາຍໃຕ້ PDPA, ໜ່ວຍງານທີ່ຝ່າຝືນຈະຖືກປັບ 1 ລ້ານບາດ ຫາກໃຊ້ຂໍ້ມູນສ່ວນບຸກຄົນໂດຍບໍ່ໄດ້ຮັບອະນຸຍາດ ແລະສູງສຸດເຖິງ 5 ລ້ານບາດ ສຳລັບການເກັບ, ໃຊ້ ຫຼືເປີດເຜີຍຂໍ້ມູນສ່ວນບຸກຄົນທີ່ມີຄວາມລະອຽດອ່ອນໂດຍຜິດກົດໝາຍ. ດ້ວຍເຫດທີ່ ransomware ອາດກໍ່ໃຫ້ເກີດຄວາມສູນເສຍຢ່າງຮ້າຍແຮງຕໍ່ທຸລະກິດ, ອົງກອນຕ່າງໆຈຶ່ງເລັ່ງຊອກຫາໂຊລູຊັນເພື່ອເສີມການປົກປ້ອງຂໍ້ມູນແລະກຽມຄວາມພ້ອມຮັບມືກັບໄພໄຊເບີ.

ຟິລິບ ວອງ ປະທານເຈົ້າໜ້າທີ່ບໍລິຫານ ແລະປະທານບໍລິສັດ ຊິນໂນໂລຈີ້ ຈຳກັດ (Synology) ເປີດເຜີຍວ່າ ActiveProtect ປອດໄພທີ່ຈະປິດຊ່ອງໂຫວ່ທາງໄຊເບີຂອງອົງກອນຫຼັກໆ 3 ດ້ານ ເພື່ອເສີມເກາະປ້ອງກັນທາງໄຊເບີໃຫ້ກັບອົງກອນ ຄື:

  1. Role-Based Access Control ກຳນົດສິດການເຂົ້າເຖິງຕາມບົດບາດໜ້າທີ່ ຮອງຮັບການເຊື່ອມຕໍ່ Windows AD/LDAP ຫຼຸດຄວາມສ່ຽງຈາກການກຳນົດສິດຜິດພາດ
  2. Device access management IP Restriction ຈຳກັດການເຂົ້າເຖິງ Backup Server ໃຫ້ສະເພາະ IP ທີ່ໄດ້ຮັບອະນຸຍາດ ປ້ອງກັນການໂຈມຕີຈາກພາຍນອກ
  3. Physical Isolation & Offline Backup ນອກຈາກການທຳແບັກອັບແບບ 3-2-1 ແລ້ວ, ເກັບຂໍ້ມູນ 3 ຊຸດ ບົນອຸປະກອນ 2 ປະເພດ ແລະ 1 ຊຸດນອກສະຖານທີ່, ອົງກອນຄວນມີການທຳ Offline backup ເພີ່ມເຕີມ ເພື່ອເພີ່ມຄວາມປອດໄພອີກຊັ້ນ. ເມື່ອເຊີບເວີຖືກຕັດການເຊື່ອມຕໍ່ຈາກເຄືອຂ່າຍ, ໂອກາດຖືກໂຈມຕີກໍຈະຫຼຸດລົງທັນທີ ເຮັດໃຫ້ອົງກອນສາມາດກູ້ຄືນຂໍ້ມູນໄດ້ທັນທີຫາກເກີດເຫດບໍ່ຄາດຝັນ.

ActiveProtect ລວມຮາດແວແລະຊອຟແວໄວ້ໃນເຄື່ອງດຽວ, ຊ່ວຍໃຫ້ທີມ IT ບໍ່ຕ້ອງປະກອບລະບົບເອງ, ພ້ອມລະບົບປະຕິບັດການໃນຕົວສຳລັບແບັກອັບ, ກູ້ຄືນ ແລະຈັດການຂໍ້ມູນຂ້າມໄຊຕ໌, ແລະຍັງຊ່ວຍໃຫ້ແອດມິນຈັດການເຊີບເວີແບັກອັບໄດ້ເຖິງ 2,500 ເຄື່ອງ, ຄວບຄຸມ Workload ໄດ້ສູງສຸດ 150,000 ງານ.

ນອກຈາກນີ້, ຟີເຈີເດັ່ນທີ່ເຮັດໃຫ້ ActiveProtect ຕອບໂຈດອົງກອນຍຸກໃໝ່ປະກອບດ້ວຍ Backup ພ້ອມ Deduplication Technology (ການຂະຈັດຂໍ້ມູນຊ້ຳຊ້ອນ) ປະຫຍັດແບນວິດ ແລະຕອບໂຈດການກູ້ຄືນຂໍ້ມູນຢ່າງວ່ອງໄວ, ການກວດສອບຂໍ້ມູນດ້ວຍ Btrfs checksums ຊ່ວຍກວດສອບແລະຊ່ອມແຊມຂໍ້ມູນເສຍຫາຍແບບອັດຕະໂນມັດ. ອົງກອນຍັງສາມາດສ້າງສະພາບແວດລ້ອມແບບ Sandbox ເພື່ອທົດສອບການກູ້ຄືນຂໍ້ມູນໂດຍບໍ່ກະທົບລະບົບຈິງ, ເພີ່ມຄວາມໝັ້ນໃຈໃນແຜນກູ້ຂໍ້ມູນ.

ອົງກອນສາມາດກວດສອບຂໍ້ມູນສຳຮອງໂດຍການສ້າງວິດີໂອເພື່ອຢືນຢັນວ່າອົງກອນສາມາດກູ້ຄືນຂໍ້ມູນຈາກໄພພິບັດໄດ້. ອົງກອນສາມາດກູ້ຄືນທັງລະບົບ, ໄຟລ໌ດ່ຽວ, physical-to-virtual (P2V) ແລະ virtual-to-virtual (V2V) ຕາມເປົ້າໝາຍເວລາໃນການກູ້ຄືນ (RTO) ໃນກໍລະນີທີ່ເກີດການໂຈມຕີດ້ວຍ ransomware.

“ເປົ້າໝາຍຂອງພວກເຮົາແມ່ນການກ້າວຂ້າມການຈັດເກັບຂໍ້ມູນແບບດັ້ງເດີມແລະໃຫ້ບໍລິການໂຊລູຊັນການຈັດການຂໍ້ມູນທີ່ປອດໄພແລະຄົບວົງຈອນ ເຊິ່ງຊ່ວຍໃຫ້ລູກຄ້າສາມາດຈັດການກັບຄວາມທ້າທາຍດ້ານຂໍ້ມູນຂອງພວກເຂົາດ້ວຍຄວາມໝັ້ນໃຈແລະງ່າຍດາຍ,” ຟິລິບ ວອງ ກ່າວທິ້ງທ້າຍ.

ປັດຈຸບັນ, Synology ໃຫ້ບໍລິການລູກຄ້າທຸລະກິດກວ່າ 260,000 ລາຍທົ່ວໂລກ, ຄອບຄຸມອຸດສາຫະກຳທີ່ມີຄວາມຕ້ອງການສູງ ເຊັ່ນ: ເຊມິຄອນດັກເຕີ, ການເງິນ, ການຜະລິດ, ການບິນ, ການປ້ອງກັນ, ແລະອື່ນໆ. ຫຼາຍກວ່າເຄິ່ງໜຶ່ງຂອງບໍລິສັດໃນ Fortune 500 ໃຫ້ຄວາມໄວ້ວາງໃຈໃນໂຊລູຊັນຂອງ Synology ສຳລັບການດຳເນີນງານປະຈຳວັນຂອງພວກເຂົາ, ແລະ Synology ຍັງໄດ້ຮັບຄະແນນລວມເຖິງ 4.7 ຈາກ 5 ໃນລາຍງານ 2025 Gartner Voice of the Customer.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ