
ອາລີບາບາ ເປີດໂຕໂມເດວ AI Qwen3 ຕະກູນໃໝ່ທີ່ສາມາດເຮັດວຽກໄດ້ທັງແບບຄິດວິເຄາະຢ່າງລະອຽດ ແລະ ຕອບສະໜອງຢ່າງວ່ອງໄວ ພ້ອມໃຫ້ດາວໂຫລດພາຍໃຕ້ລິຂະສິດແບບເປີດ
ອາລີບາບາ ເປີດໂຕ Qwen3 ໂມເດວ AI ໃໝ່ ມີປະສິດທິພາບທຽບເທົ່າຫຼືໃນບາງກໍລະນີດີກວ່າໂມເດວທີ່ດີທີ່ສຸດຂອງ Google ແລະ OpenAI. ໂມເດວສ່ວນຫຼາຍພ້ອມໃຫ້ດາວໂຫລດແລ້ວພາຍໃຕ້ລິຂະສິດແບບເປີດຢູ່ Hugging Face ແລະ GitHub ໂດຍມີຂະໜາດຕັ້ງແຕ່ 0.6 ພັນລ້ານເຖິງ 235 ພັນລ້ານພາຣາມິເຕີ, ເຊິ່ງໂດຍທົ່ວໄປໂມເດວທີ່ມີພາຣາມິເຕີຫຼາຍກວ່າຈະມີຄວາມສາມາດໃນການແກ້ບັນຫາທີ່ດີກວ່າ. ການເພີ່ມຂຶ້ນຂອງໂມເດວຈາກຈີນເຊັ່ນ Qwen ສ້າງແຮງກົດດັນໃຫ້ແລັບ AI ອາເມຣິກາຢ່າງ OpenAI ພັດທະນາເທັກໂນໂລຢີທີ່ມີຄວາມສາມາດຫຼາຍຂຶ້ນ ແລະ ນຳໄປສູ່ການໃຊ້ມາດຕະການຈຳກັດຄວາມສາມາດຂອງບໍລິສັດ AI ຈີນໃນການເຂົ້າເຖິງຊິບທີ່ຈຳເປັນສຳລັບການຝຶກຝົນໂມເດວ.
Qwen3 ເປັນໂມເດວແບບ “hybrid” ທີ່ສາມາດໃຊ້ເວລາຄິດວິເຄາະບັນຫາສັບຊ້ອນຫຼືຕອບຄຳຖາມງ່າຍໆໄດ້ຢ່າງວ່ອງໄວ ໂດຍຊ່ວຍໃຫ້ໂມເດວກວດສອບຂໍ້ເທັດຈິງໄດ້ດ້ວຍຕົນເອງຄ້າຍກັບ o3 ຂອງ OpenAI ແຕ່ແລກມາດ້ວຍຄວາມຊ້າ. ນອກຈາກນີ້, ບາງໂມເດວຍັງໃຊ້ສະຖາປັດຕະຍະກຳ mixture of experts (MoE) ທີ່ແບ່ງວຽກອອກເປັນວຽກຍ່ອຍ ແລະ ມອບໝາຍໃຫ້ “ຜູ້ຊ່ຽວຊານ” ສະເພາະດ້ານທີ່ນ້ອຍກວ່າ, ເພີ່ມປະສິດທິພາບການປະມວນຜົນ. Qwen3 ຮອງຮັບ 119 ພາສາ ຜ່ານການຝຶກຝົນເທິງຊຸດຂໍ້ມູນ 36 ລ້ານລ້ານໂທເຄັນ ດ້ວຍຕຳລາຮຽນ, ຂໍ້ມູນຄຳຖາມ-ຄຳຕອບ, ໂຄ້ດ ແລະ ຂໍ້ມູນທີ່ສ້າງໂດຍ AI.
ການປັບປຸງນີ້ຊ່ວຍໃຫ້ໂມເດວ Qwen3 ຂະໜາດໃຫຍ່ສຸດຢ່າງ Qwen-3-235B-A22B ເອົາຊະນະ OpenAI o3-mini ແລະ Google Gemini 2.5 Pro ເທິງແພລດຟອມການແຂ່ງຂັນໂປຣແກຣມມິ່ງ Codeforces, ລວມເຖິງເຮັດຄະແນນດີກວ່າໃນເກນມາດຕະຖານຄະນິດສາດ AIME ແລະ ການທົດສອບການໃຫ້ເຫດຜົນ BFCL. ຂະນະທີ່ໂມເດວ Qwen3-32B ຍັງຄົງແຂ່ງຂັນໄດ້ກັບໂມເດວເປີດ ແລະ ປິດຫຼາຍໂຕ, ລວມເຖິງ DeepSeek R1 ແລະ ເໜືອກວ່າ o1 ຂອງ OpenAI ໃນຫຼາຍການທົດສອບ, ໂດຍສະເພາະຢ່າງຍິ່ງໃນເກນມາດຕະຖານການຂຽນໂຄ້ດ LiveCodeBench. ນອກຈາກມີໂມເດວສຳລັບດາວໂຫລດໄດ້ຟຣີແລ້ວ, Qwen3 ຍັງມີໃຫ້ບໍລິການຜ່ານຜູ້ໃຫ້ບໍລິການຄລາວທັງ Fireworks AI ແລະ Hyperbolic.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














