Copy of site cover (36)
Roblox ແມ່ນຫຍັງ ແລະ ມີຄວາມປອດໄພສຳລັບເດັກນ້ອຍບໍ່? ເກມອອນລາຍທີ່ເປັນຫຼາຍກວ່າພຽງແຕ່ເກມ
ຮຽບຮຽງໂດຍ:kaling
ເຜີຍແຜ່: 30 April, 2025

ທ່ານເຄີຍສົງໄສບໍ່ວ່າເປັນຫຍັງລູກຂອງທ່ານຈິ່ງຕິດໜຶບກັບໜ້າຈໍຄືກັບວ່າມີພະລັງພິເສດດຶງດູດ? ໜຶ່ງໃນ “ຜູ້ຕ້ອງສົງໄສ” ອັນດັບຕົ້ນໆ ກໍ່ຄື Roblox, ແພລັດຟອມເກມອອນລາຍທີ່ນິຍົມຫຼາຍ ທີ່ບໍ່ພຽງແຕ່ເປັນເກມເທົ່ານັ້ນ ແຕ່ເປັນຈັກກະວານເສມືອນຈິງຂະໜາດໃຫຍ່ ທີ່ເປີດໂອກາດໃຫ້ເດັກນ້ອຍທົ່ວໂລກໄດ້ມາສ້າງສັນ, ຫຼິ້ນສະໜຸກ, ແລະ ສ້າງມິດຕະພາບຢ່າງອິດສະຫຼະ! ແຕ່ໃນໂລກດິຈິຕອນທີ່ບໍ່ມີຂອບເຂດນີ້, ພໍ່ແມ່ຍຸກໃໝ່ຈະສາມາດປ່ອຍໃຫ້ລູກທ່ອງໄປໂດຍບໍ່ມີທິດທາງໄດ້ແນວໃດ? ບົດຄວາມນີ້ຈະພາທ່ານເຈາະເລິກໂລກຂອງ Roblox, ຕັ້ງແຕ່ເຂົ້າໃຈສິ່ງທີ່ດຶງດູດລູກນ້ອຍ ໄປຈົນເຖິງສິ່ງທີ່ຄວນຮູ້ ແລະ ວິທີແກ້ໄຂ ເພື່ອໃຫ້ລູກຂອງທ່ານສາມາດສະໜຸກໄດ້ຢ່າງສ້າງສັນ ແລະ ປອດໄພ ໃນຂະນະທີ່ທ່ານເອງກໍ່ຫມົດຄວາມກັງວົນ! ກຽມພ້ອມເປີດປະຕູສູ່ໂລກຂອງ Roblox ໄປພ້ອມໆ ກັນເລີຍ!

Roblox ແມ່ນຫຍັງ?

Roblox ບໍ່ແມ່ນພຽງແຕ່ເກມ, ແຕ່ເປັນຄືກັບ “ໂລກອີກໃບ” ເທິງອິນເຕີເນັດ ທີ່ເດັກນ້ອຍສາມາດສ້າງເກມເອງກໍ່ໄດ້, ຫຼິ້ນເກມຂອງຄົນອື່ນກໍ່ສະໜຸກ, ແລະ ຍັງໄດ້ພົບເພື່ອນໃໝ່ໆ ຈາກທົ່ວໂລກ! ເປັນຫຍັງພໍ່ແມ່ຈຶ່ງໃຫ້ລູກຫຼິ້ນ? ມັນດີຫຼືບໍ່ດີຄືແນວໃດ? ແລ້ວຈະຄວບຄຸມແນວໃດບໍ່ໃຫ້ລູກຕິດຈໍຫຼາຍເກີນໄປ? ມາເບິ່ງກັນແບບງ່າຍໆ!

ເປັນຫຍັງ Roblox ຈຶ່ງນິຍົມໃນກຸ່ມເດັກນ້ອຍ ແລະ ຖືກໃຈພໍ່ແມ່ (ບາງຄົນ)?

  • ປ່ອຍພະລັງຄວາມຄິດສ້າງສັນ: ລູກທ່ານຈະໄດ້ເປັນນັກສ້າງເກມຕົວນ້ອຍ, ອອກແບບໂລກໃນຝັນໄດ້ຕາມໃຈຄິດ!
  • ໄດ້ຮຽນຮູ້ໂດຍບໍ່ຮູ້ຕົວ: ຫຼິ້ນເກມໄປ, ອາດໄດ້ຝຶກແກ້ບັນຫາ, ວາງແຜນ, ຫຼື ເຮັດວຽກຮ່ວມກັບໝູ່ໃນເກມ
  • ສັງຄົມອອນລາຍຂະໜາດໃຫຍ່: ເປັນບ່ອນໃຫ້ລູກໄດ້ພົບເພື່ອນໃໝ່ໆ (ທັງທີ່ຮູ້ຈັກ ແລະ ບໍ່ຮູ້ຈັກ), ຝຶກສົນທະນາ, ຝຶກຫຼິ້ນຮ່ວມກັນ
  • ເກມຫຼາກຫຼາຍຈົນເລືອກບໍ່ຖືກ: ມີເກມທຸກແນວໃຫ້ຫຼິ້ນ, ບໍ່ມີຄຳວ່າເບື່ອ!
  • ຫຼິ້ນຟຣີ!: ດາວໂຫຼດງ່າຍ, ຫຼິ້ນຟຣີເທິງມືຖື, ແທັບເລັດ, ຫຼື ຄອມພິວເຕີ (ແຕ່ອາດມີການຊື້ຂອງໃນເກມເພີ່ມເຕີມ)

ຂໍ້ດີ vs ຂໍ້ຄວນລະວັງຂອງ Roblox

ຂໍ້ດີ ຂໍ້ຄວນລະວັງ
ສ້າງສັນສຸດໆ: ລູກໄດ້ຄິດ, ໄດ້ອອກແບບ ເຈິພົບເຫດການບໍ່ດີ: ອາດມີເກມຫຼືຄົນທີ່ບໍ່ເໝາະສົມກັບເດັກ
ໄດ້ຮຽນຮູ້: ຝຶກສະໝອງ, ຝຶກເຮັດວຽກກັບຄົນອື່ນ ເສຍເງິນງ່າຍ: ມີລະບົບຊື້ຂອງໃນເກມ, ຕ້ອງລະວັງ!
ພົບເພື່ອນຫຼາຍ: ຝຶກເຂົ້າສັງຄົມອອນລາຍ ລົມກັບຄົນແປກໜ້າ: ອາດພົບຄົນທີ່ບໍ່ຫວັງດີ
ເກມຫຼາກຫຼາຍ: ຫຼິ້ນໄດ້ບໍ່ເບື່ອ ຕິດເກມງ່າຍ: ຫຼິ້ນດົນເກີນໄປອາດເສຍສຸຂະພາບ, ເສຍການຮຽນໄດ້
ຫຼິ້ນຟຣີ: ບໍ່ຕ້ອງເສຍເງິນຫຼາຍກໍ່ຫຼິ້ນໄດ້

ພໍ່ແມ່ຕ້ອງຮູ້! ກ່ອນປ່ອຍລູກເຂົ້າສູ່ໂລກ Roblox

  • ລອງຫຼິ້ນເອງກ່ອນ: ຈະໄດ້ຮູ້ວ່າລູກຫຼິ້ນຫຍັງ, ພົບຫຍັງແດ່ໃນເກມ
  • ຕັ້ງຄ່າ “ຜູ້ປົກຄອງ”: Roblox ມີລະບົບໃຫ້ພໍ່ແມ່ຄວບຄຸມການຫຼິ້ນຂອງລູກ ເຊັ່ນ: ຈຳກັດຄົນທີ່ຈະລົມກັບລູກ, ຈຳກັດເກມທີ່ລູກຫຼິ້ນ, ຫຼື ຄວບຄຸມການຊື້ຂອງ
  • ສອນລູກເລື່ອງຄວາມປອດໄພ: ພູດກັບລູກວ່າບໍ່ຄວນໃຫ້ຂໍ້ມູນສ່ວນຕົວກັບໃຜ, ບໍ່ຄວນລົມກັບຄົນແປກໜ້າທີ່ໜ້າສົງໄສ, ແລະ ຖ້າຮູ້ສຶກບໍ່ດີໃຫ້ບອກພໍ່ແມ່
  • ເບິ່ງເກມທີ່ລູກຫຼິ້ນ: ສົນໃຈແດ່ວ່າລູກຫຼິ້ນເກມແນວໃດ, ມີຄວາມຮຸນແຮງບໍ່
  • ກຳນົດເວລາຫຼິ້ນ: ຕົກລົງເວລາກັບລູກວ່າຈະຫຼິ້ນໄດ້ວັນລະເທົ່າໃດຊົ່ວໂມງ, ແລ້ວຕ້ອງເຮັດຕາມນັ້ນ
  • ເບິ່ງເງິນໃນເກມ: ຖ້າລູກຢາກຊື້ຂອງໃນເກມ, ຄວນກຳນົດງົບປະມານໃຫ້ຊັດເຈນ
  • ສອນລູກ “ລາຍງານ”: ຖ້າຮູ້ສຶກວ່າມີໃຜເຮັດສິ່ງບໍ່ດີ ຫຼື ພົບເກມທີ່ບໍ່ເໝາະສົມ, ໃຫ້ລູກກົດລາຍງານ
  • ຫຼິ້ນກັບລູກແດ່: ເປັນວິທີທີ່ດີທີ່ຈະໄດ້ຮູ້ວ່າລູກມັກຫຍັງ, ແລະ ຄອຍດູແລລູກໄປພ້ອມໆ ກັນ

ເຮັດແນວໃດບໍ່ໃຫ້ລູກ “ຕິດຈໍ” Roblox ຈົນເກີນໄປ?

  • ມີເວລາຫຼິ້ນທີ່ຊັດເຈນ: ຕົກລົງກັບລູກວ່າຈະຫຼິ້ນໄດ້ເວລາໃດ, ຫຼິ້ນໄດ້ດົນປານໃດ
  • ຫາກິດຈະກຳອື່ນເຮັດ: ຊວນລູກໄປຫຼິ້ນກິລາ, ອ່ານໜັງສື, ເຮັດກິດຈະກຳກັບຄອບຄົວ
  • ມີ “ໂຊນປອດມືຖື”: ເຊັ່ນ: ຕອນກິນເຂົ້າ, ໃນຫ້ອງນອນ, ບໍ່ຄວນຫຼິ້ນມືຖື
  • ພໍ່ແມ່ກໍ່ຕ້ອງບໍ່ຕິດຈໍ: ໃຫ້ລູກເຫັນວ່າເຮົາກໍ່ເຮັດກິດຈະກຳອື່ນ, ກໍ່ມີຫຼາຍຢ່າງກວ່າເກມໃນຈໍ
  • ລົມກັບລູກ: ຖາມວ່າມັກຫຍັງໃນ Roblox, ແລ້ວລອງຊອກກິດຈະກຳທີ່ຄ້າຍຄືກັນເຮັດນອກເກມ
  • ຊອກກິດຈະກຳທາງເລືອກ: ຊວນລູກເຮັດກິດຈະກຳໃໝ່ໆ ທີ່ໜ້າສົນໃຈ
  • ໃຊ້ແອັບຊ່ວຍຄວບຄຸມເວລາ: ມີແອັບທີ່ຊ່ວຍຈຳກັດເວລາຫຼິ້ນເກມໄດ້, ລອງຊອກມາໃຊ້ເບິ່ງ

ດັ່ງນັ້ນ, ຖ້າເຮົາຈະສະຫຼຸບເລື່ອງ Roblox ໄດ້ວ່າເປັນໂລກທີ່ສະໜຸກ ແລະ ສ້າງສັນ, ແຕ່ພໍ່ແມ່ຕ້ອງເອົາໃຈໃສ່ດູແລ, ຄວບຄຸມ, ແລະ ສອນລູກໃຫ້ຫຼິ້ນຢ່າງປອດໄພ ແລະ ມີຄວາມສົມດຸນ ເພື່ອໃຫ້ລູກໄດ້ຮັບປະໂຫຍດຈາກເກມຢ່າງແທ້ຈິງ ໂດຍບໍ່ເສຍການຮຽນ ແລະ ສຸຂະພາບ!

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (89)
ແຈ້ງການປິດນ້ຳປະປາຊົ່ວຄາວ ໃນເຂດເມືອງ ໄຊທານີ ວັນທີ 31 ພຶດສະພາ 2025
VP LANDSCAPE COVER - 2025-05-30T155146.682
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX
site_cover (87)
ຄະນະກຳມະການກຳກັບຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance
VP LANDSCAPE COVER - 2025-05-30T153929.861
ແຕ່ງຕັ້ງທ່ານ ຄໍາໜັ້ນ ສໍປະເສີດ ເປັນຮັກສາການເລຂາພັກເມືອງຍົມມະລາດ
site_cover (86)
ຄິມຈົງອຶນຄວບຄຸມການຊ້ອມຍິງປືນໃຫຍ່ ຈຳລອງສະຖານະການຄືກັບສົງຄາມຈິງ
VP LANDSCAPE COVER - 2025-05-30T150000.747
ຄາດ​ວ່າ ຕີ​ມໍເລັ​ດສະເຕ​ ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການພາຍ​ໃນ​ປີ​ນີ້
site_cover (84)
ຮູ້ຈັກ 5 ສະໝຸນໄພ ທີ່ຊ່ວຍໃຫ້ບໍ່ຢາກສູບຢາ
site_cover (83)
ເກີດລະເບີດຮຸນແຮງທີ່ໂຮງງານສານເຄມີຈີນ ເສຍຊີວິດແລ້ວ 5 ຄົນ ບາດເຈັບຫຼາຍສິບຄົນ
site_cover (82)
ເລກນຳໂຊກປະຈຳຕົວ ຂອງຄົນທັງ 12 ລາສີ ເສີມພະລັງບວກໃຫ້ຊີວິດ
site_cover (81)
ຄ່າຍລົດຈີນ BYD ປະເຊີນວິກິດ! ບຣາຊີລຟ້ອງເຮັດໃຫ້ເສຍເງິນ 1.5 ພັນລ້ານ ຂໍ້ຫາຄ້າມະນຸດ-ໃຊ້ແຮງງານທາດ
ຢ່າລື່ມກົດຕິດຕາມ