site-cover (25)
ປາກິສຖານຂູ່ໃຊ້ 'ອາວຸດນິວເຄລຍ' ຕອບໂຕ້ ຫາກອິນເດຍຍົກທັບແກ້ແຄ້ນເຫດຂ້າໝູ່ນັກທ່ອງທ່ຽວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 April, 2025
ໝວດ: ຂ່າວ

ຄາວາຈາ ໂມຮັມມັດ ອາຊິຟ ລັດຖະມົນຕີປ້ອງກັນປະເທດປາກິສຖານ ໃນຊ່ວງຕົ້ນອາທິດ ຂູ່ວ່າຫາກອິນເດຍເປີດສາກລຸກລານທາງທະຫານ ແກ້ແຄ້ນເຫດໂຈມຕີກໍ່ການຮ້າຍນອງເລືອດສັງຫານນັກທ່ອງທ່ຽວ 26 ຄົນໃນດິນແດນແຄຊເມຍຂອງອິນເດຍເມື່ອອາທິດທີ່ແລ້ວ, ປາກິສຖານຈະເລືອກໜົນທາງແຫ່ງການໃຊ້ອາວຸດນິວເຄລຍ ໃນກໍລະນີທີ່ມັນກໍ່ໄພຂົ່ມຂູ່ຕໍ່ການຢູ່ລອດຂອງປະເທດຊາດ

 

ອາຊິຟ ເນັ້ນຢ້ຳວ່າໄດ້ມີການຕັດສິນໃຈທາງຍຸດທະສາດຕ່າງໆນາໆເປັນທີ່ຮຽບຮ້ອຍແລ້ວ ແຕ່ບໍ່ຂໍລົງລາຍລະອຽດໃນເລື່ອງກ່ຽວກັບໄພຂົ່ມຂູ່ທີ່ໃກ້ມາເຖິງແລ້ວ ຈາກຄວາມເປັນໄປໄດ້ທີ່ອິນເດຍຈະເປີດປະຕິບັດການທາງທະຫານລຸກລານປາກິສຖານ.

 

ອິນເດຍ ກ່າວໂທດ ປາກິສຖານ ສຳລັບການໃຊ້ການສະໜັບສະໜູນພວກກໍ່ການຮ້າຍ ແຕ່ອິສລາມາບັດປະຕິເສດຄວາມກ່ຽວຂ້ອງ ແລະ ຮຽກຮ້ອງຂໍໃຫ້ມີການສືບສວນຢ່າງເປັນທາງການ, ແລະ ທ່າມກາງຄວາມຕຶງຄຽດທີ່ລຸກລາມບານປາຍ, ອາຊິຟ ຢືນຢັນວ່າປາກິສຖານຢູ່ໃນພາວະລະມັດລະວັງຂັ້ນສູງ ແລະ ພ້ອມສຳລັບລົງມືທາງຍຸດທະສາດໃດໆ.

 

ເຫດໂຈມຕີຂອງພວກນັກຮົບທີ່ຂ້ານັກທ່ອງທ່ຽວໄປ 26 ຄົນ ໄດ້ສ້າງຄວາມເດືອດໃນອິນເດຍ ຊາດທີ່ມີຊາວຮິນດູເປັນຄົນກຸ່ມໃຫຍ່, ເຊັ່ນດຽວກັບສຽງຮຽກຮ້ອງໃຫ້ຈັດການກັບປາກິສຖານ ຊາດທີ່ຄົນສ່ວນໃຫຍ່ເປັນຊາວມຸສລິມ.

 

ທັງນີ້ທີ່ຜ່ານມາ ອິນເດຍ ກ່າວຫາ ປາກິສຖານ ໃຫ້ການສະໜັບສະໜູນພວກນັກຮົບໃນແຄຊເມຍ, ແຄວ້ນທີ່ທັງ 2 ຝ່າຍຕ່າງກ່າວອ້າງວ່າເປັນສ່ວນໜຶ່ງຂອງດິນແດນ ແລະ ເຄີຍສູ້ຮົບເຮັດສົງຄາມແຍ່ງຊິງກັນມາແລ້ວ 2 ຄັ້ງ.

 

“ພວກເຮົາໄດ້ເສີມກຳລັງກອງກຳລັງຂອງພວກເຮົາ ເພາະວ່າກຳລັງມີບາງຢ່າງເກີດຂຶ້ນແບບປັດຈຸບັນທັນດ່ວນ.

 

ດ້ວຍສະຖານະການດັ່ງກ່າວ, ຈຶ່ງຈຳເປັນຕ້ອງມີການຕັດສິນໃຈທາງຍຸດທະສາດບາງຢ່າງ.

 

ດັ່ງນັ້ນ, ການຕັດສິນໃຈເຫຼົ່ານີ້ຈຶ່ງເກີດຂຶ້ນ” ລັດຖະມົນຕີປ້ອງກັນປະເທດປາກິສຖານບອກກັບຣອຍເຕີ ລະຫວ່າງໃຫ້ສຳພາດໃນອິສລາມາບັດ.

 

ອາຊິຟ ບອກວ່າດ້ວຍການທີ່ອິນເດຍໃຊ້ວາທະກຳໜັກໜ່ວງຂຶ້ນເລື້ອຍໆ ທາງກອງທັບປາກິສຖານຈຶ່ງບັນຍາຍສະຫຼຸບແກ່ລັດຖະບານ ກ່ຽວກັບຄວາມເປັນໄປໄດ້ທີ່ອິນເດຍຈະລົງມືໂຈມຕີ.

 

ເຖິງຢ່າງໃດກໍຕາມ, ເຂົາບໍ່ໄດ້ໃຫ້ລາຍລະອຽດວ່າເປັນຫຍັງຈຶ່ງຄິດວ່າການລຸກລານຂອງອິນເດຍໃກ້ເຂົ້າມາແລ້ວ.

 

ຕາມຫຼັງເຫດໂຈມຕີນັກທ່ອງທ່ຽວໃນແຄຊເມຍ, ອິນເດຍລະບຸຕົວນັກຮົບຜູ້ຕ້ອງສົງໄສ 2 ຄົນ ວ່າເປັນຊາວປາກິສຖານ, ແຕ່ທາງອິສລາມາບັດຢືນຢັນວ່າພວກເຂົາບໍ່ໄດ້ກ່ຽວຂ້ອງໃດໆ ແລະ ຮຽກຮ້ອງຂໍການສືບສວນທີ່ເປັນກາງ.

 

ຄວາມຂັດແຍ້ງລະຫວ່າງປາກິສຖານກັບອິນເດຍຮອບຫຼ້າສຸດໂຫມກະຂຶ້ນ ຈາກກໍລະນີທີ່ພວກກໍ່ການຮ້າຍໂຈມຕີເມືອງພາຮາລແກມ ຊຶ່ງໄດ້ຊື່ວ່າເປັນດິນແດນສະຫວັນ ແລະ ຈຸດໝາຍປາຍທາງຍອດນິຍົມຂອງແຄຊເມຍ ເມື່ອວັນອັງຄານທີ່ແລ້ວ, ສັງຫານຜູ້ຄົນໄປຢ່າງໜ້ອຍ 26 ຄົນ, ສ່ວນໃຫຍ່ເປັນນັກທ່ອງທ່ຽວ ແລະ ມີຜູ້ໄດ້ຮັບບາດເຈັບອີກຫຼາຍຄົນ.

 

ຫຼັງເກີດເຫດໄດ້ມີການຍົກລະດັບຄວາມໝັ້ນຄົງທົ່ວຮ່ອມພູ, ໂດຍສະເພາະໃນແຫຼ່ງທ່ອງທ່ຽວສຳຄັນໆ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ