site-cover (28)
"ທຣຳ" ກ່າວໂທດວ່າ GDP ຫຼຸດລົງເປັນຜົນມາຈາກລັດຖະບານຊຸດກ່ອນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 May, 2025
ໝວດ: ຂ່າວ

ຜູ້ນຳສະຫະລັດ ປະຊຸມຄະນະລັດຖະມົນຕີຫຼັງເຮັດວຽກມາຄົບ 100 ວັນ, ຊື່ນຊົມຄວາມສຳເລັດດ້ານນະໂຍບາຍຜູ້ອົບພະຍົບ ແລະ ພາສີ ເຖິງແມ່ນວ່າເສດຖະກິດໄຕມາດຫຼ້າສຸດຈະຫົດຕົວເປັນຄັ້ງທຳອິດໃນຮອບ 3 ປີ ພ້ອມກ່າວໂທດວ່າລັດຖະບານຊຸດກ່ອນຖິ້ມບັນຫາເສດຖະກິດໄວ້

 

ເມື່ອວັນທີ 30 ເມສາ 2025, ໂດນັລ ທຣຳ ປະທານາທິບໍດີສະຫະລັດ ເປັນປະທານການປະຊຸມຄະນະລັດຖະມົນຕີ ຫຼັງຈາກອອກເດີນສາຍພົບປະຊາຊົນໃນໂອກາດຄົບຮອບ 100 ວັນໃນການດຳລົງຕຳແໜ່ງຜູ້ນຳປະເທດສະໄໝທີ 2.

 

ທຣຳ ກ່າວຊົມເຊີຍຄວາມສຳເລັດຂອງນະໂຍບາຍຕ່າງໆ ຂອງລັດຖະບານ ທັງການຈັດການບັນຫາຜູ້ອົບພະຍົບ ແລະ ມາດຕະການພາສີ ລວມເຖິງທຸລະກິດຕ່າງໆ ທີ່ຫັນມາລົງທຶນໃນປະເທດ.

 

ທ່າທີດັ່ງກ່າວຂອງທຣຳ ມີຂຶ້ນຫຼັງຈາກສຳນັກງານວິເຄາະເສດຖະກິດສະຫະລັດ ເປີດເຜີຍລາຍງານຊີ້ວ່າ ເສດຖະກິດສະຫະລັດໃນຊ່ວງໄຕມາດທຳອິດຂອງປີນີ້ ຫົດຕົວລົງເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ຕັ້ງແຕ່ປີ 2022 ຈາກການບໍລິໂພກທີ່ຊະລໍຕົວລົງຢ່າງຊັດເຈນ.

 

ການປະຊຸມຄະນະລັດຖະມົນຕີໃນຫ້ອງປະຊຸມທຳນຽບຂາວ ໃນກຸງວໍຊີງຕັນ ດີ.ຊີ ວັນທີ່ 30 ເມສາ 2025

 

 

ທຣຳກ່າວໂທດວ່າ ການຫົດຕົວຂອງຈີດີພີຄັ້ງນີ້ເປັນຜົນຈາກການເຮັດວຽກຂອງລັດຖະບານຊຸດກ່ອນຂອງ ໂຈ ໄບເດັນ ໂດຍຈີດີພີສະຫະລັດໄຕມາດນີ້ປັບຕົວຫຼຸດລົງ 0.3% ໃນຂະນະທີ່ການຈັບຈ່າຍຂອງຜູ້ບໍລິໂພກເພີ່ມຂຶ້ນ 1.8% ຊຶ່ງເປັນອັດຕາການເຕີບໂຕທີ່ຕໍ່າທີ່ສຸດຕັ້ງແຕ່ກາງປີ 2023.

 

ໃນຂະນະດຽວກັນ, ການໃຊ້ຈ່າຍຂອງລັດຖະບານກາງສະຫະລັດທີ່ຫຼຸດລົງ ຕາມນະໂຍບາຍຕັດຫຼຸດງົບປະມານຂອງທຣຳ ທີ່ຫຼຸດການຈ້າງງານແລະການເຮັດສັນຍາຕ່າງໆລົງ.

 

ດ້ານການຄ້າລະຫວ່າງປະເທດ, ຍອດສົ່ງອອກສຸດທິປັບລົງຫຼຸດເກືອບ 5% ຊຶ່ງເປັນຍອດລາຍໄດ້ໄຕມາດທີ່ຫຼຸດລົງຕໍ່າສຸດເປັນປະຫວັດການ ຕັ້ງແຕ່ເກັບສະຖິຕິມາໃນປີ 1947.

 

ສ່ວນໜຶ່ງເປັນຜົນຈາກການນຳເຂົ້າທີ່ພຸ່ງສູງຂຶ້ນ ຈາກຄວາມກັງວົນຂອງທຸລະກິດຕ່າງໆ ກ່ຽວກັບມາດຕະການພາສີທີ່ກະຕຸ້ນການນຳເຂົ້າໃນຊ່ວງສັ້ນໆ ກ່ອນການຂຶ້ນພາສີມີຜົນບັງຄັບໃຊ້ ເຮັດໃຫ້ຍອດນຳເຂົ້າເພີ່ມຂຶ້ນສູງສຸດຕັ້ງແຕ່ໄຕມາດ 3 ຂອງປີ 2020 ຫຼື ຊ່ວງທີ່ໂລກເລີ່ມກັບມາຄ້າຂາຍອີກຄັ້ງຫຼັງການລະບາດຂອງໂຄວິດ-19 ຜ່ອນຄາຍ.

 

ເຊັ່ນດຽວກັບການລົງທຶນທີ່ເຕີບໂຕຂຶ້ນສວນທາງກັບພາບລວມ ເນື່ອງຈາກພາກເອກະຊົນ ຫຼາຍທຸລະກິດມີການສັ່ງຊື້ສິນຄ້າຫຼາຍຂຶ້ນ ແລະ ກັກຕຸນສິນຄ້າໃນຄັງຫຼາຍຂຶ້ນ.

 

ເຖິງແມ່ນວ່າຕົວເລກເສດຖະກິດໃນໄຕມາດນີ້ຈະສະທ້ອນພາບທີ່ຫຼາກຫຼາຍ ແຕ່ນັກວິເຄາະບາງສ່ວນຍັງເບິ່ງວ່າ ເສດຖະກິດສະຫະລັດມີແນວໂນ້ມເຕີບໂຕຢ່າງຕໍ່ເນື່ອງ ໂດຍໄຕມາດສຸດທ້າຍຂອງປີ 2024 ຈີດີພີໂຕຕໍ່ເນື່ອງ 2.4%.

 

“ມັສກ໌” ສວມໝວກ 2 ໃບກາງວົງປະຊຸມ ຄຣມ.

 

ຊ່ວງເວລາຜ່ອນຄາຍໃນການປະຊຸມຄະນະລັດຖະມົນຕີ ເມື່ອວັນທີ 30 ເມສາ ທີ່ຜ່ານມາ ເມື່ອອີລອນ ມັສກ໌ ມະຫາເສດຖີເບີໜຶ່ງຂອງໂລກ ປະກົດຕົວໃນຫ້ອງປະຊຸມພ້ອມໝວກທີ່ຊ້ອນກັນ 2 ໃບ ເຖິງແມ່ນວ່າຈະບໍ່ໄດ້ດຳລົງຕຳແໜ່ງລັດຖະມົນຕີໃນລັດຖະບານຊຸດນີ້ ເຮັດໃຫ້ເກີດຮອຍຍິ້ມຈາກປະທານາທິບໍດີໂດນັລດ໌ ທຣຳ ທີ່ປ່ອຍມຸກຍ້ອງວ່າ “ເປັນຄົນດຽວທີ່ເຮັດແບບນີ້ແລ້ວຍັງລອດ”

 

ສ່ວນມັສກ໌ຕອບກັບວ່າ ປະຊາຊົນບອກວ່າຕົວເອງສວມໝວກຫຼາຍໃບ ຊຶ່ງກໍແມ່ນຄວາມຈິງເພາະໝວກຂອງລາວເອງຍັງມີໝວກໃຫ້ສວມອີກເທື່ອໜຶ່ງເລີຍ. ໂອກາດນີ້ທຣຳຍັງອອກປາກຊວນມັສກ໌ໃຫ້ເຮັດວຽກຢູ່ກັບລັດຖະບານໃຫ້ໄດ້ດົນເທົ່າທີ່ຕ້ອງການ ເພາະລາວຮູ້ວ່າອີກບໍ່ດົນລາວກໍຈະຢາກກັບໄປເຮັດບໍລິສັດລົດຍົນ.

 

ກ່ອນໜ້ານີ້, ມັສກ໌ປະກາດຫຼຸດບົດບາດໃນກະຊວງປະສິດທິພາບລັດຖະບານ (DOGE) ລົງ ຫຼັງຜົນປະກອບການໄຕມາດທຳອິດຂອງເທສລາຊ້ຳໜັກຈາກຫຼາຍປັດໄຈ ພ້ອມລາຄາຫຸ້ນທີ່ດິ່ງລົງຕໍ່ເນື່ອງ.

 

 

ຢູເຄຣນ-ສະຫະລັດຯ ບັນລຸຂໍ້ຕົກລົງຊັບພະຍາກອນທຳມະຊາດ

 

ໃນວົງປະຊຸມນີ້ຜູ້ນຳສະຫະລັດຯ ຍັງເປີດເຜີຍວ່າ ມາຣ໌ກ ຄາຣ໌ເນ ນາຍົກລັດຖະມົນຕີການາດາ ໄດ້ໂທລະສັບແສດງຈຸດຢືນຊັດເຈນວ່າຕ້ອງການເຈລະຈາກັນທັນທີຫຼັງຊະນະການເລືອກຕັ້ງ ພ້ອມລະບຸວ່າຕົນໄດ້ສະແດງຄວາມຍິນດີກັບຜົນການເລືອກຕັ້ງແລ້ວ ແລະ ກ່າວຊື່ນຊົມຄາຣ໌ເນວ່າ “ໜ້າຮັກຫຼາຍ” ໂດຍມີກຳນົດຢ້ຽມຢາມທຳນຽບຂາວ ໄວໆນີ້ ບໍ່ເກີນອາທິດໜ້າ.

 

ໃນອີກຄວາມເຄື່ອນໄຫວສຳຄັນ, ສະຫະລັດຯ ກຳລັງຈະລົງນາມຂໍ້ຕົກລົງເລື່ອງແຮ່ກັບຢູເຄຣນໃນມື້ນີ້ ໂດຍນາຍົກລັດຖະມົນຕີຢູເຄຣນ ເປີດເຜີຍວ່າ ລັດຖະມົນຕີເສດຖະກິດຢູເຄຣນກຳລັງເດີນທາງໄປຍັງສະຫະລັດຯ.

 

ລາຍງານກ່ອນໜ້ານີ້ລະບຸວ່າ ທັງສອງຝ່າຍບໍ່ລົງລອຍກັນໃນເງື່ອນໄຂບາງປະການ ຫຼັງການຫາລືມາຍາວນານຫຼາຍອາທິດ ແລະ ມີການແກ້ໄຂຂໍ້ຕົກລົງໃນນາທີສຸດທ້າຍ ແລະ ຫຼ້າສຸດສະຫະລັດຯ ແລະ ຢູເຄຣນລົງນາມຂໍ້ຕົກລົງຊັບພະຍາກອນທຳມະຊາດກັນແລ້ວ ໂດຍສະຫະລັດຯ ປະກາດເລີ່ມຄວາມຮ່ວມມືທາງເສດຖະກິດກັບຢູເຄຣນ ຊຶ່ງຂໍ້ຕົກລົງດັ່ງກ່າວຈະເປີດທາງໃຫ້ສະຫະລັດຯ ເຂົ້າເຖິງຊັບພະຍາກອນແຮ່ຫາຍາກຂອງຢູເຄຣນໄດ້.

 

ກະຊວງການຄັງສະຫະລັດຯ ລະບຸດ້ວຍວ່າ ທັງສອງປະເທດຕົກລົງຕັ້ງກອງທຶນການລົງທຶນເພື່ອການຟື້ນຟູ ຊຶ່ງຂໍ້ຕົກລົງດັ່ງກ່າວຈະເຮັດໃຫ້ສອງປະເທດຮ່ວມມືກັນເພື່ອການພັດທະນາໃນດ້ານຕ່າງໆ ລວມເຖິງການຟື້ນຟູຢູເຄຣນທີ່ເສຍຫາຍຈາກສົງຄາມ.

 

ທັງນີ້, ຂໍ້ຕົກລົງດັ່ງກ່າວມີການຫາລືມາຕັ້ງແຕ່ເດືອນກຸມພາ ແຕ່ຖືກເລື່ອນອອກໄປຫຼາຍຄັ້ງ ຫຼັງການປະທະຄາລົມລະຫວ່າງຜູ້ນຳສະຫະລັດຯ ແລະ ຢູເຄຣນ ຊຶ່ງການເຈລະຈາດຳເນີນມາຢ່າງຕໍ່ເນື່ອງ ກະທັ້ງຜູ້ນຳສອງປະເທດໄດ້ຈັບເຂົ່າລົມກັນຊ່ວງອາທິດທີ່ຜ່ານມາໃນພິທີປົງພະສົບສົມເດັດພະສັນຕະປາປາຟຣານຊິສ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ