
ຕະເວັນສາຍ ພີ.ເຄ.ແສນໄຊຯ ຕອບກັບເພຈມັກເວົ້າ ກ່າວຫາລົ້ມມວຍ ໄຟຕ໌ແພ້ ມາຊາອາກິ ໂນອິຣິ
ວັນທີ 29 ເມສາ 2025 ຄວາມເຄື່ອນໄຫວ ຕະເວັນສາຍ ພີ.ເຄ.ແສນໄຊມວຍໄທຍິມ ທີ່ເພິ່ງກັບຈາກການສໍາມະນາມວຍໄທໃນປະເທດສະຫະລັດອາເມຣິກາ ໂດຍກ່ອນໜ້ານີ້ “ຊ້າຍດາຣາ” ເພິ່ງແພ້ນັອກໃຫ້ ມາຊາອາກິໂນອິຣິ ນັກຊົກຊາວຍີ່ປຸ່ນ ໃນສຶກ ONE172 ມາອອກລາຍການຜ່ານຊ່ອງຢູທູບຂອງ ສິນສະໝຸດ ສ.ກິ່ນມີ ພ້ອມກັບ ປຕທ.ອະພິຊາດຟາມ ແລະ ນາບິນ ອານານ
ໜຶ່ງໃນເລື່ອງທີ່ຖືກເວົ້າເຖິງຄືການຖືກກ່າວຫາວ່າລົ້ມມວຍໂດຍນັກເລັງຄີບອດ ຊຶ່ງເລື່ອງນີ້ຖືເປັນເລື່ອງທີ່ ຕະເວັນສາຍ ຍອມຮັບບໍ່ໄດ້ ຈຶ່ງໃຫ້ທະນາຍຈັດການແລ້ວ
ຕະເວັນສາຍ ກ່າວວ່າ “ຂ້ອຍເປັນຄົນທີ່ບໍ່ມັກເລີຍກັບຄໍາວ່າລົ້ມມວຍ ຄົນຄືຂ້ອຍບໍ່ມີລົ້ມມວຍ ຄໍາວ່າລົ້ມມວຍສໍາລັບນັກມວຍມັນເປັນຄໍາທີ່ແຮງຫຼາຍໆ ເໝືອນກັບດ່າພໍ່ດ່າແມ່ເລີຍ”
“ໃຜວ່າອັນໃດຂ້ອຍບໍ່ເຄີຍສົນໃຈ ແຕ່ມີຄົນໜຶ່ງໃນຫາວ່າຂ້ອຍລົ້ມມວຍແລ້ວເອົາຍອດເອັນເກຈເມັນ ຄົນເບິ່ງຫຼາຍເປັນລ້ານ ຂ້ອຍເລັ່ນທ່ານແນ່ ຂ້ອຍໃຫ້ທະນາຍຂ້ອຍຈັດການແລ້ວ ອື່ນໆ ຂ້ອຍບໍ່ເຄີຍສົນໃຈ ແຕ່ເຄສນີ້ແຮງເກີນໄປ”
ຂໍ້ມູນຂ່່າວ: https://www.thairath.co.th/sport/fightsport/muaythai/2855488
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














