ວາຕະໄພ ຫຼື ພາຍຸລົມແຮງຈັດໜັກທີ່ສຸດຖະຫຼົ່ມກຸງເວລລິງຕັນ ເມືອງຫຼວງນິວຊີແລນໃນວັນນີ້ (1 ພຶດສະພາ) ເຮັດໃຫ້ກຸງເວລລິງຕັນປະກາດເຕືອນໄພວາຕະໄພລະດັບສູງສຸດສີແດງເປັນຄັ້ງທຳອິດ ນັບຕັ້ງແຕ່ເລີ່ມໃຊ້ລະບົບເຕືອນໄພວາຕະໄພມາຕັ້ງແຕ່ປີ 2019 ຫຼື ເມື່ອ 6 ປີກ່ອນ
ເຮັດໃຫ້ກຸງເວລລິງຕັນຕ້ອງຍົກເລີກທ່ຽວບິນ, ເຮືອຂ້າມຟາກລະຫວ່າງເກາະເໜືອ-ເກາະໃຕ້ຢຸດເດີນເຮືອ, ສະພາເມືອງປິດ ແລະ ປິດໂຮງຮຽນ, ປິດຖະໜົນໃນເມືອງຫຼວງນິວຊີແລນໃນມື້ນີ້.
ສະພາບອາກາດຮຸນແຮງສຸດຂັ້ນຖະຫຼົ່ມຫຼາຍພື້ນທີ່ນິວຊີແລນ ລວມເຖິງກຸງເວລລິງຕັນ ເມືອງຫຼວງ ແລະ ເກາະໃຕ້ຂອງນິວຊີແລນ ເຮັດໃຫ້ເກີດນ້ຳຖ້ວມເກາະໃຕ້ ຫຼັງຝົນຕົກໜັກ 24 ຊົ່ວໂມງໃນມື້ນີ້.
ດ້ານສະຖາບັນວິໄຈນ້ຳແລະບັນຍາກາດແຫ່ງຊາດນິວຊີແລນ (NIWA) ລາຍງານວ່າ ເກີດພາຍຸລົມແຮງຈັດຄວາມໄວລົມສະເລ່ຍ 87 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງແຮງສຸດໃນຮອບ 12 ປີນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ສ່ວນຄວາມໄວລົມກະໂຊກສູງສຸດຢູ່ທີ່ 160 ກິໂລແມັດຕໍ່ຊົ່ວໂມງ.
ໃນກຸງເວລລິງຕັນ, ຍົກເລີກທ່ຽວບິນທັງຂາເຂົ້າຂາອອກເກືອບທັງໝົດທີ່ສະໜາມບິນນານາຊາດເວລລິງຕັນໃນມື້ນີ້.
ເຮືອເຟີຣີ່ທີ່ແລ່ນລະຫວ່າງເກາະເໜືອກັບເກາະໃຕ້ຢຸດເດີນເຮືອ ສ່ວນສະພາເມືອງເວລລິງຕັນປິດທຳການໃນວັນນີ້ ລວມໄປເຖິງສະຖາບັນການສຶກສາ, ມະຫາວິທະຍາໄລວິກຕໍເຣຍແຫ່ງເວລລິງຕັນແລະໂຮງຮຽນປິດຮຽນທັງໝົດ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |