site-cover (37)
ເຝົ້າລະວັງ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາ ບໍ່ໃຫ້ແຜ່ລະບາດເຂົ້າມາ ສປປລາວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 5 May, 2025
ໝວດ: ຂ່າວ

ກະຊວງກະສິກຳ ແລະ ປ່າໄມ້ ອອກແຈ້ງການ ເລື່ອງ ເພີ່ມທະວີການເຝົ້າລະວັງ ແລະ ຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໄຂ້ເລືອດດຳ ບໍ່ໃຫ້ແຜ່ລາມເຂົ້າມາ ສປປ ລາວ.

 

ເນື່ອງຈາກພົບການລະບາດຂອງພະຍາດໄຂ້ເລືອດດຳໃນສັດລ້ຽງຢູ່ແຂວງມຸກດາຫານ ປະເທດໄທ ເຊິ່ງເປັນພະຍາດຕິດຕໍ່ຮ້າຍແຮງທີ່ເກີດກັບສັດລ້ຽງລູກດ້ວຍນ້ຳນົມ ແລະ ສາມາດຕິດຕໍ່ສູ່ຄົນໄດ້.

 

ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ອອກແຈ້ງການດັ່ງນີ້:

 

  • ໃຫ້ໂຈະການນຳເຂົ້າ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສັດປະເພດ ງົວ, ຄວາຍ, ມ້າ, ໝູ, ແກະ ແລະ ແບ້ ຈາກປະເທດໄທຢ່າງເດັດຂາດ ຈົນກວ່າສະພາບການລະບາດຈະກັບຄືນສູ່ສະພາບປົກກະຕິ.

 

  • ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດຢ່າງເຂັ້ມງວດຢູ່ດ່ານຕ່າງໆ ແລະ ດຳເນີນການສີດພົ່ນຢາຂ້າເຊື້ອພາຫະນະທີ່ເຂົ້າມາຈາກປະເທດໄທ.

 

  • ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງ ແຈ້ງການໃຫ້ອຳນາດການປົກຄອງບ້ານ, ໜ່ວຍງານສັດຕະວະແພດບ້ານ, ຜູ້ປະກອບການ ແລະ ຊາວກະສິກອນ ເພີ່ມທະວີການເຝົ້າລະວັງ ແລະ ຕິດຕາມສັດລ້ຽງຢ່າງໃກ້ຊິດ ແລະ ແຈ້ງເຈົ້າໜ້າທີ່ເມື່ອພົບເຫັນສັດທີ່ສົງໃສວ່າຕິດພະຍາດ. ຫ້າມຜ່າຊາກສັດຕາຍ ແລະ ນຳຊີ້ນສັດຕາຍໄປບໍລິໂພກ ແລະ ຂາຍ.

 

  • ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດໄຂ້ເລືອດດຳ ແລະ ແນະນຳການດູແລຮັກສາສຸຂະພາບສັດ, ການປ້ອງກັນພະຍາດ ແລະ ການອະນາໄມບ່ອນຢູ່ອາໄສຂອງສັດລ້ຽງ.

 

  • ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນຳຂະແໜງການທີ່ກ່ຽວຂ້ອງ ລົງເຄື່ອນໄຫວສັກຢາວັກຊິນປ້ອງກັນພະຍາດໃຫ້ສັດລ້ຽງຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ໂດຍສະເພາະໃນເຂດທີ່ມີຄວາມສ່ຽງສູງ ໃຫ້ສັກຢາປ້ອງກັນພະຍາດໄຂ້ເລືອດດຳຢ່າງຮີບດ່ວນ ແລະ ທົ່ວເຖິງ.

 

ຖ້າພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ໃຫ້ລາຍງານຕໍ່ຂັ້ນເທິງເພື່ອພິຈາລະນາ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ