site-cover (46)
ຣັດເຊຍສັ່ງປິດ 4 ສະໜາມບິນມົດສະໂກ ຖືກຢູເຄຣນໂຈມຕີດ້ວຍໂດຣນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 6 May, 2025
ໝວດ: ຂ່າວ

ສະໜາມບິນຫຼັກ 4 ແຫ່ງຂອງນະຄອນຫຼວງມົດສະໂກ ຖືກປິດເປັນເວລາຫຼາຍຊົ່ວໂມງເພື່ອຄວາມປອດໄພ ຫຼັງຈາກຣັດເຊຍລະບຸວ່າຢູເຄຣນໄດ້ໂຈມຕີນະຄອນຫຼວງມົດສະໂກດ້ວຍໂດຣນເປັນຄືນທີສອງຕິດຕໍ່ກັນ

 

Rosaviatsia ເຊິ່ງເປັນໜ່ວຍງານກຳກັບດູແລການບິນຂອງຣັດເຊຍ ກ່າວຜ່ານເທເລແກຣມວ່າ ສະໜາມບິນຫຼັກ 4 ແຫ່ງຂອງນະຄອນຫຼວງມົດສະໂກຖືກປິດເປັນເວລາຫຼາຍຊົ່ວໂມງເພື່ອຄວາມປອດໄພ ແຕ່ຕໍ່ມາໄດ້ກັບມາເປີດທຳການອີກຄັ້ງ ຫຼັງຈາກຣັດເຊຍລະບຸວ່າຢູເຄຣນໄດ້ໂຈມຕີດ້ວຍໂດຣນເມື່ອຄືນທີ່ຜ່ານມາ ເປັນຄືນທີສອງຕິດຕໍ່ກັນ

 

ທ່ານເຊີເກ ໂຊເບຍນິນ ນາຍົກເທດສະມົນຕີນະຄອນຫຼວງມົສະໂກ ກ່າວຢູ່ໃນສື່ສັງຄົມອອນລາຍວ່າໂດຣນຂອງຢູເຄຣນຢ່າງໜ້ອຍ 19 ລຳ ຖືກທຳລາຍກ່ອນທີ່ຈະມາຮອດເມືອງ “ຈາກທິດທາງທີ່ແຕກຕ່າງກັນ” ເຂົາກ່າວວ່າເສດຊາກບາງສ່ວນຕົກລົງໃສ່ທາງຫຼວງສາຍຫຼັກສາຍໜຶ່ງທີ່ມຸ່ງໜ້າສູ່ເມືອງ ແຕ່ບໍ່ມີຜູ້ເສຍຊີວິດ

 

ຢູເຄຣນຍັງບໍ່ໄດ້ສະແດງຄວາມຄິດເຫັນ ແຕ່ນາຍົກເທດສະມົນຕີເມືອງຄາຣ໌ຄິຟກ່າວວ່າຣັດເຊຍໄດ້ໂຈມຕີເມືອງດ້ວຍໂດຣນມື້ຄືນນີ້ເຊັ່ນກັນ ລວມເຖິງໃນພື້ນທີ່ນະຄອນຫຼວງເຄຍຟດ້ວຍ ທ່ານໂອເລ ຄິເປີ ຜູ້ວ່າການເຂດໂອເດສຊາຂອງຢູເຄຣນ ກ່າວວ່າມີຜູ້ເສຍຊີວິດຈາກການໂຈມຕີດ້ວຍໂດຣນ 1 ຄົນ

 

 

ຣັດເຊຍລາຍງານການໂຈມຕີດ້ວຍໂດຣນຂອງຢູເຄຣນເປັນຄືນທີສອງຕິດຕໍ່ກັນ ໂດຍກະຊວງປ້ອງກັນປະເທດຂອງຣັດເຊຍລາຍງານວ່າໄດ້ທຳລາຍໂດຣນຂອງຢູເຄຣນໄປແລ້ວ 26 ລຳເມື່ອຄືນນີ້ ລາຍງານທີ່ຍັງບໍ່ໄດ້ຮັບການຢືນຢັນຈາກບລັອກເກີດ້ານທະຫານຂອງຣັດເຊຍລະບຸວ່າ

 

ໜ້າຕ່າງຂອງອະພາດເມັນທາງຕອນໃຕ້ຂອງມົດສະໂກໄດ້ຮັບຄວາມເສຍຫາຍ ນອກຈາກນະຄອນຫຼວງມົດສະໂກແລ້ວ ຜູ້ວ່າການເມືອງອື່ນໆ ຂອງຣັດເຊຍ ເຊັ່ນ: ເພນຊາ ແລະ ໂວໂຣເນສ ຍັງລາຍງານດ້ວຍວ່າຖືກໂດຣນໂຈມຕີເມື່ອຄືນວັນຈັນຈົນຮອດວັນອັງຄານ

 

ຕັ້ງແຕ່ຣັດເຊຍຮຸກຮານຢູເຄຣນເຕັມຮູບແບບເມື່ອກວ່າ 3 ປີກ່ອນ ຢູເຄຣນໄດ້ເປີດສາກໂຈມຕີຣັດເຊຍດ້ວຍໂດຣນຫຼາຍຄັ້ງ ໂດຍການໂຈມຕີຄັ້ງໃຫຍ່ທີ່ສຸດໃນເດືອນມີນາເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ລາຍງານດັ່ງກ່າວເກີດຂຶ້ນຫຼັງຈາກມີລາຍງານວ່າຢູເຄຣນພະຍາຍາມຂ້າມເຂດເຄີສກ໌ຂອງຣັດເຊຍອີກຄັ້ງ

 

ຢູເຄຣນກ່າວວ່າໄດ້ໂຈມຕີໜ່ວຍຄວບຄຸມໂດຣນໃນເຂດເຄີສກ໌ເມື່ອວັນອາທິດ ໃກ້ກັບບ້ານຕອຍຕ໌ຄິໂນຂອງຣັດເຊຍ ຕາມລາຍງານຂອງເສນາທິການທະຫານຢູເຄຣນ ເມື່ອເດືອນເມສາ ຣັດເຊຍກ່າວວ່າສາມາດຍຶດຄອງພື້ນທີ່ທັງໝົດໄດ້ອີກຄັ້ງ ຫຼື 9 ເດືອນຫຼັງຈາກກອງກຳລັງຢູເຄຣນເປີດສາກການຮຸກຮານຢ່າງກະທັນຫັນ ຢູເຄຣນຢືນຢັນວ່າຍັງມີທະຫານປະຕິບັດການຂ້າມຊາຍແດນ

 

ນອກຈາກນີ້, ໃນເມືອງເຄີສກ໌, ເຈົ້າໜ້າທີ່ຣັດເຊຍລາຍງານວ່າສະຖານີໄຟຟ້າໃນເມືອງຣິລສກ໌ບໍ່ມີໄຟຟ້າໃຊ້ເມື່ອວັນຈັນ ຫຼັງຈາກທີ່ໄດ້ຮັບຄວາມເສຍຫາຍຈາກການໂຈມຕີຂອງຢູເຄຣນ ອາເລັກຊານເດີ ຄິນຊໄຕນ໌ ຜູ້ວ່າການຮັກສາການພາກພື້ນເຄີສກ໌ ລະບຸໃນໂພສຕ໌ບົນເທເລແກຣມວ່າ ໝໍ້ແປງໄຟຟ້າ 2 ໜ່ວຍທີ່ສະຖານີໄຟຟ້າໃນເມືອງຣິລສກ໌ໄດ້ຮັບຄວາມເສຍຫາຍ

 

ດ້ານບລັອກເກີສາຍທະຫານຣັດເຊຍຫຼາຍຄົນລາຍງານວ່າ ກອງກຳລັງຢູເຄຣນພະຍາຍາມຂ້າມເຂົ້າໄປໃນເຮືອນ ໂດຍໂພສຕ໌ຮູບພາບຂອງຍານພາຫະນະທີ່ຜ່າກັບດັກລົດຖັງທີ່ຊາຍແດນ ໂດຍກອງກຳລັງຢູເຄຣນຍິງຂີປະນາວຸດຂ້າມຊາຍແດນ ແລະ ຂ້າມທຸ່ນລະເບີດດ້ວຍຍານພາຫະນະພິເສດ

 

ໃນຖະແຫຼງການເມື່ອວັນຈັນ, ຢູເຄຣນລະບຸວ່າ “9 ເດືອນຫຼັງຈາກເລີ່ມປະຕິບັດການເຄີສກ໌, ກອງກຳລັງປ້ອງກັນຂອງຢູເຄຣນຍັງຄົງຮັກສາກຳລັງທະຫານໄວ້ຢູ່ເທິງດິນແດນຂອງພາກພື້ນເຄີສກ໌ຂອງຣັດເຊຍ”

 

ເຖິງແມ່ນວ່າຈະຍັງບໍ່ມີການຕອບສະໜອງຢ່າງເປັນທາງການຈາກຣັດເຊຍ, ແຕ່ບລັອກເກີດ້ານການທະຫານບາງຄົນກໍໄດ້ເຜີຍແຜ່ແຜນທີ່ທີ່ສະແດງໃຫ້ເຫັນກອງກຳລັງຝ່າຍຕົງຂ້າມພະຍາຍາມຂ້າມຊາຍແດນໃນສອງສະຖານທີ່ໃນທິດທາງຂອງເມືອງເທດຄິໂນ ເຊິ່ງໃກ້ກັບທີ່ໜ່ວຍບັງຄັບບັນຊາໂດຣນທີ່ຖືກໂຈມຕີ ໃນຂະນະດຽວກັນ, ໃນເມືອງຊູມີ, ທາງການທ້ອງຖິ່ນໄດ້ຮຽກຮ້ອງໃຫ້ປະຊາຊົນອົບພະຍົບອອກຈາກນິຄົມສອງແຫ່ງ

 

ເດີມທີ, ຢູເຄຣນໄດ້ບຸກເຂົ້າໄປໃນເຄີສກ໌ຢ່າງກະທັນຫັນເມື່ອເດືອນສິງຫາ 2024 ເພື່ອສ້າງເຂດກັນຊົນ ແລະ ປົກປ້ອງຊູມີ ແລະ ພື້ນທີ່ໂດຍຮອບ ພ້ອມທັງຫວັງທີ່ຈະໃຊ້ພື້ນທີ່ດັ່ງກ່າວເປັນຂໍ້ຕໍ່ລອງໃນການເຈລະຈາໃນອະນາຄົດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ