site-cover (49)
ຮອບຮູ້ເລື່ອງ "ມັດຊະ" ດື່ມແນວໃດດີຕໍ່ສຸຂະພາບຫຼາຍທີ່ສຸດ?
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 6 May, 2025

ເຄື່ອງດື່ມຊະນິດທີ່ວ່າຊຶ່ງກຳລັງຮອດຮິດຕິດເທຣນໃນໂຊຊຽວມີເດຍ ກໍຄື “ມັດຊະ” (matcha) ຫຼື ຊາຂຽວທີ່ບົດເປັນຜົງລະອຽດ

 

ໂດຍບັນດາອິນຟລູເອັນເຊີໃນແພລັດຟອມຕ່າງໆ ບໍ່ວ່າຈະເປັນຕິກຕອກຫຼືອິນສຕາແກຣມ ຕ່າງກໍພາກັນໂຫມໂຄສະນາເຖິງຂໍ້ດີຂອງມັດຊະ ຈົນກາຍເປັນເຄື່ອງດື່ມທີ່ກຳລັງໄດ້ຮັບຄວາມນິຍົມຢ່າງສູງ ໂດຍສະເພາະຢ່າງຍິ່ງໃນກຸ່ມຄົນໜຸ່ມສາວເຈນຊີ (Gen Z) ທີ່ແຫ່ກັນໄປເຂົ້າຄິວຍາວໜ້າຄາເຟ່ຫຼືຮ້ານຊາ ເພື່ອລິ້ມລອງລົດຊາດຂອງມັດຊະທີ່ຊົງເປັນເຄື່ອງດື່ມຫຼາກຫຼາຍສູດ

 

ມັດຊະບໍ່ແມ່ນເຄື່ອງດື່ມຊະນິດທີ່ຄິດຄົ້ນຂຶ້ນໃໝ່ ເພາະມີການຜະລິດແລະບໍລິໂພກກັນມາແຕ່ໂບຮານໃນປະເທດຍີ່ປຸ່ນ ໂດຍການດື່ມຜົງຊາສີຂຽວສະຫວ່າງສົດໃສນີ້ ເປັນສ່ວນໜຶ່ງຂອງຂະນົບທຳນຽມທີ່ຝັງຮາກເລິກໃນວັດທະນະທຳແດນອາທິດອຸທັຍ ຊຶ່ງມັກຈະໃຊ້ມັດຊະໃນພິທີຊົງຊາ ແຕ່ປັດຈຸບັນຄົນລຸ້ນໃໝ່ນິຍົມດື່ມມັດຊະໃນຮູບແບບຂອງລາເຕ້ (latte) ຫຼື ການຊົງດ້ວຍນົມທັງຮ້ອນແລະເຢັນ ລວມທັງນຳໄປເຮັດເປັນຂອງຫວານ ຫຼື ແມ່ນກະທັ້ງປະສົມລົງໃນອາຫານເສີມຫຼືຜະລິດຕະພັນບຳລຸງຜິວ

 

ອັນທີ່ຈິງແລ້ວ ມັດຊະຄືຊາຂຽວ (green tea) ປະເພດໜຶ່ງ ຊຶ່ງເຮັດຈາກໃບຂອງຕົ້ນຊາ (Camellia sinensis) ທີ່ພາະປູກດ້ວຍວິທີພິເສດ ແຕ່ວ່າມັດຊະແຕກຕ່າງຈາກຊາຂຽວທົ່ວໄປທີ່ເຮົາຄຸ້ນເຄີຍ ຕົງທີ່ຊາຂຽວນັ້ນຄືໃບຊາແຫ້ງທີ່ບັນຈຸໃນກະປ໋ອງຫຼືຖົງຊາ ໂດຍມີລັກສະນະຄືກັບໃບຊາທີ່ພ້ອມຊົງດ້ວຍນ້ຳຮ້ອນຊະນິດອື່ນໆ ແຕ່ມັດຊະນັ້ນເປັນຍອດອ່ອນຂອງໃບຊາທີ່ບົດຈົນເປັນຜົງລະອຽດ ແລະ ມັກຈະຊົງດ້ວຍວິທີຕີກັບນ້ຳຮ້ອນຫຼືນົມຈົນເຂົ້າກັນດີ

 

ມິແຣນດາ ກາລາຕິ ນັກໂພຊະນາການຊາວແຄນາດາຜູ້ດູແລເວັບໄຊ Real Life Nutritionist ບອກວ່າ “ທີ່ຜ່ານມາມີການສຶກສາວິໄຈທາງວິທະຍາສາດຫຼາຍມາກ ທີ່ພິສູດເຖິງຄຸນປະໂຫຍດຂອງຊາຂຽວ ສ່ວນມັດຊະນັ້ນເປັນພຽງຊາຂຽວທີ່ມີຄວາມເຂັ້ມຂຸ້ນສູງກວ່າຊາຂຽວຊະນິດອື່ນໆ ແຕ່ຍັງຄົງຕ້ອງມີການສຶກສາວິໄຈເພີ່ມເຕີມຕໍ່ໄປ ເພື່ອພິສູດເຖິງຄຸນປະໂຫຍດຂອງມັດຊະວ່າເໜືອກວ່າຊາຂຽວທົ່ວໄປຫຼືບໍ່”

 

ປະໂຫຍດຕໍ່ສຸຂະພາບຂອງມັດຊະ

 

 

ມັດຊະອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ (antioxidants) ຊຶ່ງຊ່ວຍປົກປ້ອງເຊວຮ່າງກາຍບໍ່ໃຫ້ໄດ້ຮັບຄວາມເສຍຫາຍ ແລະ ຊ່ວຍຫຼຸດຄວາມສ່ຽງຕໍ່ການເຈັບເປັນພະຍາດຊຳເຮື້ອຫຼາຍຊະນິດ

ງານວິໄຈຊິ້ນໜຶ່ງທີ່ຕີພິມເຜີຍແຜ່ໂດຍທີມນັກວິທະຍາສາດຈາກມະຫາວິທະຍາໄລຄອນກຸກຂອງເກົາຫຼີໃຕ້ ຊີ້ວ່າມັດຊະມີສານຕ້ານອະນຸມູນອິດສະຫຼະຫຼາຍກວ່າຊາຂຽວທຳມະດາໄດ້ສູງສຸດເຖິງ 10 ເທົ່າ

ການທີ່ມັດຊະແລະຊາຂຽວຊະນິດອື່ນໆ ຜະລິດຈາກພືດໃນວົງດຽວກັນ ຈຶ່ງໜ້າຈະມີສານທີ່ເປັນປະໂຫຍດຕໍ່ສຸຂະພາບຢູ່ໃນປະລິມານໃກ້ຄຽງກັນດ້ວຍ

 

ໂດຍງານວິໄຈໃນອະດີດພົບວ່າ ສານຕ້ານອະນຸມູນອິດສະຫຼະປະລິມານສູງໃນຊາຂຽວນັ້ນຊ່ວຍຫຼຸດນ້ຳໜັກ ທັງຍັງຊ່ວຍເພີ່ມອັດຕາການເຜົາຜານສ້າງພະລັງງານ (ເມຕະບໍລິຊຶມ) ຂອງຮ່າງກາຍ ແລະ ຊ່ວຍກະຕຸ້ນການເຜົາຜານໄຂມັນ ເນື່ອງຈາກຊາຂຽວມີກາເຟອີນຢູ່ບໍ່ໜ້ອຍ

 

ເຄື່ອງດື່ມມັດຊະລາເຕ້ຫຼືມັດຊະໃສ່ນົມໜຶ່ງຈອກ ຊຶ່ງມີສ່ວນປະສົມຂອງຜົງມັດຊະຢູ່ລາວໜຶ່ງບ່ວງຊາ ອາດໃຫ້ສານກາເຟອີນໄດ້ລາວ 38-176 ມິລລິກຣາມ ຊຶ່ງຖືວ່າຍັງຕ່ຳກວ່າປະລິມານກາເຟອີນທີ່ໄດ້ຈາກກາເຟໜຶ່ງຈອກຫຼາຍ ເຖິງຢ່າງໃດກໍຕາມ ກາລາຕິບອກວ່ານັກໂພຊະນາການ

 

ຜູ້ບໍລິໂພກຈຳນວນຫຼາຍ ເຊື່ອວ່າມັດຊະສົ່ງຜົນຕໍ່ອາລົມໂດຍຊ່ວຍໃຫ້ສະຫງົບຈິດໃຈໄດ້ດີກວ່າກາເຟ ເພາະມີສານແອລ-ທີອະນີນ (L-Theanine) ປະສົມຢູ່ດ້ວຍ

 

“ສານແອລ-ທີອະນີນ ຄືກົດອະມິໂນໃນມັດຊະທີ່ມີປະໂຫຍດຕໍ່ລະບົບປະສາດ ຊ່ວຍຜ່ອນຄາຍຫຼຸດຄວາມກົດດັນວິຕົກກັງວົນ ແລະ ບັນເທົາອາການນອນບໍ່ຫຼັບ” ກາລາຕິກ່າວ

 

ຜົນການສຶກສາວິໄຈບາງຊິ້ນຍັງຊີ້ວ່າ ສານປະກອບຫຼາຍຊະນິດໃນມັດຊະ ທັງສານຕ້ານອະນຸມູນອິດສະຫຼະ, ຄລໍໂຣຟິລ, ກາເຟອີນ, ແລະ ແອລ-ທີອະນີນ ມີຄວາມເຊື່ອມໂຍງກ່ຽວຂ້ອງກັບສຸຂະພາບສະໝອງ ໂດຍອາດສົ່ງຜົນໃຫ້ການເຮັດວຽກຂອງສະໝອງດີຂຶ້ນ ໂດຍສະເພາະຢ່າງຍິ່ງກາເຟອີນນັ້ນ ຊ່ວຍກະຕຸ້ນລະບົບປະສາດສ່ວນກາງ ແລະ ເພີ່ມອັດຕາການເຜົາຜານສ້າງພະລັງງານໃນສະໝອງທຸກສ່ວນ ລວມທັງຊ່ວຍໃຫ້ຕື່ນຕົວສູງຂຶ້ນແລະມີຄວາມຈຳດີຂຶ້ນ

 

ຜົນວິໄຈຂອງມະຫາວິທະຍາໄລຊິຊຶໂອກະໃນຍີ່ປຸ່ນ ພົບວ່າມັດຊະອາດຊ່ວຍໃນເລື່ອງການຄິດວິເຄາະແລະເສີມສ້າງສະຕິປັນຍາ ໂດຍລາຍງານການວິໄຈທີ່ຕີພິມໃນວາລະສານ National Library of Medicine ລະບຸວ່າ ກຸ່ມທົດລອງທີ່ເປັນຄົນເຖົ້າ 12 ຄົນ ຊຶ່ງປະກອບດ້ວຍຊາຍເຖົ້າ 2 ຄົນ ແລະ ຍິງເຖົ້າ 10 ຄົນ ມີສັນຍານບົ່ງຊີ້ເຖິງການເຮັດວຽກຂອງສະໝອງທີ່ດີຂຶ້ນ ຫຼັງບໍລິໂພກຜົງມັດຊະວັນລະ 2 ກຣາມ ເປັນເວລາຕິດຕໍ່ກັນ 2 ເດືອນ

 

ຂໍ້ເສຍຂອງມັດຊະ

 

 

ມັດຊະເອງກໍເປັນແຫຼ່ງອາຫານທີ່ໃຫ້ກາເຟອີນສູງ ຈຶ່ງຄວນບໍລິໂພກແຕ່ພໍດີດ້ວຍຄວາມລະມັດລະວັງ ເພາະການທີ່ມັດຊະມີປະລິມານກາເຟອີນສູງຍິ່ງກວ່າຊາຂຽວຊະນິດທຳມະດານັ້ນ ຫາກເຜີບໍລິໂພກຫຼາຍເກີນໄປກໍອາດຈະສົ່ງຜົນເສຍ ເຊັ່ນໃຈສັ່ນ ນອນບໍ່ຫຼັບ ຫຼື ກະຕຸ້ນອາລົມກົດດັນວິຕົກກັງວົນໄດ້

 

ແມ່ນກາເຟອີນຈະມີຂໍ້ດີຄືຊ່ວຍໃຫ້ສົດຊື່ນຕື່ນຕົວ ແຕ່ການໄດ້ຮັບກາເຟອີນເຂົ້າສູ່ຮ່າງກາຍຫຼາຍເກີນໄປ ຈະກະຕຸ້ນການຫຼັ່ງຮໍໂມນອະດຣີນາລິນ ຊຶ່ງມີໜ້າທີ່ກຽມຄວາມພ້ອມໃຫ້ຮ່າງກາຍ “ສູ້ຫຼືໜີ” ໄດ້ຢ່າງສຸດກຳລັງ ເມື່ອເກີດເຫດສຸກເສີນຂຶ້ນ ຮໍໂມນດັ່ງກ່າວຊ່ວຍເພີ່ມພະລັງງານໃຫ້ຮ່າງກາຍໄດ້ຊົ່ວຄາວ ແຕ່ກໍນຳເຮົາໄປສູ່ພາວະກົດດັນວິຕົກກັງວົນດ້ວຍ

 

ປະລິມານກາເຟອີນສູງສຸດຕໍ່ວັນທີ່ນັກໂພຊະນາການແນະນຳໃຫ້ຄົນໄວຜູ້ໃຫຍ່ບໍລິໂພກ ຄືບໍ່ເກີນ 400 ມິລລິກຣາມ ຊຶ່ງໝາຍຄວາມວ່າບໍ່ຄວນດື່ມມັດຊະລາເຕ້ຫຼາຍເກີນກວ່າວັນລະ 1-2 ຈອກ ສ່ວນຄົນທີ່ໄວຕໍ່ກາເຟອີນເປັນພິເສດຫຼືມີຄວາມຕ້ານທານກາເຟອີນຕ່ຳ ມັດຊະອາດເປັນທາງເລືອກທີ່ດີກວ່າການດື່ມກາເຟ ນອກຈາກນີ້ ສານແອລ-ທີອະນີນໃນມັດຊະ ຍັງຊ່ວຍຫຼຸດການດູດຊຶມກາເຟອີນເຂົ້າສູ່ກະແສເລືອດດ້ວຍ

 

ເດີຕີ້ມັດຊະ” (Dirty Matcha) ແມ່ນຫຍັງ?

 

 

ເດີຕີ້ມັດຊະ (dirty matcha) ຫຼື “ມັດຊະສູດສົກກະປົກ”

 

ອາດບໍ່ໄດ້ເລວຮ້າຍເໝືອນກັບຊື່ຂອງມັນ ເພາະແທ້ຈິງແລ້ວເຄື່ອງດື່ມນີ້ກໍຄືມັດຊະໃສ່ນົມ ທີ່ເທກາເຟເອສເປຣສໂຊຕາມລົງໄປດ້ວຍໜຶ່ງຊັອດເປັນການປິດທ້າຍ

 

ນອກຈາກຈະຟັງຄືການທຳລາຍກິ່ນລົດຂອງມັດຊະແລ້ວ ຫຼາຍຄົນຍັງສົງໄສວ່າ ເຄື່ອງດື່ມນີ້ຈະມີກາເຟອີນຢູ່ຫຼາຍເກີນພິກັດໄປໜ້ອຍຫຼືບໍ່?

 

ຜູ້ຄິດຄົ້ນສູດເຄື່ອງດື່ມເດີຕີ້ມັດຊະອ້າງວ່າ ໄດ້ຜະສົມຜະສານຂໍ້ດີຂອງກາເຟອີນທີ່ຊ່ວຍໃຫ້ຕື່ນຕົວ ເຂົ້າກັບປະໂຫຍດຂອງມັດຊະທີ່ຊ່ວຍໃຫ້ຜ່ອນຄາຍສະຫງົບຈິດໃຈ ແຕ່ນັກໂພຊະນາການແຍ້ງວ່າ ການປະສົມກາເຟກັບມັດຊະຈະກະຕຸ້ນການຫຼັ່ງອະດຣີນາລິນໃຫ້ພຸ່ງສູງໄດ້ຢູ່ດີ

 

ເຖິງແມ່ນວ່າຜູ້ຄິດຄົ້ນເດີຕີ້ມັດຊະຈະອ້າງວ່າ ໄດ້ປັບປຸງສູດໃຫ້ “ຄລີນ” ຫຼື ດີຕໍ່ສຸຂະພາບຫຼາຍຂຶ້ນແລ້ວ ເພາະແອລ-ທີອະນີນໃນມັດຊະຈະເຮັດໃຫ້ກາເຟອີນຖືກປົດປ່ອຍເຂົ້າສູ່ກະແສເລືອດຢ່າງຊ້າໆ ແລະ ຕ້ອງບໍ່ດື່ມເດີຕີ້ມັດຊະເກີນວັນລະ 1 ຈອກ

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ