site-cover (50)
ຢູເຄຣນຖະຫລົ່ມຣັດເຊຍກ່ອນມື້ສວນສະໜາມ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 7 May, 2025

ມອສໂກ 6 ພຶດສະພາ – ຢູເຄຣນສົ່ງໂດຣນໂຈມຕີຣັດເຊຍຕໍ່ເນື່ອງເປັນຄືນທີສອງ ໃນຂະນະທີ່ຣັດເຊຍກຳລັງຈະມີງານສວນສະໜາມປະຈຳປີໃນອີກ 3 ວັນຂ້າງໜ້າ ເຊິ່ງຈະມີຜູ້ນຳຈາກຫຼາຍປະເທດມາຮ່ວມງານດ້ວຍ

 

ທ່ານເຊີເກ ໂຊບຢານິນ ເຈົ້າຕີກຸງມອສໂກ ລະບຸວ່າ ,ມື້ຄືນນີ້ຣັດເຊຍສາມາດທຳລາຍໂດຣນຂອງຢູເຄຣນໄດ້ຢ່າງໜ້ອຍ 19 ລຳ ກ່ອນທີ່ໂດຣນເຫຼົ່ານີ້ຈະໂຈມຕີເຖິງເປົ້າໝາຍ ຫຼັງຈາກເມື່ອຄືນວານນີ້ລະບົບປ້ອງກັນໄພທາງອາກາດຂອງຣັດເຊຍກໍຍິງສະກັດໂດຣນຂອງຢູເຄຣນໄປ 4 ລຳ.

 

ທ່ານໂຊບຢານິນເປີດເຜີຍດ້ວຍວ່າ ສະໜາມບິນທັງ 4 ແຫ່ງໃນກຸງມອສໂກຕ້ອງປິດທຳການຊົ່ວຄາວນານຫຼາຍຊົ່ວໂມງໃນວັນນີ້ເພື່ອຄວາມປອດໄພ.

 

ນອກຈາກນີ້ຍັງມີສະໜາມບິນອີກຫຼາຍແຫ່ງໃນເມືອງຕ່າງໆ ທີ່ຕ້ອງປິດທຳການໄປດ້ວຍ. ຂະນະທີ່ກະຊວງກະລາໂຫມລະບຸວ່າ ເມື່ອຄືນນີ້ສາມາດສະກັດໂດຣນຂອງຢູເຄຣນທົ່ວປະເທດໄດ້ເຖິງ 105 ລຳ.

 

ການໂຈມຕີກຸງມອສໂກຮອບນີ້ມີຂຶ້ນກ່ອນທີ່ຣັດເຊຍຈະຈັດການສວນສະໜາມເຊິ່ງເປັນງານໃຫຍ່ປະຈຳປີໃນວັນທີ 9 ພຶດສະພານີ້ ເພື່ອສະເຫຼີມສະຫຼອງໄຊຊະນະເໜືອກອງທັບນາຊີເຢຍລະມັນເມື່ອສະໄໝສົງຄາມໂລກຄັ້ງທີ 2 ເຊິ່ງງານນີ້ຈະມີຜູ້ນຳຈາກຫຼາຍປະເທດມາຮ່ວມງານດ້ວຍ ລວມທັງປະທານາທິບໍດີສີ ຈິ້ນຜິງ ຂອງຈີນທີ່ມີກຳນົດຢ້ຽມຢາມຣັດເຊຍຢ່າງເປັນທາງການລະຫວ່າງ 7-10 ພຶດສະພານີ້.

 

ເມື່ອເດືອນທີ່ຜ່ານມາ ປະທານາທິບໍດີປູຕິນໄດ້ປະກາດຢຸດຍິງຝ່າຍດຽວໃນຢູເຄຣນເປັນເວລາ 3 ວັນລະຫວ່າງ 8-10 ພຶດສະພາ ແຕ່ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ຜູ້ນຳຢູເຄຣນກໍວິພາກວິຈານທີ່ຈະຢຸດຍິງແຄ່ 3 ວັນເທົ່ານັ້ນ ແລະ ບອກດ້ວຍວ່າລາວພ້ອມທີ່ຈະລົງນາມການຢຸດຍິງກໍຕໍ່ເມື່ອຕ້ອງມີການຢຸດຍິງຢ່າງໜ້ອຍ 30 ວັນເທົ່ານັ້ນ.

 

ທ່ານເຊເລນສະກີຍັງສົ່ງສານໄປເຖິງຜູ້ນຳຈາກຕ່າງປະເທດດ້ວຍວ່າ ຢູເຄຣນບໍ່ສາມາດຈະຮັບຜິດຊອບຕໍ່ສິ່ງທີ່ຈະເກີດຂຶ້ນໃນດິນແດນຂອງຣັດເຊຍໄດ້ເນື່ອງຈາກຂະນະນີ້ຍັງມີການທຳສົງຄາມກັນຢູ່ ເຊິ່ງກໍເທົ່າກັບວ່າບໍ່ຮັບຮອງຄວາມປອດໄພຂອງຜູ້ນຳທີ່ຈະມາຮ່ວມງານ.

 

ຂະນະທີ່ກະຊວງການຕ່າງປະເທດຣັດເຊຍຕອບໂຕ້ວ່າ ຄວາມເຫັນຂອງທ່ານເຊເລນສະກີເປັນການຂົ່ມຂູ່ແລະຄຸກຄາມ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ