VP LANDSCAPE COVER (97)
ສອງທຸລະກິດໂຕແບບເປັນເຈົ້າຂອງໂດຍຍິງລາວໄດ້ຮັກສາວັດທະນະທຳແລະສົ່ງເສີມສີມືຄົນລາວ
ຮຽບຮຽງໂດຍ:patthana
ເຜີຍແຜ່: 7 May, 2025

ເຄື່ອງຫັດຖະກຳຈາກ​ຮ້ານຊົນເຜົ່າ (Xonphao) ເເລະ ສວນກາເຟສຸລິສາເມືອງປາກຊ່ອງ ເປັນສອງໃນທຸລະກິດຕົ້ນແບບທີ່ສົ່ງເສີມຜະລິດຕະພັນຊຸມຊົນ ລວມເຖິງຮັກສາສິລະປະ ແລະ ສີມືການຜະລິດຂອງຄົນລາວ ເຊິ່ງເປັນທ່າເເຮງທີ່ສຳຄັນໃນການຂັບເຄື່ອນເສດຖະກິດທ້ອງຖິ່ນ. ເຮົາ​ມີ​ລາຍ​ງານ​ເລື່ອງນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຍານາງ ພຸດທະລີ ເປັນຜູ້ສ້າງຕັ້ງທຸລະກິດຜະລິດຕະພັນຊົນເຜົ່າທີ່ເຮັດມາຈາກສີມື ຂອງຜູ້ພິການ ໃນລາວ. ລາວ​ໄດ້​ກ່າວກ່ຽວກັບເບື້ອງຫຼັງການສ້າງຕັ້ງທຸລະກິດ ຂອງລາວເອງວ່າ: ໜຶ່ງເອື້ອຍກະເປັນແມ່ຍິງຄົນພິການຜູ້ໜຶ່ງເນາະທີ່ຜ່ານຊີວິດຍາກລຳບາກມາຄືກັນຫັ້ນນະລະກະ ສອງມາຫັ້ນຈິດໃຈຂອງເອື້ອຍຫັ້ນມັນຍັງຢູ່ນຳເລື່ອງອາສາສະມັກການກຸສົນມາແຕ່ໃດເເລ້ວເນາະແບບວ່າຕົນເອງຮູ້ສຶກກ້າຂ້າມຜ່ານຊີວິດທີ່ຍາກລຳບາກ ມາເເລ້ວຫັ້ນນະລະ ແຂງແຮງດ້ວຍ ໂຕຂອງຕົນເອງແລ້ວເນາະ ເລີຍວ່າຢາກເເບ່ງປັນກະເລີຍ ສ່ວນໃຫຍ່ ເນາະປີໜຶ່ງສອງສາມເທື່ອນີ້ແຫລະເປັນວັນເກີດບໍ ມື້ອີກຫຍັງພິເສດພິເສດບໍຊີ້ນະ ກະມັກຈະຊື້ເຂົ້າຊື້ນ້ຳແນວກິນແຊບໆຫັ້ນນະ ທີ່ຮູ້ສຶກວ່າຕອນທີ່ຕົນເອງລຳບາກໂຕເອງຢາກກິນໂຕເອງຢາກໄດ້ຊີ້ເນາະ ກະເອົາສິ່ງທີ່ຕົນເອງເຄີຍຄິດສະໄໝນັ້ນຫັ້ນ ກັບມາແບ່ງປັນໃຫ້ຜູ້ພິການທີ່ວ່າດ້ອຍໂອກາດເນາະຢູ່ຕາມສະຖານທີ່ຕ່າງໆມາຕະຫຼອດ.

ຍານາງໄດ້ເວົ້າເພີ່ມຕື່ມວ່າ: ຈົນມາມີມື້ໜຶ່ງເນາະເພາະເອື້ອຍເຮັດວຽກມີໄດ້ 15 ປີກະແບ່ງປັນຈັງຊີ້ມາຕະຫຼອດ ເນາະມີໂອກາດ ກະເລີຍມານັ່ງຄິດວ່າບໍ່ຢາກເປັນພະນັກງານຫ້ອງການອີກແລ້ວຫັ້ນ ນະ ຢາກເຮັດທຸລະກິດອັນໃດອັນໜຶ່ງແບບຢາກອອກມາເຮັດທຸລະກິດຊິ້ນະ ກະມາຄິດວ່າ ເຮົາມັກຫຍັງ ເອື້ອຍເປັນຄົນມັກງານຫັດຖະກຳເນາະສຶກສາມາຊັກພັກໜຶ່ງ ເເລ້ວລະກະມາມີໄອເດຍໂຕໜຶ່ງມາມອງເຫັນກໍຄືວ່າຄົນພິການ ຄົນທີ່ດ້ອຍໂອກາດ ຄົນທີ່ເຂົາເຈົ້າບໍ່ໄດ້ໜັງສືເຂົາເຈົ້າຊິເຮັດຈັງໃດກະເຈົ້າຊິມີວຽກເຮັດງານທຳແນວໃດ ເອື້ອຍກະເລີຍວ່າເອິ ລອງເຮັດໂຕເອງກ່ອນເນາະ ລອງເຮັດງານຝືມີຫັດທະກຳມາກອນ ແລ້ວຄ່ອຍໆມາເເບ່ງປັນຄ່ອຍໆຝຶກອົບຮົມລະກະຊອກຫາເຄືອຂ່າຍຄົນພິການ ຜູ້ພິການທີ່ວ່າເຂົາເຈົ້າດ້ອຍໂອກາດແບບນີ້ຫັ້ນນະ ໃຫ້ເຂົາເຈົ້າມາທົດລອງໂຄງການກັບເອື້ອຍເນາະ.

ຍາ​ນາງ ພຸດທະລີ ໄດ້ເລົ່າໃຫ້ຟັງວ່າຫຼັງຈາກທີ່ໄດ້ອອກວຽກເບື້ອງຕົ້ນ ນາງແມ່ນໄດ້ ໃຊ້ກຳລັງ ແລະ ຊັບສິນຂອງຕົນເອງທີ່ສະສົມມາ ມາປະກອບຊຸກຍູ້ຄົນພິການທີ່ມາ ຈາກທຸກແຂວງໂດຍສະເພາະ ຜູ້ທີ່ມີຄວາມສົນໃຈທາງດ້ານຫັດຖະກຳ ໃຫ້ເຂົາເຈົ້າ ໄດ້ມີອາຊີບກ່ອນທີ່ຈະຊະນະລາງວັນລະດັບໜຶ່ງໃນ Now-Us Award ແລະ ໄດ້ຮັບທຶນຈົນເລີ່ມຜະລິດສິນຄ້າຂາຍເປັນເຄື່ອງສິນຄ້າຫັດຖະກຳຂອງຊົນເຜົ່າໃນທຸກມື້ນີ້.

ຍານາງໄດ້ເລົ່າຈຸດພິເສດຜະລິດຕະພັນຈາກຊົນເຜົ່າວ່າ ແມ່ນຜະລິດຕະພັນຫັດຖະກຳ ທີ່ເຮັດດ້ວຍມືບໍ່ໃຊ້ເຄື່ອ ງຈັກ ແລະສິນຄ້າຈາກຂີ້ເຫຍື້ອໂດຍນາງໄດ້ເວົ້າວ່າ: “ເຄື່ອງເຮົາຫຼາຍເນາະແຕ່ສິນຄ້າທີ່ເດັ່ນທີ່ສຸດລະກະມາແຮງທີ່ສຸດກະແມ່ນສິນຄ້າຫັດຖະກຳຣີໄຊເຄິເນາະ ເພາະວ່າມັນເປັນໂຕທີ່ມີຄວາມແຕກຕ່າງໜູ່ ລະກະເປັນເອກະລັກຫັ້ນນະ ເພາະເອື້ອຍມີຄວາມຄິດໄອເດຍວ່າ ເອີຢາກໃຫ້ຄົນພິການເຮົາຮຽນຮູ້ເລື່ອງສິ່ງ ແວດລ້ອມໄປນຳລະກະມາເບິ່ງເນາະ ເຮົາສາມາດເອົາວຽກງານຂອງຄົນພິການຫັ້ນ ນະມາຮ່ວມງານກັບສິ່ງແວດລ້ອມຈັງໃດເນາະລະ ເອື້ອຍກະໄປສຶກສາໄປເບິ່ງແຕ່ລະປະເທດວ່າ ເຂົາເຈົ້າເຮັດສິນຄ້າປະເພດໃດແນ່ ລະທີນີ້ ກະຫັ້ນມາເບິ່ງຄວາມສາມາດ ຂອງກຸ່ມພວກເອື້ອຍເນາະ ສາມາດເຮັດຫຍັງໄດ້ແນ່ ກະເລີຍລອງຜິດລອງຖືກໃນການ ເອົາສິ່ງເສດເຫຼືອຂີ້ເຫຍື້ອທີ່ບໍ່ມີໃຜຮັບຊື້ ປະເພດຂີ້ເຫຍື້ອທີ່ວ່າ ມັນບໍ່ມີຄຸ້ນຄ່າ ເເລະ ຫຼາຍໆຄົນເບິ່ງສິ່ງເສດເຫຼືອວ່າບໍ່ມີຄຸນຄ່າຫຍັງເລີຍບໍລິສັດຈະຮັບຊື້ກະບໍ່ມີຊີ້ນະ ເອົາເຄື່ອງເສດເຫຼືອພວກນີ້ມາປະສົມປະສານກັບງານຫັດຖະກຳທີ່ເຮົາຖະໜັດເນາະ ກະເລີຍເອົາມາລອງຜິດລອງຖືກ ລະມັນກະອອກມາເປັນເຄື່ອງຫັດຖະກຳ ຣີໄຊເຄິເນາະ ປ໋າ! ຂະໜາດນະຄອນຫຼວງວຽງຈັນກະຍັງບໍ່ພໍຂາຍ.

ຄຳວ່າຊົນເຜົ່າເຊິ່ງເປັນຊື່ເອກະລັກຂອງຫັດຖະກຳທີ່ມາຈາກມືຂອງຄົນພິການເພາະ ສິນຄ້າທີ່ໄດ້ຜະລິດອອກມາແມ່ນຜະລິດອອກມາຈາກການບໍ່ຈຳແນກຄວາມພິການ ຫຼື ບໍ່ພິການ. ນອກຈາກນັ້ນ, ສິນຄ້າຂອງຮ້ານຫັດຖະກຳຊົນເຜົ່ານີ້ ແມ່ນເຮັດມາຈາກຄວາມເປັນເອກະລັກຂອງບັນດາປະຊົນກຸ່ມຊາວບ້ານນຳກັນເຊິ່ງບໍ່ແມ່ນແຕ່ຄົນພິການແຕ່ຢ່າງດຽວລວມເຖິງຊາວບ້ານ ຫຼື ໄທບ້ານຄົນປົກກະຕິທີ່ຢູ່ຕາມແຂວງຕ່າງໆ ທີ່ເຮັດວຽກດ້ານການຕໍ່າແພ, ຫຍິບປັກ ເເລະ ຖັກແສ່ວໄປນຳ.

ຍາ​ນາງ ພຸດທະລີ ໄດ້ເວົ້າຕໍ່ກ່ຽວກັບຄວາມສາມາດຂອງຄົນພິການທີ່ບໍ່ຕ່າງຈາກຄົນ ທຳມະດາ ແລະ ຮຽກຮ້ອງໃຫ້ໜ່ວຍງານຕ່າງໆລວມທັງສັງຄົມສະໜັບສະໜູນ, ຊຸກຍູ້ ແລະ ສົ່ງເສິມຄົນພິການຫຼາຍຂຶ້ນດັ່ງທີ່ນາງເວົ້າວ່າ “ຊ່ວຍສົ່ງເສີມສະໜັບສະໜູນ ແລະໃຫ້ໂອກາດຄົນພິການເນາະໃນການຈະຮັບເຂົາ ເຈົ້າເປັນພະນັກງານເຮັດວຽກບໍ ຫຼື ວ່າສົ່ງເສີມວຽກຂອງຄົນພິການເຮົາຫັ້ນນະເພາະ ວ່ າຄື ຜົນງານເອື້ອຍເຮັດອອກມານີ້ເນາະກະເພື່ອຢາກໃຫ້ສັງຄົມໄດ້ຮັບຮູ້ຄວາມອາດ ສາມາດຂອງຄົນພິການ ຂະໜາດເຂົາເຈົ້າບໍ່ໄດ້ຮຽນໜັງສື ເຂົາເຈົ້ານັ່ງລໍ້ ບາງຄົນ ນອນຕິດຕຽງເລີຍໄດ້ແຕ່ວ່າຜົນງານທີ່ເຂົາເຈົ້າເຮັດອອກມາແບບວ່າມັນມະຫັດສະຈັນເນາະ ເຫັນບໍວ່າຄົນພິການເຂົາເຈົ້າມີຄວາມອົດທົນ ມີຄວາມພຽນ ມີຄວາມໃສ່ໃຈເຂົາ ເຈົ້າກະຢາກຢູ່ໃນສັງຄົມຄືກັບຄົນປົກກະຕິຫັ້ນນະ.

ຍາ​ນາງ ພຸດທະລີມີຄວາມມຸ່ງຫວັງຢາກຈະສົ່ງເສີມຄວາມສະເໝີພາບ ແລະຢາກຈະຂະຫຍາຍສາຂາຮ້ານຫັດຖະກຳຂອງຕົນເອງ ອອກໄປຫຼາຍໆເເຂວງໂດຍສະເພາະ ເເຂວງຫຼວງພະບາງ ເເລະ ຄຳມ່ວນ ເພື່ອເປັນການສົ່ງເສີມຜະລິດຕະພັນຂອງຄົນພິການເພື່ອ ໃຫ້ຄົນພິການສາມາດເຂົ້າເຖິງການມີອາຊີບ ແລະ ສະແດງຄວາມສາມາດຂອງຄົນເອງ ໃຫ້ສັງຄົມໃນວົງກວ້າງໄດ້ສັກກະຍາພາບທີ່ຂອງເຂົາເຈົ້າທີ່ຄົນທົ່ວໄປຍັງບໍ່ຮູ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
pele - 2025-07-04T090816.696
ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV
ຢ່າລື່ມກົດຕິດຕາມ