VP LANDSCAPE COVER - 2025-05-08T111658.774
ເປັນຫຍັງ 'ຮັກຄັ້ງແລກລືມຍາກ' ເປີດວິທະຍາສາດຂອງຄວາມຮັກທີ່ຝັງເລິກຢູ່ໃນໃຈ
ຮຽບຮຽງໂດຍ:patthana
ເຜີຍແຜ່: 8 May, 2025

ເປັນຄໍາຖາມທີ່ວົນຢູ່ຊ້ໍາໆ ຕາມທີ່ ນົນ ທະນົນ ໄດ້ຮ້ອງໄວ້ເລີຍ ເມື່ອຮັກແຮກບໍ່ວ່າຈະເປັນໃນຮູບແບບໃດ ສວຍງາມ ຫວານຈັບໃຈ ຫຼື ເຈັບປວດຈົນເກືອບຕາຍ ປະຕິເສດບໍ່ໄດ້ເລີຍວ່າມັນຢູ່ໃນຄວາມຊົງຈໍາ ທີ່ແມ່ນຜ່ານໄປນານປານໃດກໍ່ບໍ່ເຄີຍລືມ

ເນື່ອງໃນວັນທີ 18 ກັນຍາຂອງທຸກປີ ເປັນວັນຮັກແຮກ ພວກເຮົາຂໍຊວນທຸກຄົນຍ້ອນຄືນເຖິງຄວາມຮັກຄັ້ງແຮກ ເປີດວິທະຍາສາດແຫ່ງຄວາມຊົງຈໍາ ຊອກຫາຄໍາຕອບໄປພ້ອມກັນ ‘ຮັກແຮກເປັນຫຍັງຈຶ່ງລືມຍາກ’

ຮັກແຮກຂອງທຸກຄົນເກີດຂຶ້ນຕອນໃດ

ຮັກແຮກເກີດແລະມີພຽງຄັ້ງດຽວ ຫຼາຍຄົນເກີດໃນຊ່ວງໄວຮຽນ ຮັກທີ່ແສນສົດໃສ ບາງຄົນເກີດໃນຊ່ວງໄວໜຸ່ມເຕັມໄປດ້ວຍຄວາມໂຣແມນຕິກ ຮັກທີ່ລອງຜິດຖືກ ຫຼື ບາງຄັ້ງຮັກແຮກກໍ່ມາຊ້າໜ້ອຍເປັນໃນໄວເຮັດວຽກ

ຄວາມພິເສດຢູ່ທີ່ບໍ່ວ່າຈະເກີດໄວໃດ ພວກເຮົາຕ່າງບໍ່ເຄີຍລືມເພາະແຕ່ລະຊ່ວງມີຄວາມພິເສດສະເພາະຕົວ ເປັນປະສົບການທີ່ເຮັດໃຫ້ພວກເຮົາເຕີບໃຫຍ່ຂຶ້ນ ສົ່ງຜົນໃຫ້ຄວາມຊົງຈໍາຝັງເລິກໂດຍທີ່ພວກເຮົາບໍ່ຮູ້ຕົວ

ຍ້ອນໄປໄວຮຽນ ຄວາມຮັກແບບ Puppy Love ມັນຄືຄວາມຮູ້ສຶກ ອາລົມ ຄວາມບໍ່ຮູ້ ບໍ່ຄິດຫຍັງເພາະບໍ່ເຄີຍມີປະສົບການທີ່ເຈັບປວດ ພວກເຮົາຮູ້ສຶກມັນສົດໃໝ່ ຄືຮັກທີ່ບໍ່ຫວັງຫຍັງ

ພໍຊ່ວງໄວໜຸ່ມມັນຄືຄວາມຢາກຮູ້ຢາກລອງ ຮໍໂມນທີ່ພົ້ນພ່ານເຮັດໃຫ້ໄດ້ລົດຊາດອີກແບບ ເຊັ່ນດຽວກັນກັບໄວຜູ້ໃຫຍ່ ຮັກແຮກອາດມີປັດໄຈອື່ນໆ ເຂົ້າມາເຮັດໃຫ້ພວກເຮົາຄິດຫຼືມີມຸມມອງທີ່ຕ່າງອອກໄປ

ແຕ່ທັງໝົດຄືປະສົບການທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ຄືການປ່ຽນແປງຄັ້ງໃຫຍ່ໃນຊີວິດ ມີອິດທິພົນຕໍ່ການປ່ຽນແປງຂອງຕົວພວກເຮົາ ເລີຍເປັນເຫດຜົນແຮກວ່າເປັນຫຍັງຈຶ່ງລືມຍາກ

ຮັກແຮກ ຄືການເຮັດວຽກຂອງເຄມີສະໝອງອັນບ້າຄັ່ງ

ຮັກແຮກສໍາພັນກັບການເຮັດວຽກອັນບ້າຄັ່ງຂອງເຄມີໃນສະໝອງ ຢ່າງ ອ໋ອກໂຕຊິນ ໂດປາມີນ ເຊໂຣໂຕນິນ ພວກມັນເຮັດໜ້າທີ່ຄືກັບສານເສບຕິດໂດຍສະເພາະເມື່ອຮັກແຮກຂອງໃຜຫຼາຍຄົນຈົບລົງດ້ວຍການລາຈາກ ສານເຄມີພວກນີ້ເຮັດໃຫ້ພວກເຮົາຄິດເຖິງ ໂຫຍຫາ ຝັງເລິກຈົນເປັນຮ່ອງຮອຍແຫ່ງຄວາມຊົງຈໍາໃນສະໝອງ ເຮັດໃຫ້ພວກເຮົາບໍ່ລືມມັນເສຍທີ

ບໍ່ໄດ້ຮູ້ສຶກໄປເອງ ແລະ ບໍ່ໄດ້ຮູ້ສຶກຄົນດຽວ

ທຸກຢ່າງທີ່ໄດ້ກ່າວມາມັນບໍ່ແມ່ນແຄ່ຄວາມຮູ້ສຶກ ແຕ່ມັນເປັນວິທະຍາສາດທີ່ຈັບຕ້ອງໄດ້ ມີການສຶກສາຂອງມະຫາວິທະຍາໄລຮາຣ໌ວາດທີ່ຊີ້ວ່າ ‘ຄວາມຮັກຄັ້ງແຮກເປັນຄວາມຮັກທີ່ໃຊ້ເວລາປົວຍາວນານທີ່ສຸດ ບາງຄັ້ງມັນກໍ່ປະຮອຍໄວ້ໃນຄວາມຊົງຈໍາຕະຫຼອດຊີວິດຂອງພວກເຮົາ’

Rose Bear ກໍ່ເຄີຍເວົ້າເຖິງປະເດັນນີ້ໄວ້ຢ່າງໜ້າສົນໃຈ ຜົນກະທົບທີ່ເກີດຂຶ້ນມັນຝັງລົງຢູ່ໃນບໍລິເວນປະສາດຂອງສະໝອງ ເຮັດໃຫ້ເວລາພວກເຮົາໄດ້ເຫັນເຂົາຫຼືເທິງຢູ່ບົນໂຊຊຽວມີເດຍ ໄດ້ຍິນເພງສັກເພງ ມັນກໍ່ພຽງພໍທີ່ຈະກະຕຸ້ນຄວາມຊົງຈໍາອອກມາ ແລະ ສິ່ງເຫຼົ່ານີ້ມີໂອກາດເກີດຂຶ້ນກັບທຸກຄົນທີ່ເຄີຍມີຮັກແຮກ

ສະຫຼຸບ ຮັກແຮກລືມຍາກແທ້ ເພາະເປັນຄັ້ງແຮກທີ່ພວກເຮົາໄດ້ຮູ້ຈັກຄວາມຮັກ ພວກເຮົາອາດບໍ່ສາມາດລືມມັນໄດ້ເລີຍ ແຕ່ພວກເຮົາກ້າວຂ້າມມັນໄປໄດ້ແນ່ນອນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ