site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 9 May, 2025

ມົສໂກ 8 ພຶດສະພາ — ປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ກ່າວວັນນີ້ວ່າຈີນພ້ອມເຮັດວຽກຮ່ວມກັບລັດເຊຍເພື່ອປົກປ້ອງອຳນາດໜ້າທີ່ແລະສະຖານະຂອງສະຫະປະຊາຊາດ ຫຼື ຢູເອັນ (UN) ລວມເຖິງມຸ່ງໝັ້ນປົກປ້ອງສິດຜົນປະໂຫຍດຂອງທັງສອງຊາດແລະກຸ່ມປະເທດກຳລັງພັດທະນາ ທ່າມກາງການກະທຳພຽງຝ່າຍດຽວແລະການກັ່ນແກ້ງ

 

ສຳນັກຂ່າວຊິນຫົວ ລາຍງານວ່າ ທ່ານສີ ຈິ້ນຜິງ ໄດ້ຫາລືກັບປະທານາທິບໍດີວລາດິເມຍ ປູຕິນ ຜູ້ນຳລັດເຊຍ ແລະ ລະບຸວ່າຝ່າຍຈີນຈະເຮັດວຽກຮ່ວມກັບລັດເຊຍເພື່ອແບກຮັບຄວາມຮັບຜິດຊອບພິເສດໃນຖານະສອງປະເທດໃຫຍ່ຂອງໂລກ ແລະສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື ຢູເອັນເອສຊີ (UNSC).

 

ຂະນະດຽວກັນທ່ານສີ ຈິ້ນຜິງ ກະຕຸ້ນທັງສອງປະເທດຮ່ວມສົ່ງເສີມມຸມມອງທາງປະຫວັດສາດທີ່ຖືກຕ້ອງກ່ຽວກັບສົງຄາມໂລກຄັ້ງທີ 2 ແລະ ສົ່ງເສີມໂລກຫຼາຍຂັ້ວທີ່ສະເໜີພາກ ແລະ ເປັນລະບຽບ ແລະ ໂລກາພິວັດທາງເສດຖະກິດທີ່ເປັນປະໂຫຍດແລະ ຄອບຄຸມທົ່ວໂລກ.

 

ທ່ານສີ ຈິ້ນຜິງ ເດີນທາງເຖິງກຸງມົສໂກເມື່ອວັນພຸດ (7 ພຶດສະພາ) ເພື່ອຢ້ຽມຢາມລັດເຊຍຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງວາລະຄົບຮອບ 80 ປີ ໄຊຊະນະແຫ່ງມະຫາສົງຄາມຜູ້ຮັກຊາດແຫ່ງສະຫະພາບໂຊວຽດ ຫຼື ວັນແຫ່ງໄຊຊະນະ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
665.24
676.55
european-union
EUR
24,028
24,509
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 3 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,870,000
43,400,000
42,378,000
43,509,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
jane - 2025-11-03T140714.641
ດວງປະຈຳວັນທີ 03 ພະຈິກ 2025
pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
pele - 2025-11-03T103832.659
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%
site cover1 - 2025-11-03T100643.852
Carbon Capture ເທັກໂນໂລຊີກ้ູໂລກ ຊ່ວຍໂລກໄດ້ຈິງບໍ? ເທັກໂນໂລຊີກັກເກັບ CO₂ ໜຶ່ງໃນທາງລອດຂອງໂລກ
jane - 2025-11-03T100424.710
ເຝົ້າລະວັງພາຍຸໂຊນຮ້ອນ "ຄັລແມກີ (KALMAEGI)"ທີ່ຈະເຄື່ອນຕົວເຂົ້າໃກ້ຝັ່ງປະເທດຫວຽດນາມໃນຊ່ວງ 6-8 ພະຈິກນີ້ພະຍຸອາດຈະກະທົບລາວໂດຍກົງໃນພາກກາງ-ໃຕ້ ແລະ ອາດຈະເຮັດໃຫ້ມີຝົນຕົກໜັກຢູ່ໃຕ້ຂອງ ສປປ ລາວ
pele - 2025-11-03T095435.439
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ
jane - 2025-11-03T091432.485
ລາຍງານສະພາບອາກາດປະຈໍາວັນທີ 03 ພະຈິກ 2025
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
ຢ່າລື່ມກົດຕິດຕາມ