site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 9 May, 2025

ວໍຊິງຕັນ 9 ພຶດສະພາ – ປະທານາທິບໍດີໂດນັລ ທຣຳຂອງສະຫະລັດແລະນາຍົກລັດຖະມົນຕີ ເຄຍ ສຕາເມີຂອງອັງກິດຍົກຍ່ອງຂໍ້ຕົກລົງການຄ້າທະວິພາຄີຢ່າງຈຳກັດວ່າ ເປັນຄວາມກ້າວໜ້າຄັ້ງສຳຄັນ ຫຼັງຈາກອັງກິດບັນລຸຂໍ້ຕົກລົງການຄ້າກັບສະຫະລັດໄດ້ເປັນປະເທດທຳອິດ ນັບຈາກສະຫະລັດປະກາດໃຊ້ມາດຕະການພາສີໃໝ່ເປັນລາຍປະເທດເມື່ອເດືອນກ່ອນ

 

ປະທານາທິບໍດີທຣຳສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີສຕາເມີທີ່ຫ້ອງເຮັດວຽກຮູບໄຂ່ໃນທຳນຽບຂາວ ໂດຍເປີດລຳໂພງສຽງສົນທະນາໃຫ້ຜູ້ສື່ຂ່າວຟັງນຳເມື່ອວານນີ້. ເພິ່ນກ່າວວ່າ ເປັນຂໍ້ຕົກລົງທີ່ເປີດຕະຫຼາດທີ່ຍິ່ງໃຫຍ່ໃຫ້ແກ່ສະຫະລັດ.

 

ຂະນະທີ່ທ່ານສຕາເມີກ່າວວ່າ ເປັນວັນປະຫວັດສາດທີ່ໜ້າມະຫັດສະຈັນ ເພາະເປັນການປະກາດຂໍ້ຕົກລົງທີ່ເກືອບຈະຕົງກັບຊ່ວງເວລາທີ່ສົງຄາມໂລກຄັ້ງທີ 2 ບົນພາກພື້ນຢູໂຣບຍຸຕິລົງເມື່ອ 80 ປີກ່ອນ. ຂໍ້ຕົກລົງນີ້ຈະສົ່ງເສີມການຄ້າລະຫວ່າງ 2 ປະເທດ ນອກຈາກຈະປົກປ້ອງການຈ້າງງານແລ້ວ ຍັງຈະເຮັດໃຫ້ເກີດການຈ້າງງານ ແລະ ການເຂົ້າເຖິງຕະຫຼາດຫຼາຍຂຶ້ນ.

 

ປທນ.ທຣຳສົນທະນາກັບນາຍົກຯ ສຕາເມີຜ່ານທາງໂທລະສັບ 
ຜູ້ນຳທັງ 2 ຄົນຍົກຍ່ອງຂໍ້ຕົກລົງນີ້ວ່າ ເປັນຄວາມກ້າວໜ້າຄັ້ງສຳຄັນ.

 

ອັງກິດຈະຫຼຸດພາສີສະເລ່ຍທີ່ເກັບຈາກສິນຄ້ານຳເຂົ້າຈາກສະຫະລັດລົງຈາກຮ້ອຍລະ 5.1 ເຫຼືອຮ້ອຍລະ 1.8 ຂະນະທີ່ສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກອັງກິດທີ່ຮ້ອຍລະ 10 ຕາມທີ່ປະກາດເມື່ອວັນທີ 2 ເມສາ ຄອບຄຸມເຖິງຍານຍົນທີ່ສະຫະລັດຮຽກເກັບຖ້ວນໜ້າກັບທຸກປະເທດໃນອັດຕາຮ້ອຍລະ 25 ໂດຍໃຫ້ໂກຕ້າພາສີດັ່ງກ່າວແກ່ອັງກິດປີລະ 100,000 ຄັນເກືອບເທົ່າກັບຈຳນວນຍານຍົນທີ່ອັງກິດສົ່ງອອກໄປສະຫະລັດເມື່ອປີກ່ອນ.

 

ສ່ວນພາສີເຫຼັກແລະອາລູມິນຽມທີ່ສະຫະລັດເກັບຖ້ວນໜ້າໃນອັດຕາຮ້ອຍລະ 25 ຈະຫຼຸດລົງເຫຼືອຮ້ອຍລະ 0 ໃຫ້ແກ່ອັງກິດ ແລກກັບການທີ່ອັງກິດຈະຫຼຸດພາສີເອທານອນນຳເຂົ້າຈາກສະຫະລັດລົງຈາກຮ້ອຍລະ 19 ເຫຼືອຮ້ອຍລະ 0 ໂດຍໃຫ້ໂກຕ້າປີລະ 370 ລ້ານແກລລອນ ຫຼາຍກວ່າທີ່ສະຫະລັດສົ່ງອອກໄປອັງກິດຢ່າງຫຼວງຫຼາຍ.

ນາຍົກຯ ສຕາເມີສົນທະນາກັບ ປທນ.ທຣຳຜ່ານທາງໂທລະສັບ 
ນອກຈາກນີ້ທັງ 2 ຝ່າຍຍັງຕົກລົງເປີດຕະຫຼາດຊີ້ນງົວໃຫ້ແກ່ກັນ ດ້ວຍການສົ່ງອອກໄດ້ສູງສຸດຝ່າຍລະ 13,000 ໂຕນໂດຍບໍ່ເສຍພາສີ ຈາກເດີມທີ່ອັງກິດຕ້ອງເສຍພາສີຮ້ອຍລະ 20 ແລະ ສົ່ງອອກໄດ້ພຽງ 1,000 ໂຕນ. ເຈົ້າໜ້າທີ່ສະຫະລັດລະບຸວ່າ ຂໍ້ຕົກລົງນີ້ຈະສ້າງໂອກາດໃຫ້ແກ່ສິນຄ້າສົ່ງອອກຂອງສະຫະລັດມູນຄ່າລວມ 5,000 ລ້ານໂດລາສະຫະລັດ.

 

ເຖິງຢ່າງໃດກໍ່ດີ ຜູ້ນຳສະຫະລັດບອກປັດວ່າ ຂໍ້ຕົກລົງກັບອັງກິດຈະບໍ່ແມ່ນຕົ້ນແບບສຳລັບການເຈລະຈາຂໍ້ຕົກລົງກັບຄູ່ຄ້າອື່ນໆ ທັງໝົດ 57 ຄູ່ຄ້າທີ່ເພິ່ນປະກາດເກັບຕັ້ງແຕ່ຮ້ອຍລະ 10 ໄປຈົນເຖິງຮ້ອຍລະ 50 ເພາະຄູ່ຄ້າອື່ນໆເກີນດຸນການຄ້າກັບສະຫະລັດເປັນຈຳນວນຫຼາຍ.

 

ເຈົ້າໜ້າທີ່ອັງກິດລາຍໜຶ່ງເປີດເຜີຍວ່າ ທັງ 2 ຝ່າຍມີສິ່ງທີ່ຕ້ອງຫາລືໃນລາຍລະອຽດຢ່າງຈິງຈັງ ໂດຍຕັ້ງຂໍ້ສັງເກດວ່າ ຂໍ້ຕົກລົງນີ້ບໍ່ໄດ້ຄອບຄຸມເລື່ອງທີ່ສະຫະລັດຕ້ອງການໃຫ້ອັງກິດປັບປ່ຽນການເກັບພາສີບໍລິການດິຈິຕອນກັບແພລດຟອມຊື້ຂາຍໃນໂລກອອນລາຍໃນອັດຕາຮ້ອຍລະ 2 ຂອງລາຍໄດ້ທີ່ເກີດຂຶ້ນໃນອັງກິດ.

 

ຂະນະທີ່ນັກວິເຄາະຫຼາຍລາຍຊີ້ວ່າ ຂໍ້ຕົກລົງນີ້ບໍ່ໄດ້ແກ້ໄຂເລື່ອງດຸນການຄ້າຂອງ 2 ປະເທດແຕ່ຢ່າງໃດ ແລະ ຍັງບໍ່ມີການລົງນາມຢ່າງເປັນທາງການ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ