
ນັກຄົ້ນຄວ້າຈາກ Alibaba Group ໄດ້ພັດທະນາວິທີການໃໝ່ “ZeroSearch” ທີ່ຈະຊ່ວຍຫຼຸດຄ່າໃຊ້ຈ່າຍແລະຄວາມຊັບຊ້ອນໃນການເທຣນໂມເດລ AI ເພື່ອການຄົ້ນຫາຂໍ້ມູນຕ່າງໆໄດ້ຢ່າງມີຄວາມສຳຄັນ ໂດຍສະເພາະຄ່າໃຊ້ຈ່າຍທີ່ຕ້ອງໃຊ້ Search Engine APIs ທາງການຄ້າຕ່າງໆໄດ້ປະມານ 88%
ໂດຍວິທີການໃໝ່ທີ່ນັກຄົ້ນຄວ້າ Alibaba ນຳສະເໜີເອີ້ນວ່າເຕັກນິກ ZeroSearch ທີ່ໃຫ້ໂມເດລ LLM ສາມາດພັດທະນາຂີດຄວາມສາມາດໃນການຄົ້ນຫາຂໍ້ມູນຜ່ານການຈຳລອງ (Simulation) ແທນທີ່ຈະໄປມີປະຕິສຳພັນກັບ Search Engine ຕົວຈິງໃນລະຫວ່າງຂະບວນການເທຣນໂມເດລ
ແລະຜົນທີ່ໄດ້ຮັບນັ້ນຊີ້ໃຫ້ເຫັນວ່າໂມເດລ LLM ຍັງຄົງສາມາດເຮັດວຽກໄດ້ດີ ຄວບຄຸມໄດ້ດີຂຶ້ນໃນການຮຽນຮູ້ການດຶງຂໍ້ມູນ ແຕ່ຈຸດທີ່ສຳຄັນຫຼາຍແມ່ນວິທີການນີ້ໄດ້ຊ່ວຍປະຫຍັດຄ່າໃຊ້ຈ່າຍໃນການໃຊ້ງານ API ສຳລັບການຄົ້ນຫາລົງໄປຢ່າງມີຄວາມສຳຄັນ
ຈາກຂໍ້ມູນທີ່ນັກຄົ້ນຄວ້າເປີດເຜີຍອອກມາ ການເທຣນການຄົ້ນຫາ 64,000 Search Queries ດ້ວຍການໃຊ້ Google Search via SerpAPI ນັ້ນຈະມີຄ່າໃຊ້ຈ່າຍປະມານ 586.70 ໂດລາສະຫະລັດ ແຕ່ຖ້າໃຊ້ LLM ຈຳລອງຂະໜາດ 14B ເທິງ GPU A100 ຈຳນວນ 4 ການ໌ດຈະມີຄ່າໃຊ້ຈ່າຍປະມານ 70.80 ໂດລາສະຫະລັດ ສະແດງໃຫ້ເຫັນວ່າມີໂອກາດທີ່ຄ່າໃຊ້ຈ່າຍນັ້ນຈະຫຼຸດລົງໄປເຖິງ 88% ໄດ້ເລີຍ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














