
ເຈນີວາ 12 ພຶດສະພາ – ສະຫະລັດ ແລະ ຈີນ ເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງທີ່ຈະພັກການໃຊ້ພາສີຕອບໂຕ້ກັນເປັນເວລາ 90 ວັນ ແລະ ຈະຫຼຸດພາສີຕອບໂຕ້ລົງຝ່າຍລະຮ້ອຍລະ 115
ທ່ານ ສະກອດ ເບັສເຊັນ ລັດຖະມົນຕີຄັງສະຫະລັດ ກ່າວກັບນັກຂ່າວໃນມື້ນີ້ ຫຼັງຈາກສຳເລັດການເຈລະຈາການຄ້າກັບຈີນໃນຊ່ວງວັນເສົາ ແລະ ວັນອາທິດທີ່ນະຄອນເຈນີວາຂອງສະວິດເຊີແລນ ວ່າ ທັງ 2 ຝ່າຍເຫັນພ້ອມກັນວ່າ ຈະພັກການໃຊ້ມາດຕະການພາສີຕອບໂຕ້ກັນເປັນເວລາ 90 ວັນ
ແລະ ຈະຫຼຸດພາສີຕອບໂຕ້ລົງຝ່າຍລະ 115 ໂດຍຫຼຸດລົງຈາກຮ້ອຍລະ 125 ເຫຼືອຮ້ອຍລະ 10 ແຕ່ພາສີສຸນລະກາກອນທີ່ສະຫະລັດເກັບກັບສິນຄ້ານຳເຂົ້າຈາກຈີນຮ້ອຍລະ 20 ເພາະເລື່ອງຢາແກ້ປວດເຟນທານິນທີ່ເປັນສານເສບຕິດຍັງຄົງມີຜົນບັງຄັບໃຊ້ຢູ່ ເທົ່າກັບສະຫະລັດຈະເກັບພາສີຈີນໃນອັດຕາຮ້ອຍລະ 30
ລາຍງານຂ່າວລະບຸວ່າ ທັງສະຫະລັດ ແລະ ຈີນເຜີຍຕົງກັນວ່າ ຈະເດີນໜ້າຫາລືເລື່ອງນະໂຍບາຍເສດຖະກິດ ແລະ ການຄ້າກັນຕໍ່ໄປ ຂະນະທີ່ຕະຫຼາດເງິນຕະຫຼາດທຶນພາກັນປັບຕົວຂຶ້ນຮັບຂ່າວດີດັ່ງກ່າວ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














