
ໃນໂລກທຸລະກິດຍຸກດິຈິຕອນທີ່ທຸກລະບົບຕ່າງເຊື່ອມໂຍງກັນຜ່ານອິນເຕີເນັດ, ຄວາມຕໍ່ເນື່ອງໃນການໃຫ້ບໍລິການທາງອອນລາຍຖືເປັນເລື່ອງທີ່ມີຄວາມສຳຄັນຫຼາຍ. ການຢຸດຊະງັກຂອງລະບົບພຽງແຕ່ຊົ່ວຄູ່, ອາດໝາຍເຖິງໂອກາດທີ່ສູນເສຍໄປທັງດ້ານລາຍໄດ້, ຄວາມໜ້າເຊື່ອຖື, ແລະ ຄວາມພໍໃຈຂອງລູກຄ້າ. ໜຶ່ງໃນໄພງຽບທີ່ສາມາດເຮັດໃຫ້ລະບົບລົ່ມໂດຍບໍ່ຕ້ອງມີການແຮັກຂໍ້ມູນຫຼືເຈາະລະບົບໃດໆ ຄືການໂຈມຕີແບບ DDoS (Distributed Denial of Service).
DDoS ຫຼື Distributed Denial of Service ແມ່ນຫຍັງ?
DDoS ເປັນການໂຈມຕີທີ່ອາໄສການສົ່ງຄຳຂໍເຂົ້າໄປຍັງເວັບໄຊຫຼືເຊີເວີຈຳນວນຫຼາຍໃນເວລາດຽວກັນ, ໂດຍໃຊ້ເຄື່ອງຄອມພິວເຕີຈຳນວນຫຼາຍທີ່ຖືກຄວບຄຸມຈາກລະຍະໄກ, ຫຼື ທີ່ເອີ້ນວ່າ “Botnet”. ຈຸດມຸ່ງໝາຍຂອງການໂຈມຕີນີ້ບໍ່ແມ່ນເພື່ອການຂະໂມຍຂໍ້ມູນ, ແຕ່ເພື່ອເຮັດໃຫ້ລະບົບບໍ່ສາມາດໃຫ້ບໍລິການໄດ້ຕາມປົກກະຕິ, ໂດຍທີ່ຜູ້ໃຊ້ງານຈິງຈະບໍ່ສາມາດເຂົ້າເຖິງເວັບໄຊຫຼືແອັບພລິເຄຊັນໄດ້, ເນື່ອງຈາກລະບົບຕ້ອງຮັບພາລະໜັກເກີນກວ່າທີ່ຈະຮອງຮັບໄດ້.
“Botnet” (ມາຈາກຄຳວ່າ robot + network) ໝາຍເຖິງກຸ່ມອຸປະກອນທີ່ຖືກຄວບຄຸມຈາກລະຍະໄກແລະເຮັດໃຫ້ຕິດມັນແວ, ເຊິ່ງອຸປະກອນສາມາດເປັນຫຍັງກໍໄດ້ທີ່ເຊື່ອມຕໍ່ກັບອິນເຕີເນັດໄດ້, ເຊັ່ນ: ຄອມພິວເຕີ, ເວັບແຄມ, ເຣົາເຕີ, ຫຼື ອຸປະກອນ IoT ອື່ນໆ.
**Zombies ຄື Botnet ຫຼື ກຸ່ມອຸປະກອນທີ່ຖືກຄວບຄຸມຈາກລະຍະໄກແລະຖືກເຮັດໃຫ້ຕິດມັນແວ.
ຈຸດປະສົງຂອງການໂຈມຕີດ້ວຍ DDoS
ຜູ້ບໍ່ຫວັງດີເລືອກໃຊ້ການໂຈມຕີແບບ DDoS ດ້ວຍເຫດຜົນທີ່ແຕກຕ່າງກັນໄປ, ຂຶ້ນຢູ່ກັບເປົ້າໝາຍແລະບໍລິບົດຂອງການກະທຳ. ໂດຍທົ່ວໄປແລ້ວ, ຈຸດປະສົງຂອງການໂຈມຕີມັກກ່ຽວຂ້ອງກັບຜົນກະທົບທາງທຸລະກິດຫຼືຄວາມໝັ້ນຄົງປອດໄພ.
ຕົວຢ່າງຂອງວັດຖຸປະສົງທີ່ພົບເລື້ອຍ, ເຊັ່ນ:
- ກໍ່ກວນຫຼືທຳລາຍຄວາມໜ້າເຊື່ອຖືຂອງອົງກອນ, ໂດຍສະເພາະຊ່ວງທີ່ມີແຄມເປນສຳຄັນ, ເຊັ່ນ: ການຈັດໂປຼໂມຊັນ ຫຼື ກິດຈະກຳເປີດຕົວສິນຄ້າ
- ຮຽກຄ່າໄຖ່, ໂດຍການຂົ່ມຂູ່ວ່າຈະບໍ່ຢຸດການໂຈມຕີ, ຈົນກວ່າຈະໄດ້ຮັບເງິນຕາມທີ່ຮຽກຮ້ອງ
- ບ່ຽງເບນຄວາມສົນໃຈຂອງທີມໄອທີ, ເພື່ອໃຫ້ຜູ້ໂຈມຕີສາມາດແອບດຳເນີນການອື່ນໆ ທີ່ຮ້າຍແຮງກວ່າ, ເຊັ່ນ: ການເຈາະລະບົບ
- ທົດສອບຝີມືຫຼືໂຊສັກຍະພາບ, ໂດຍສະເພາະຈາກກຸ່ມແຮັກເກີຫຼືບຸກຄົນທົ່ວໄປທີ່ຕ້ອງການສ້າງຊື່ສຽງ
- ໂຈມຕີເພື່ອວັດຖຸປະສົງທາງການເມືອງ, ເຊັ່ນ: ເວັບໄຊຂອງໜ່ວຍງານພາກລັດ
ຜົນກະທົບທີ່ຕາມມາ
ເຖິງແມ່ນວ່າ DDoS ຈະບໍ່ແມ່ນການໂຈລະກຳຂໍ້ມູນໂດຍກົງ, ແຕ່ຜົນກະທົບທີ່ເກີດຂຶ້ນສາມາດສົ່ງຜົນຮຸນແຮງຕໍ່ທຸລະກິດໄດ້ໃນຫຼາຍດ້ານ, ເຊັ່ນ: ການສູນເສຍລາຍໄດ້ໃນຊ່ວງເວລາທີ່ລະບົບບໍ່ສາມາດໃຫ້ບໍລິການໄດ້, ຄວາມເສຍຫາຍດ້ານຊື່ສຽງ, ການສູນເສຍຄວາມເຊື່ອໝັ້ນຈາກລູກຄ້າ, ລວມເຖິງຄ່າໃຊ້ຈ່າຍໃນການກູ້ຄືນລະບົບ, ເຊິ່ງອາດສູງກວ່າຄວາມຄາດໝາຍຫຼາຍເທົ່າ.
ແນວທາງການປ້ອງກັນ
ບໍລິສັດສາມາດຫຼຸດຄວາມສ່ຽງຈາກການໂຈມຕີແບບ DDoS ໄດ້, ດ້ວຍການກຽມຄວາມພ້ອມທັງດ້ານເຕັກນິກແລະການຈັດການ, ເຊິ່ງແນວທາງທີ່ແນະນຳມີດັ່ງນີ້:
ວາງໂຄງສ້າງລະບົບເຄືອຂ່າຍໃຫ້ສາມາດຮອງຮັບໂຫຼດສູງ
ໂດຍສະເພາະໃນຊ່ວງທີ່ຄາດວ່າຈະມີຜູ້ໃຊ້ງານຫຼາຍ, ເຊິ່ງສາມາດເຮັດໄດ້ໂດຍການໂອ້ລົມກັບທີມພັດທະນາເວັບໄຊ, ເພື່ອແຈ້ງເງື່ອນໄຂໃນການວາງແລະພັດທະນາໂຄງສ້າງເວັບວ່າຕ້ອງການຫຍັງແດ່, ເຊັ່ນ:
- ເວັບໄຊຕ້ອງຮອງຮັບຜູ້ໃຊ້ງານຈຳນວນຫຼາຍພ້ອມກັນ, ເຊັ່ນ: 1,000 users ໃນຊ່ວງເວລາດຽວ
- ເວັບຕ້ອງໂຫຼດໄດ້ໄວ, ບໍ່ລົ່ມ, ແມ່ນໃນຊ່ວງພີກ
- ລະບົບສາມາດຂະຫຍາຍຂະໜາດຮອງຮັບຜູ້ໃຊ້ງານທີ່ເພີ່ມຂຶ້ນໃນອະນາຄົດ
- ຕ້ອງມີລະບົບສຳຮອງຂໍ້ມູນ (Backup) ແລະ ລະບົບຄວາມປອດໄພທີ່ມີປະສິດທິພາບ, ເຊັ່ນ: Firewall
ກຳນົດແຜນຮັບມືເຫດສຸກເສີນ
ຄວນມີຄູ່ມືຫຼືແນວທາງປະຕິບັດເມື່ອເກີດການໂຈມຕີ, ເຊັ່ນ:
- ການບລັອກ IP ແປກປອມຊົ່ວຄາວ, ເຊັ່ນ: ຫາກພົບວ່າມີການເຂົ້າເຖິງເວັບໄຊຈາກ IP ແປກໆ ຈຳນວນຫຼາຍໃນເວລາດຽວກັນ, ລະບົບຄວນສາມາດບລັອກ IP ເຫຼົ່ານັ້ນຊົ່ວຄາວໂດຍອັດຕະໂນມັດ, ພ້ອມແຈ້ງເຕືອນໃຫ້ທີມໄອທີກວດສອບ
- ການເປີດໃຊ້ງານ “ໂໝດປ້ອງກັນ DDoS” (DDoS Protection Mode) ເທິງລະບົບ Cloud ຫຼື ບໍລິການທີ່ໃຊ້, ເຊັ່ນ: Cloudflare ຫຼື ບໍລິການຂອງຜູ້ໃຫ້ບໍລິການ Hosting
ຫາກທ່ານສົນໃຈກ່ຽວກັບໂໝດປ້ອງກັນ DDoS ໃນ Cloudflare ສາມາດອ່ານຕໍ່ເພີ່ມເຕີມໄດ້ທີ່: DDoS Protection & Mitigation Solutions | Cloudflare
ຕິດຕາມແລະເຝົ້າລະວັງ Traffic ຢ່າງຕໍ່ເນື່ອງ
ເພື່ອໃຫ້ສາມາດກວດຈັບພຶດຕິກຳຜິດປົກກະຕິໄດ້ທັນທີທີ່ພົບ, ເຊັ່ນ:
- ເບິ່ງປະລິມານການໃຊ້ງານ (Bandwidth Usage) ເພື່ອກວດສອບວ່າມີ Traffic ເຂົ້າເວັບໄຊຫຼືລະບົບຫຼາຍຜິດປົກກະຕິບໍ່
- ວິເຄາະແຫຼ່ງທີ່ມາຂອງ Traffic ກວດສອບວ່າຜູ້ໃຊ້ງານມາຈາກປະເທດໃດ, IP ໃດ, ມີລັກສະນະການເຂົ້າເຖິງທີ່ຜິດປົກກະຕິບໍ່, ເຊັ່ນ: ຈຳນວນ Request ຫຼາຍເກີນໄປໃນເວລາອັນສັ້ນ
- ຕັ້ງລະບົບແຈ້ງເຕືອນເມື່ອມີຄວາມຜິດປົກກະຕິ, ເຊັ່ນ: ເມື່ອມີຄົນເຂົ້າໃຊ້ງານພ້ອມກັນເກີນຄ່າທີ່ກຳນົດ ຫຼື ມີການສົ່ງຄຳຂໍຊ້ຳໆ ຈາກທີ່ຢູ່ IP ດຽວ
ການໂຈມຕີແບບ DDoS ອາດເບິ່ງຄືບໍ່ຮຸນແຮງ, ເນື່ອງຈາກບໍ່ມີການຂະໂມຍຂໍ້ມູນຫຼືລະຫັດຜ່ານ, ແຕ່ໃນຄວາມເປັນຈິງ, ຜົນກະທົບທີ່ເກີດຈາກການບໍ່ສາມາດໃຫ້ບໍລິການໄດ້ຕາມປົກກະຕິນັ້ນ, ອາດເຮັດໃຫ້ບໍລິສັດສູນເສຍທັງລາຍໄດ້, ຄວາມເຊື່ອໝັ້ນ, ແລະ ພາບພົດຢ່າງຫຼາຍ, ໂດຍສະເພາະຫາກເກີດໃນຊ່ວງເວລາສຳຄັນ. ດ້ວຍເຫດນີ້, ບໍລິສັດຈຶ່ງຄວນໃຫ້ຄວາມສຳຄັນກັບການປ້ອງກັນລ່ວງໜ້າ, ຫຼາຍກວ່າການລໍໃຫ້ເຫດການເກີດຂຶ້ນແລ້ວຄ່ອຍແກ້ໄຂໃນພາຍຫຼັງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 44,480,000 | 45,010,000 |
![]() | 43,946,000 | 45,119,000 |