
ໂບໂລນຢາສິ້ນສຸດການລໍຖ້າມາຍາວນານກວ່າເຄິ່ງສັດຕະວັດ ຫຼັງຈາກເປັນຝ່າຍເຊືອດເອຊີ ມິລານ ໃນຮອບຊິງຊະນະເລີດໂກປປາ ອິຕາເລຍ ຜະງາດຄວ້າແຊມປ໌ທຳອິດຂອງສະໂມສອນໃນຮອບ 51 ປີ
ການແຂ່ງຂັນຟຸດບອນໂກປປາ ອິຕາເລຍ ອິຕາລີ ນັດຊິງຊະນະເລີດ ທີ່ສະໜາມສະຕາດິໂອ ໂອລິມປິໂກ ກຸງໂຣມ ເມື່ອວັນທີ 14 ພຶດສະພາ ເປັນແມັດລະຫວ່າງ 2 ທີມຈາກເຊເຣຍ ອາ “ປີສາດແດງດຳ” ເອຊີ ມິລານ ພົບກັບ “ຣອສໂຊບລູ” ໂບໂລນຢາ
ເກມນີ້ມີພຽງປະຕູດຽວເກີດຂຶ້ນໃນນາທີ 53 ຣິກຄາໂດ ອໍໂຊລິນີ ຫຼຸດເຂົ້າເຂດໂທດແລ້ວຖືກກອງຫຼັງມິລານສະກັດບອນໄວ້, ລູກໄຫຼມາເຂົ້າເທົ້າ ແດນ ເອັນດອຍ ແຕ່ງຫາຊ່ອງແລ້ວຊັດຕຸງຕາຂ່າຍ ໂບໂລນຢາຊະນະໄປ 1-0 ຄວ້າແຊມປ໌ລາຍການນີ້ເປັນສະໄໝທີ 3
ນອກຈາກນີ້, ໂບໂລນຢາຍັງຄວ້າແຊມປ໌ທົວນາເມັນເມເຈີຄັ້ງທຳອິດໃນຮອບ 51 ປີ ນັບຕັ້ງແຕ່ຄັ້ງສຸດທ້າຍທີ່ເຄີຍໄດ້ແຊມປ໌ລາຍການນີ້ເມື່ອລະດູການ 1973-74 ພ້ອມການັນຕີໂຄວຕ້າໄປເຕະຢູຟ່າ ຢູໂຣປາ ລີກ ລະດູການໜ້າອີກດ້ວຍ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














