122
ມາດຣິດ ເອົາໄຊຊະນະມາຢອກກາ ຕໍ່ໂອກາດລຸ້ນແຊ້ມລາ ລີກາ ອອກໄປອີກ
ຮຽບຮຽງໂດຍ:kaling
ເຜີຍແຜ່: 15 May, 2025
ໝວດ: ກິລາ

ເຣອານ ມາດຣິດ ເຈາະເອົາໄຊຊະນະມາຢອກກາ ຕໍ່ໂອກາດລຸ້ນແຊ້ມລາ ລີກາ ອອກໄປອີກ

ເຣອານ ມາດຣິດ ຍັງບໍ່ຍອມຖອດໃຈໃນເສັ້ນທາງລຸ້ນແຊ້ມລາ ລີກາ ລະດູການນີ້ ແມັດຫຼ້າສຸດຍິງປະຕູຊັຍຊ່ວງທົດເຈັບແຊງຊະນະມາຢອກກາ ເຮັດໃຫ້ຕໍ່ໂອກາດອອກໄປອີກ

ການແຂ່ງຂັນຟຸດບານລາ ລີກາ ສະເປນ ເມື່ອວັນທີ 14 ພຶດສະພາ “ຣາຊັນຊຸດຂາວ” ເຣອານ ມາດຣິດ ເປີດສະໜາມເອສຕາດິໂອ ຊານຕິອາໂກ ເບິນາເບວ ຮັບການມາຢ້ຽມຢາມຂອງ “ຊາວເກາະ” ມາຢອກກາ

ເກມນີ້ມາຢອກການຳກ່ອນຈາກ ມາຕິນ ວັນເຢັນທ໌ ນາທີ 11 ແຕ່ມາດຣິດຍິງແຊງຈາກ ຄີລິຢັນ ແອມບັບເປ ນາທີ 68, ຮາໂກໂບ ຣາມອນ ນາທີ 90+5 ເຮັດໃຫ້ “ຣາຊັນຊຸດຂາວ” ເຈາະຊະນະ 2-1 ຕໍ່ໂອກາດລຸ້ນແຊ້ມລະດູການນີ້ອອກໄປອີກ

ຜ່ານໄປ 36 ນັດ ມາດຣິດເກັບເພີ່ມເປັນ 78 ຄະແນນ ຍຶດຮອງຈ່າຝູງເຊັ່ນເດີມ ຕາມຫຼັງຈ່າຝູງບາເຊໂລນາ 4 ແຕ້ມ ແຕ່ມາດຣິດເຕະຫຼາຍກວ່າ 1 ນັດ ແລະ ມາດຣິດເຫຼືອເກມເຕະ 2 ແມັດ ໂອກາດລຸ້ນແຊ້ມຍັງຄົງເລືອນລາງຢ່າງຍິ່ງ ດ້ານມາຢອກກາມີ 47 ຄະແນນ ຢູ່ອັນດັບ 9

ຜົນຄູ່ອື່ນ ບີຢາເຣອານ ຊະນະ ເລກາເນສ 3-0, ເດປອຕິໂບ ອະລາເບສ ຊະນະ ບາເລນເຊຍ 1-0

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ