
ອາລ-ນາຊເຊີ່ ມີບັນຫາ! ໂຣນັລໂດ ຕັ້ງເງື່ອນໄຂ 3 ຂໍ້ເພື່ອຕໍ່ສັນຍາ
ຄຣິສເຕຍໂນ ໂຣນັລໂດ ໄດ້ຕັ້ງເງື່ອນໄຂ 3 ຂໍ້ໃຫ້ທີມອາລ-ນາຊເຊີ່ ຖ້າຕ້ອງການໃຫ້ລາວຕໍ່ສັນຍາ: ປົດຜູ້ອຳນວຍການກິລາ, ປົດໂຄ້ດພິໂອລີ ແລະ ຍ້າຍນັກເຕະດັງຫຼາຍຄົນອອກ – ເນັ້ນວ່າຖ້າບໍ່ມີການປ່ຽນແປງ ທີມຈະບໍ່ໄດ້ແຊມລາຍການໃຫຍ່.
ຄຣິສເຕຍໂນ ໂຣນັລໂດ ກັບຕັນທີມອາລ-ນາຊເຊີ່ ແຈ້ງກັບທາງສະໂມສອນວ່າລາວຈະຍອມຕໍ່ສັນຍາຖ້າສະໂມສອນດຳເນີນການຕາມເງື່ອນໄຂ 3 ຂໍ້ທີ່ລາວຕ້ອງການ, ຕາມລາຍງານຈາກ “ໂອຄາຊ ສປອດ” ສື່ກິລາໃນປະເທດຊາອຸດີ ອາຣາເບຍ.
ໂຣນັລໂດ ເຊັນສັນຍາມາຫຼິ້ນໃຫ້ອາລ-ນາຊເຊີ່ ໃນປີ 2023 ເຮັດໃຫ້ຫຼາຍຄົນຄາດຫວັງວ່າລາວຈະພາທີມໄດ້ແຊມຫຼາຍລາຍການ ແຕ່ຈົນຮອດປັດຈຸບັນ ລາວໄດ້ແຊມກັບທີມພຽງລາຍການດຽວຄື ອາຣັບ ຄລັບ ແຊມປຽນສ໌ ຄັບ ຫຼື ລາຍການແຂ່ງຂັນສະເພາະສະໂມສອນໃນເຂດອາຣັບ ປະຈຳປີ 2023 ເທົ່ານັ້ນ.
ປັດຈຸບັນ ໂຣນັລໂດ ເຫຼືອສັນຍາກັບອາລ-ນາຊເຊີ່ ພຽງແຕ່ຮອດວັນທີ 30 ມິຖຸນານີ້ເທົ່ານັ້ນ ແລະ ຍັງບໍ່ມີສັນຍານໃດໆທີ່ຈະມີການຕໍ່ສັນຍາ. ໂດຍກ່ອນໜ້ານີ້ມີລາຍງານວ່າການເຈລະຈາຖືກລະງັບໄວ້ຊົ່ວຄາວ.
ຫຼ້າສຸດ “ໂອຄາຊ ສປອດ” ລາຍງານວ່າ ໂຣນັລໂດ ຕັ້ງເງື່ອນໄຂ 3 ຂໍ້ເພື່ອຕໍ່ສັນຍາ:
- ປົດ ເຟຣນານໂດ ເອຍໂຣ ອະດີດກອງຫຼັງຊື່ດັງຈາກຕຳແໜ່ງຜູ້ອຳນວຍການກິລາຂອງສະໂມສອນ ແລະ ເອົາຄົນໃໝ່ທີ່ມີອຳນາດໃນການເສີມທີມຢ່າງເຕັມທີ່
- ປົດ ສເຕຟາໂນ ພິໂອລີ ຈາກຕຳແໜ່ງຜູ້ຝຶກສອນຂອງທີມ ທ່າມກາງຂ່າວລືວ່າ ໂຣນັລໂດ ບໍ່ເຫັນດີກັບເທັກນິກຂອງພິໂອລີເທົ່າໃດ
- ການຈັດການດ້ານນັກເຕະ ໂດຍລາວຕ້ອງການໃຫ້ທີມຍ້າຍນັກເຕະຫຼາຍຄົນອອກ ເຊັ່ນ: ອາຍເມິຣິກ ລາປອກຕ໌ ກອງຫຼັງຊື່ດັງ, ເບນໂຕ ຜູ້ຮັກສາປະຕູຊາວບຣາຊິລ, ອັງເຈໂລ ກາເບຣຍລ ກອງກາງຊາວບຣາຊິລ ແລະ ເວສລີ່ຍ໌ ນັກເຕະຊາວບຣາຊິລອີກຄົນໜຶ່ງ. ພ້ອມກັນນັ້ນຕ້ອງການໃຫ້ ຊາດິໂອ ມາເນ່ ແລະ ຈອນ ດູຣານ ຢູ່ຮ່ວມທີມກັບລາວຕໍ່ໄປ
ໂຣນັລໂດ ເຫັນວ່າຈະຕ້ອງມີການປັບປ່ຽນທັງເລື່ອງໃນສະໜາມ ແລະ ນອກສະໜາມ ຖ້າທີມຕ້ອງການຈະໄດ້ແຊມລາຍການໃຫຍ່ໆ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














