Copy of site cover (66)
ຈໍສີຟ້າເກີດຈາກຫຍັງ? ຈະແກ້ໄຂໄດ້ແນວໃດ?
ຮຽບຮຽງໂດຍ:kaling
ເຜີຍແຜ່: 16 May, 2025

ຈໍສີຟ້າເກີດຈາກຫຍັງ? ຈະແກ້ໄຂໄດ້ແນວໃດ?

ຈໍສີຟ້າ (Blue Screen) ຖືເປັນຝັນຮ້າຍຂອງຄົນທີ່ຕ້ອງໃຊ້ຄອມພິວເຕີເຮັດວຽກທຸກມື້ ເພາະເມື່ອມັນເກີດຂຶ້ນ ມັກຈະມາແບບບໍ່ທັນຕັ້ງຕົວ ບໍ່ເລືອກສະຖານທີ່ຫຼືເວລາ ແຖມຍັງເຮັດໃຫ້ເຮົາຕ້ອງເສຍເວລາແກ້ໄຂບັນຫາ ຫຼືໃນບາງຄັ້ງອາດຮອດຂັ້ນຕ້ອງເອີ້ນຊ່າງມາສ້ອມແປງເລີຍ. ມື້ນີ້ພວກເຮົາຈະພາໄປເບິ່ງວ່າສາເຫດຂອງຈໍສີຟ້າມີຫຍັງແດ່ ແລະ ມີວິທີໃດທີ່ຊ່ວຍແກ້ໄຂຫຼືປ້ອງກັນໄດ້.

ຈໍສີຟ້າເກີດຈາກຫຍັງ?

1. ບັນຫາດ້ານຮາດແວ (Hardware)

  • ແຣມ (RAM) ເສຍຫຼືມີຄວາມຜິດພາດ ຖ້າແຣມມີບັນຫາ, ຂໍ້ມູນທີ່ປະມວນຜົນຈະຜິດ ເຮັດໃຫ້ລະບົບລົ້ມແລະເກີດຈໍສີຟ້າໄດ້ທັນທີ
  • ຮາດດິສຫຼື SSD ມີບັນຫາ ເຊັ່ນ ບລັອກເສຍ (bad sector) ຫຼືໄດຣຟ໌ເລີ່ມເສື່ອມ ເຮັດໃຫ້ຂໍ້ມູນສຳຄັນອ່ານບໍ່ໄດ້
  • ອຸປະກອນໃໝ່ເຂົ້າກັນບໍ່ໄດ້ ເຊັ່ນ ເພີ່ມການ໌ດຈໍໃໝ່ ເມນບອດບໍ່ຮອງຮັບເຕັມທີ່ ກໍເຮັດໃຫ້ເກີດຈໍສີຟ້າໄດ້
  • ຄວາມຮ້ອນສູງເກີນໄປ (Overheating) ຊີພີຢູ (CPU) ການ໌ດຈໍ (GPU) ຫຼືແມ່ນແຕ່ຊິບເຊັດເທິງເມນບອດຮ້ອນເກີນໄປ ຈະເຮັດໃຫ້ລະບົບດັບຕົວເອງເພື່ອປ້ອງກັນຄວາມເສຍຫາຍ

2. ໄດຣເວີ (Driver) ຜິດພາດ

  • ຕິດຕັ້ງໄດຣເວີຜິດລຸ້ນ ຫຼືບໍ່ເຂົ້າກັບ Windows ໄດຣເວີເປັນຕົວກາງລະຫວ່າງ Windows ກັບອຸປະກອນ ຖ້າໄດຣເວີມີບັນຫາ ການສື່ສານຜິດພາດ ລະບົບຈະລົ້ມໄດ້
  • ໄດຣເວີເກົ່າ ບໍ່ອັບເດດ ບາງຄັ້ງ Windows ອັບເດດ ແຕ່ໄດຣເວີບໍ່ຮອງຮັບເວີຊັນໃໝ່ ກໍເຮັດໃຫ້ຈໍສີຟ້າ

3. ຊອຟແວຫຼືລະບົບປະຕິບັດການ (Software/OS) ມີບັນຫາ

  • ໄຟລ໌ລະບົບ (System files) ເສຍຫາຍ ໄຟລ໌ທີ່ຈຳເປັນສຳລັບການເຮັດວຽກຂອງ Windows ຖືກລຶບຫຼືເສຍຫາຍ ເຊັ່ນ ຈາກໄວຣັສ, ໄຟດັບ
  • ອັບເດດ Windows ແລ້ວເກີດຂໍ້ຜິດພາດ ເຊັ່ນ ບັກຈາກການອັບເດດບາງເວີຊັນ ເຮັດໃຫ້ລະບົບເຮັດວຽກຜິດປົກກະຕິ
  • ໂປຣແກຣມບາງຕົວບໍ່ເຂົ້າກັນກັບລະບົບ ໂປຣແກຣມທີ່ຝັງຕົວເລິກໃນລະບົບ ເຊັ່ນ Antivirus, Firewall ຫຼືໂປຣແກຣມຈັດການຮາດແວ ອາດເຮັດໃຫ້ເກີດຈໍສີຟ້າໄດ້ຖ້າຂຽນໂຄ້ດຜິດພາດ

4. ໄວຣັສ ຫຼືມັລແວ (Malware)

  • ໄວຣັສທີ່ໂຈມຕີລະບົບໂດຍກົງ ໄວຣັສບາງປະເພດຈະທຳລາຍໄຟລ໌ລະບົບ ຫຼືປ່ຽນແປງການເຮັດວຽກຂອງ Windows ຈົນເຮັດໃຫ້ລະບົບຜິດພາດແລະສະແດງຈໍສີຟ້າ

5. ບັນຫາຈາກການໂອເວີຄລັອກ (Overclocking)

Overclock (ໂອເວີຄລັອກ) ແມ່ນຫຍັງ?

Overclock (ໂອເວີຄລັອກ) ຄືການເພີ່ມຄວາມໄວໃນການເຮັດວຽກຂອງຊິ້ນສ່ວນຄອມພິວເຕີ ເຊັ່ນ CPU, GPU, RAM ໃຫ້ເຮັດວຽກໄວກວ່າສະເປັກເດີມຂອງຕົວເຄື່ອງ ໂດຍມີເປົ້າໝາຍເພື່ອເພີ່ມປະສິດທິພາບ ເຊັ່ນ ໃຫ້ເຄື່ອງແຮງຂຶ້ນ ຫຼິ້ນເກມລື່ນຂຶ້ນ ຫຼືເຣນເດີວຽກໄວຂຶ້ນ

  • ໂອເວີຄລັອກຜິດພາດຫຼືບໍ່ເສຖຽນ ການປັບຄວາມໄວ CPU, RAM ຫຼື GPU ໃຫ້ສູງກວ່າມາດຕະຖານ ຖ້າບໍ່ເສຖຽນພໍ ຈະເຮັດໃຫ້ຄອມພິວເຕີລົ້ມແລະເກີດຈໍສີຟ້າໄດ້ງ່າຍຫຼາຍ

ອາການເຕືອນກ່ອນເກີດຈໍສີຟ້າມີຫຍັງແດ່?

  • ເຄື່ອງໜ່ວງ/ຊ້າໂດຍບໍ່ມີສາເຫດ
  • ໂປຣແກຣມຄ້າງເລື້ອຍ ຫຼືເດັ້ງອອກເອງ
  • ສຽງພັດລົມດັງຂຶ້ນຜິດປົກກະຕິ (ບົ່ງບອກວ່າຮ້ອນເກີນ)
  • ຣີສະຕາດເຄື່ອງເອງໂດຍບໍ່ເຕືອນ
  • ມີ Error ຫຼືແຈ້ງເຕືອນແປກໆ ເລື້ອຍໆ

ວິທີລົດຄວາມສ່ຽງບໍ່ໃຫ້ເຈີຈໍສີຟ້າ

  • ອັບເດດ Windows ແລະໄດຣເວີໃຫ້ເປັນເວີຊັນຫຼ້າສຸດສະເໝີ
  • ກວດສອບສຸຂະພາບຂອງຮາດແວ ເຊັ່ນ ເຊັກແຣມ, ກວດສຸຂະພາບ SSD/HDD
  • ຫຼີກລ່ຽງການຕິດຕັ້ງໂປຣແກຣມທີ່ບໍ່ໜ້າເຊື່ອຖື
  • ຢ່າໂອເວີຄລັອກຖ້າບໍ່ຊຳນານ
  • ໃຊ້ Antivirus ປ້ອງກັນໄວຣັສຢູ່ສະເໝີ
  • ຢ່າໃຫ້ເຄື່ອງຮ້ອນເກີນໄປ ໝັ່ນທຳຄວາມສະອາດພັດລົມແລະລະບາຍອາກາດດີໆ

ລວມວິທີແກ້ບັນຫາຈໍສີຟ້າ

1. ຣີສະຕາດເຄື່ອງໃໝ່

ຫາກເຈີບັນຫາຈໍສີຟ້າ ສິ່ງທຳອິດທີ່ຄວນເຮັດຄືປິດເຄື່ອງໃຫ້ສະໜິດ ໂດຍການກົດປຸ່ມ Power ຄ້າງໄວ້ຈົນກວ່າເຄື່ອງຈະດັບສະໜິດ ການປິດເຄື່ອງແບບນີ້ໃນກໍລະນີທີ່ລະບົບຄ້າງຈາກຈໍສີຟ້າຈະບໍ່ມີຜົນກະທົບເພີ່ມເຕີມຕໍ່ເຄື່ອງ ເພາະລະບົບໄດ້ຢຸດເຮັດວຽກໄປກ່ອນແລ້ວ ຈຶ່ງປອດໄພໃນການປິດແລະເປີດໃໝ່ອີກຄັ້ງເພື່ອເລີ່ມຕົ້ນໃໝ່

2. ເບິ່ງລະຫັດ Stop Code

ເພາະລະຫັດ Stop Code ຈະເປັນສິ່ງທີ່ຊ່ວຍບອກເຮົາໄດ້ວ່າບັນຫາເກີດຈາກຫຍັງ ເຊັ່ນ ໄດຣເວີການ໌ດຈໍ, ແຣມ, ຫຼືລະບົບ ໂດຍນຳລະຫັດ Stop Code ໄປຄົ້ນຫາສາເຫດເບື້ອງຕົ້ນໃນເວັບໄຊ Google ຫຼືອື່ນໆ ແລະເຮົາຈະໄດ້ເຈີຄົນທີ່ເຄີຍເຈີບັນຫາແບບດຽວກັນ ຊຶ່ງມັກຈະແຊຣ໌ວິທີແກ້ໄຂໃນຮູບແບບຕ່າງໆ ທີ່ອາດຊ່ວຍໃຫ້ເຮົາແກ້ບັນຫາໄດ້ງ່າຍຂຶ້ນອີກດ້ວຍ

3. ຖອນການຕິດຕັ້ງຊອຟແວຫຼືໄດຣເວີຫຼ້າສຸດ

ຫາກເພິ່ງຕິດຕັ້ງໂປຣແກຣມຫຼືໄດຣເວີໃໝ່ ແລ້ວເລີ່ມມີບັນຫາຈໍສີຟ້າເກີດຂຶ້ນ ໃຫ້ລອງຖອນການຕິດຕັ້ງ ເພາະນັ້ນອາດຈະເປັນສາເຫດຂອງບັນຫາ ຫຼືລອງເປີດ Device Manager ຖ້າໄດຣເວີຕົວໃດມີເຄື່ອງໝາຍຕົກໃຈ (!) ສະແດງຢູ່ ແປວ່າໄດຣເວີຕົວນັ້ນອາດຈະເສຍຫຼືເກີດການເຮັດວຽກຜິດພາດ ຊຶ່ງອາດເປັນສາເຫດຂອງຈໍສີຟ້າໄດ້

  • ໄປທີ່ Control Panel > Programs > Uninstall a program
  • ຫຼື Device Manager > ຄລິກຂວາໄດຣເວີ > Roll back (ເປັນການຍ້ອນກັບໄດຣເວີໄປຍັງເວີຊັນກ່ອນໜ້າ ເພາະໃນບາງຄັ້ງໄດຣເວີທີ່ອັບເດດຫຼ້າສຸດອາດຈະບໍ່ເຂົ້າກັນກັບລະບົບ) ຫຼືກົດ Uninstall

4. ກວດສອບໄວຣັສຫຼືມັລແວຢ່າງສະໝໍ່າສະເໝີ

ໄວຣັສຫຼືມັລແວເປັນໜຶ່ງໃນສາເຫດທີ່ເຮັດໃຫ້ເກີດບັນຫາຈໍສີຟ້າໄດ້ ເພາະອາດແຝງຕົວເຂົ້າມາແລະສົ່ງຜົນກະທົບຕໍ່ລະບົບປະຕິບັດການ ເຮັດໃຫ້ການເຮັດວຽກຂອງເຄື່ອງຄອມພິວເຕີຜິດປົກກະຕິຈົນເກີດຈໍສີຟ້າໄດ້ ດັ່ງນັ້ນຄວນສະແກນຫາໄວຣັສຫຼືມັລແວໃນລະບົບຢ່າງສະໝໍ່າສະເໝີ ເພື່ອຄວາມປອດໄພ ແລະຄວນຫຼີກລ່ຽງການຕິດຕັ້ງໂປຣແກຣມທີ່ຜິດລິຂະສິດ ລວມເຖິງບໍ່ເຂົ້າໃຊ້ງານເວັບໄຊທີ່ບໍ່ໜ້າເຊື່ອຖື ເພາະອາດສ່ຽງຕໍ່ການຕິດມັລແວໄດ້ໂດຍບໍ່ຮູ້ຕົວ

5. ຊ່ອມໄຟລ໌ລະບົບທີ່ເສຍຫາຍດ້ວຍຄຳສັ່ງ SFC

ບາງຄັ້ງບັນຫາຈໍສີຟ້າ ອາດເກີດຈາກໄຟລ໌ລະບົບຂອງ Windows ເສຍຫາຍຫຼືເຮັດວຽກຜິດປົກກະຕິ ຊຶ່ງບໍ່ຈຳເປັນຕ້ອງລົງ Windows ໃໝ່ໃຫ້ຍຸ້ງຍາກ ເພາະສາມາດໃຊ້ຄຳສັ່ງ System File Checker (SFC) ຊ່ວຍກວດສອບແລະຊ່ອມແປງໄຟລ໌ເຫຼົ່ານີ້ໄດ້ຢ່າງງ່າຍດາຍ

ວິທີໃຊ້ງານຄຳສັ່ງ SFC

  • ຄລິກຄົ້ນຫາໃນແຖບ Start ແລ້ວພິມ Command Prompt ຫຼື CMD
  • ຄລິກຂວາເລືອກ Run as administrator ເພື່ອເປີດໃນໂໝດຜູ້ເບິ່ງແຍງລະບົບ
  • ພິມຄຳສັ່ງ sfc /scannow ແລ້ວກົດ Enter
  • ລໍຈົນການສະແກນສຳເລັດ 100% ລະບົບຈະຊ່ອມໄຟລ໌ທີ່ເສຍຫາຍໂດຍອັດຕະໂນມັດ

6. ກວດສອບຮາດແວໃຫ້ແນ່ໃຈວ່າບໍ່ມີບັນຫາ

ນອກຈາກຊອຟແວແລ້ວ ຮາດແວພາຍໃນເຄື່ອງ ເຊັ່ນ ແຣມ ການ໌ດຈໍ ຊີພີຢູ ຫຼືເມນບອດ ກໍອາດເປັນສາເຫດຂອງບັນຫາຈໍສີຟ້າໄດ້ ຄວນກວດເຊັກວ່າຊິ້ນສ່ວນອຸປະກອນຕ່າງໆ ສຽບເຊື່ອມຕໍ່ກັນແໜ້ນ ສາຍໄຟບໍ່ຫຼວມ ບໍ່ມີຝຸ່ນສະສົມ ແລະບໍ່ມີຊິ້ນສ່ວນໃດຊຳລຸດ

7. ຕິດຕັ້ງ Windows ໃໝ່

ຖືເປັນທາງເລືອກສຸດທ້າຍ ຖ້າແກ້ຕາມວິທີຂ້າງເທິງແລ້ວຍັງບໍ່ຫາຍ ອາດຈະຕ້ອງລົງ Windows ໃໝ່

ແຕ່ຖ້າຫາກທ່ານລອງທຸກວິທີແລ້ວຍັງບໍ່ສາມາດແກ້ໄຂບັນຫາຈໍສີຟ້າໄດ້ ຢ່າລັງເລທີ່ຈະຕິດຕໍ່ພວກເຮົາ IT-Hero ພວກເຮົາພ້ອມໃຫ້ຄວາມຊ່ວຍເຫຼືອໃນການແກ້ບັນຫາຈໍສີຟ້າ ລວມເຖິງບັນຫາໄອທີອື່ນໆ ທີ່ທ່ານເຈີຢ່າງວ່ອງໄວແລະມີປະສິດທິພາບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 22 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,480,000
45,010,000
43,946,000
45,119,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-22T090748.902
ແຈ້ງການ ເຂື່ອນໄຟຟ້າເຊລະນອງ 1 ຈະເລີ່ມປ່ອຍນໍ້າ ວັນທີ 22 ຕຸລາ 2025 ເພື່ອກຽມຮັບມື ພາຍຸເຟິງເຊີນ.
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
ຢ່າລື່ມກົດຕິດຕາມ