ດວງ-Tou-Vientianepost
ແບບນີ້ກໍ່ໄດ້ຫວາ ສາວກັບບ້ານມາເຈິເຄື່ອງຕາກເຕັມຮົ້ວ ສະຫຼຸບນີ້ແມ່ນເຮືອນຂອງໃຜ
ຮຽບຮຽງໂດຍ:Staff
ເຜີຍແຜ່: 1 May, 2023

ແບບນີ້ກໍ່ໄດ້ຫວາ ເຈັບຫົວນຳ ເມື່ອກັບບ້ານມາເຈິເຄື່ອງຕາກເຕັມຮົ້ວ ຄົນເອົາມາບອກຊັກເຄື່ອງຫຼາຍ ແລະ ຄິດວ່າສະນິດກັນເລີຍຕາກໄດ້

ຈາກກໍລະນີຜູ້ໃຊ້ Tiktok, ຜູ້ໃຊ້ຄົນຫນຶ່ງໄດ້ໂພສຄລິບກ້ອງວົງຈອນປິດ ໂດຍເຫດການດັ່ງກ່າວເກີດຂຶ້ນໃນ ວັນທີ 28 ເມສາ 2023 ເວລາ 09:00 ໂມງ ໄດ້ມີຜູ້ຍິງຄົນໜຶ່ງ ທີ່ຢູ່ເຮືອນກົງກັນຂ້າມໃນໝູ່ບ້ານແຫ່ງໜຶ່ງ ຍ່າງ​ຫອບເຄື່ອງມາໜ້າບ້ານ ແລະ ເອົາເຄື່ອງມາຕາກທີ່ຮົ້ວບ້ານ ເຊິ່ງເຈົ້າຂອງບ້ານຂີ່ລົດຈັກມາຈອບ ແຕ່ກັບມາເຈິ ເຄື່ອງທີ່ຕາກຢູ່ໜ້າບ້ານຂອງຕົນເອງ ຈຶ່ງເກີດຄວາມບໍ່ພໍໃຈເກີດຂຶ້ນ ແລະນັ່ງລໍຖ້າຈົນສຸດທ້າຍປ້າກົງກັນຂ້າມບ້ານບ້ານມາເກັບເອົາອອກໃຫ້. ໂດຍທີ່ເຈົ້າຂອງບ້ານບໍ່ໄດ້ເວົ້າຫຍັງ ຫຼັງຈາກນັ້ນກໍ່ແຍກຍ້າຍກັນໄປ

ເວລາ 16:00 ໂມງ ຂອງວັນທີ 29 ເມສາ 2023, ນັກຂ່າວສັນຈອນໄດ້ໄປທີ່ໝູ່ບ້ານແຫ່ງໜຶ່ງ ຢູ່ບ້ານມາບຍາງພອນ, ເມືອງປວກແດງ, ແຂວງລະຍອງ ເພື່ອຫາຄວາມຈິງຂອງເລື່ອງດັ່ງກ່າວ. ພາຍໃນບ້ານເປັນ 2 ຊັ້ນ ຢູ່ຕິດກັບຫຼາຍຫຼັງຄາບ້ານ. ຫລັງຈາກຍ່າງໄປດົນໆ ກໍພົບເຫັນເຮືອນທີ່ກ່າວໄວ້ໃນຄລິບ. ດັ່ງນັ້ນ ຈຶ່ງໄດ້ໄປກວດກາ ພົບເຫັນວ່າ ເປັນເຮືອນຂອງ ນາງ ນົກຄ່າ ອາຍຸ 60 ປີ ຜູ້ທີ່ເອົາເຄື່ອງໄປຕາກໄວ້ບ້ານທີ່ກົງກັນຂ້າມກັນ ດັ່ງນັ້ນຈຶ່ງໄດ້ສອບຖາມກ່ຽວກັບຄວາມຈິງຂອງສິ່ງທີ່ເກີດຂຶ້ນ

ນາງ ນົກຄ່າ ອາຍຸ 60 ປີ, ເປັນຄົນເອົາເຄື່ອງນຸ່ງຕາກຢູ່ບ້ານກົງກັນຂ້າມ ໄດ້ບອກວ່າ ເຈົ້າ​ຂອງ​ເຮືອນ​ທີ່ຢູ່​ກົງ​ກັນ​ຂ້າມ​ແມ່ນ​ນາງ​ບຸນ​ແຮມ, ​​ປົກກະຕິ​ກໍ່ຄຸ້ນເຄີຍ​ກັນ. ແລະກໍ່​ຍັງ​ມາ​ຫຼິ້ນ​ກັບ​ຫລານຂອງຕົນ​ຢູ່​ເປັນ​ປະຈຳ ພວກກະຕຸກເຂົາກໍ່ເກັບມາໄວ້ໃຫ້ເພື່ອໃຫ້ມາໄວ້ເພື່ອຂາຍ. ມີຫັຍງກໍ່ຈະເອົາມາແບ່ງປັນກັຕະຫຼອດ. ຕົນເອງກໍ່ບໍ່ມີເລື້ອງຫຍັງກັບລາວ

ເລີຍ ໃນມື້ເກີດເຫດຕົນເອງໄດ້ເອົາຜ້າທີ່ປັ່ນໄວ້ເປັນຖັງທີສອງ ເພາະຜ້າທີ່ຊັກນັ້ນມີຫຼາຍ ແລະ ບໍ່ມີບ່ອນຕາກ. ສະນັ້ນຕົນກໍ່ເລີຍໄດ້ເອົາຜ້າຕາກ​ທີ່ບ້ານກົງກັນຂ້າມ. ເພາະ​ຄິດວ່າເປັນ​ຄົນ​ໃກ້​ຊິດກັນ ແຕ່ປະກົດວ່າ: ໃນມື້ເກີດເຫດ, ນາງ ບຸນແຮມ ບໍ່ໄດ້ເຮັດໂອທີ, ຈຶ່ງມາເຮືອນໄວ ແລະ ໄດ້ມາພົບເຫັນພໍດີ .ເມື່ອ​ເຫັນວ່າເຈົ້າຂອງບ້ານມາ ຕົນກໍ​ອອກ​ໄປ​ເກັບ​ອອກ ບໍ່ມີການຜິດຖຽງກັນເລີຍຈັກຄຳ ເປັນການເຂົ້າໃຈຜິດ ນາງ ບຸນແຮມ ຄົງຈະຄິດວ່າເປັນຜ້າຂອງຄົນອື່ນທີ່ນຳມາຕາກ. ​ແຕ່​ວ່າຕົນຫາກໍ່ມາຕາກເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດ. ຈາກນີ້ໄປກໍ່ຄົງບໍ່ຕາກແລ້ວ

ສ່ວນ​ເລື່ອງ​ທີ່​ລາວ​ລົງ​ຄລິບ​ໃນ Tiktok ນັ້ນ​ບໍ່​ຮູ້​ຫຍັງ​ເລີຍ. ແຕ່ຢືນຢັນວ່າບໍ່ມີບັນຫາ ຫຼື ຜິດຖຽງກັນແນ່ນອນ ຂະນະ​ທີ່​ໃຫ້​ສຳພາດ​ຕໍ່​ນາງ ນົກຄ່າ​ ຢູ່ໆກໍ່ໄດ້ຍິນສຽງຢູ່ໃນບ້ານຂອງ ນາງ ບຸນແຮມ ພາຍໃນເວລາບໍ່ດົນ ນາງບຸນແຮມ ກໍ່ເປີດປະຕູອອກມາ ແລະ ຢືນງົງ ຄິດວ່າປ້ານຳຕຳຫຼວດມາຈຶ່ງມີການໂຕ້ຖຽງກັນເລັກນ້ອຍ. ແຕ່​ໃນ​ທີ່​ສຸດກໍ່ຢືນລົມແລະປັບ​ຄວາມ​ເຂົ້າ​ໃຈກັນ​

ນາງ ບຸນແຮມ ອາຍຸ 39 ປີ ເຈົ້າຂອງບ້ານທີ່ເອົາເຄື່ອງມາຕາກໃສ່ໃຫ້ສໍາພາດວ່າ ມື້ເກີດເຫດແມ່ນວັນທີ 28 ເມສາ ຕົນກັບມາຈາກການໄປເຮັດວຽກເວລາ 09:00 ໂມງ ກໍ່ໄດ້ເຫັນຜ້າຂອງໃຜກໍ່ບໍ່ຮູ້ມາຕາກໄວ້ໜ້າບ້ານ. ເລີຍຕົກຕະລຶງຫຼາຍ ແລະຄິດວ່າເຂົ້າຜິດບ້ານ. ​ເຫັນ​ແນວ​ນີ້​ຂ້ອຍ​ເສຍ​ຄວາມ​ຮູ້ສຶກ​ແລະ​ໃຈ​ຮ້າຍຫຼາຍ. ຕົນເອງຢູ່ຄົນດຽວແລະບໍ່ໄດ້

ໄປວຸ້ນວາຍນຳໃຜ. ພຽງແຕ່ເຮັດວຽກກໍ່ເຮັດໃຫ້ຂ້ອຍເຈັບຫົວແລ້ວ. ເມື່ອຍແລ້ວຍັງມາເຫັນແບບນີ້ອີກ ແລະ​ຜ້າທີ່ຕາກກໍ່ແມ່ນຜ້າทີ່ເກົ່າແລະຂາດແລ້ວ ຂະໜາດຕົນຍັງບໍ່ເຮັດແບບນີ້ເລີຍ ແຕ່ເປັນຫຍັງຄົນອື່ນຈຶ່ງມາເຮັດແບບນີ້? ຄົນ​ທີ່​ຜ່ານ​ໄປ​​ເປັນ​ຕາສ້າງຄວາມ​ອັບ​ອາຍ​ ເພາະ​ວ່າ​ຢູ່​ທາງ​ຫນ້າ​ບ້ານ​ຂອງ​ຕົນ​ ພາຍຫຼັງ​ເກີດ​ເຫດ, ຕົນກໍ່​ໄດ້​ນັ່ງ​ລໍຖ້າ​ຢູ່​ທີ່​

ລົດຈັກ​ຈົນ​ປ້າ​ອອກ​ມາ​ເກັບ​ຜ້າອອກ. ຕົນເອງກໍ່ເລີຍເກັບອາການບໍ່ເວົ້າຫຍັງຈັກຄຳ. ຫຼັງ​ຈາກ​ປ້າ​ເກັບຜ້າແລ້ວ​​ກໍ​ແຍກ​ກັນ​ເຂົ້າບ້ານ. ສະນັ້ນກັບມາເບິ່ງກ້ອງວົງຈອນປິດ. ແລະ ໂພສລົງໃນ Tiktok ຕົນເອງ ເພາະຮູ້ສຶກບໍ່ດີຫຼາຍ ຫຼ້າສຸດທັງສອງກໍໄດ້ເຄຍໃຈກັນຢ່າງກະຈ່າງແຈ້ງ, ນາງ ນົກຄ່າ ສັນຍາວ່າຈະບໍ່ເອົາຫັຍງມາຕາກອີກແລ້ວ, ສະນັ້ນ ທັງສອງຈຶ່ງແຍກຍ້າຍກັນກັບບ້ານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ