
ກວາງຈູ 17 ພຶດສະພາ – ບໍລິສັດ “ຄຳໂຮ ໄທຣ໌” ຜູ້ຜະລິດຢາງລົດຍົນຂອງເກົາຫຼີໃຕ້ ຕ້ອງໄດ້ລະງັບການຜະລິດທີ່ໂຮງງານໃນເມືອງກວາງຈູ (Gwangju) ໃນເກົາຫຼີໃຕ້ໃນມື້ນີ້ ຫຼັງຈາກເກີດໄຟໄໝ້ຄັ້ງໃຫຍ່ທີ່ໂຮງງານແຫ່ງນີ້ ໃນຂະນະທີ່ລັດຖະບານຕ້ອງລະດົມລົດດັບເພີງຈາກທົ່ວປະເທດເພື່ອຄວບຄຸມໄຟທີ່ລຸກລາມໄປເລື້ອຍໆ
ສຳນັກຂ່າວຢອນຮັບ ລາຍງານວ່າ ໄຟໄໝ້ຄັ້ງນີ້ເກີດຂຶ້ນເມື່ອເວລາປະມານ 7.11 ນາທີ ເຊົ້າມື້ນີ້ຕາມເວລາທ້ອງຖິ່ນ ຫຼື ກົງກັບ 5.11 ນາທີ ມື້ດຽວກັນຕາມເວລາໃນປະເທດລາວ
ທີ່ໂຮງງານໃນເມືອງກວາງຈູ ເຊິ່ງຢູ່ຫ່າງຈາກນະຄອນໂຊລໄປທາງຕາເວັນອອກສຽງໃຕ້ປະມານ 270 ກິໂລແມັດ ໄຟລຸກລາມຢ່າງວ່ອງໄວໄປຕາມອາຄານຕ່າງໆ ຂອງໂຮງງານ ໄຟບາງຈຸດສູງເຖິງ 100 ແມັດ ນັບຈົນເຖິງເວລາທ່ຽງວັນຕາມເວລາທ້ອງຖິ່ນ
ພື້ນທີ່ຝັ່ງຕາເວັນຕົກຂອງໂຮງງານປະມານຮ້ອຍລະ 70 ຫຼື ຂະໜາດເທົ່າກັບປະມານສະໜາມຟຸດບອນ 5 ສະໜາມ ຖືກໄຟເຜົາທຳລາຍ ສຳນັກງານດັບເພີງແຫ່ງຊາດອອກປະກາດລະດົມການດັບເພີງທົ່ວປະເທດ ອະນຸຍາດໃຫ້ເຈົ້າໜ້າທີ່ດັບເພີງແລະເຄື່ອງມືຈາກພື້ນທີ່ໃກ້ຄຽງເຂົ້າມາໃນພື້ນທີ່ທີ່ປະສົບເຫດໄດ້
ຄຳໂຮ ໄທຣ໌ ເປັນຜູ້ຜະລິດຢາງລົດຍົນໃຫຍ່ເປັນອັນດັບ 2 ຂອງປະເທດ ກ່າວວ່າ ຂະບວນການຜະລິດທຸກຢ່າງຖືກສັ່ງລະງັບໄວ້ທີ່ໂຮງງານແຫ່ງນີ້ ມີຄົນງານປະຕິບັດງານປະມານ 400 ຄົນ
ຂະນະທີ່ເກີດເຫດ ແລະ ໄດ້ອົບພະຍົບອອກຈາກພື້ນທີ່ແລ້ວ ແຕ່ມີລູກຈ້າງຊາຍໄວ 20 ກວ່າໆ ໄດ້ຮັບບາດເຈັບ ແລະ ຖືກນຳຕົວສົ່ງໂຮງໝໍທ້ອງຖິ່ນແລ້ວ ເຈົ້າໜ້າທີ່ກ່າວວ່າ ອາການບາດເຈັບຂອງລາວບໍ່ເຖິງຂັ້ນຈະເປັນອັນຕະລາຍເຖິງຊີວິດ
ເຈົ້າໜ້າທີ່ກ່າວວ່າ ອາດຈະຕ້ອງໃຊ້ເວລາຫຼາຍມື້ໃນການດັບໄຟໃຫ້ສະໜິດ ເນື່ອງຈາກໃນໂຮງງານມີຢາງດິບເກັບຢູ່ປະມານ 20 ໂຕນ ເຊິ່ງເປັນອຸປະສັກໃນການດັບໄຟ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














