
ຜົນບານເຕະ ບາເຊໂລນາ 2-3 ວິຢາເຣອານ: ບາຊາ ຍົກຖ້ວຍແຊມປ໌ສົ່ງທີມຢ້ຽມໄປ UCL
ບາເຊໂລນາ ພ່າຍໃນເຮືອນກ່ອນປິດລະດູການ 3-2 ແຕ່ບໍ່ມີບັນຫາໃນການສະຫຼອງແຊມປ໌ລີກສະໄໝທີ 28 ພ້ອມກັບ ວິຢາເຣອານ ທີ່ດີໃຈທີ່ຄວ້າອັນດັບ 5 ໄດ້ໂຄວຕ້າ UCL ໃບສຸດທ້າຍ
ການແຂ່ງຂັນຟຸດບອນລາລີກາ ສະເປນ ນັດຮອງສຸດທ້າຍ ຄືນວັນອາທິດທີ 18 ພຶດສະພາທີ່ຜ່ານມາ ບາເຊໂລນາ ຮັບປະກັນແຊມປ໌ນັດທີ່ແລ້ວ ເກມນີ້ຮອຮັບ ວິຢາເຣອານ ທີ່ເນັ້ນຊັຍຊະນະເພື່ອຄວ້າປີ້ UCL ໃບສຸດທ້າຍ
ເລີ່ມເກມ 4 ນາທີທໍາອິດ ນິໂກລາ ເປເປ້ ຫຼຸດດ່ຽວປາດຮຽດມາທີ່ ອາໂຢເຊ່ ເປເຣດ ຊັດໃນເຂດໂທດໜີຕົວ ມາກ ອານເດຣ ແທຣ໌ຊເຕເກັ້ນ ພາທີມຢ້ຽມບຸກນໍາ 1-0
ເວລາຜ່ານນາທີ 22 ໂຣເບີດ ເລວານດອຟສກີ້ ເທກຕົວໂຫມ່ງບານຕົງກອບນາຍດ່ານຄູ່ແຂ່ງເຫີນຕົວປັດເອົາໄວ້ໄດ້ຢ່າງດີເລີດ
ເຈົ້າຂອງເຮືອນເອົາຄືນ 1-1 ນາທີ 38 ລາມີນ ຢາມານ ແຕະບານໃຫ້ ເອຣິກ ກາຊຽແປະຄືນກ່ອນດາວຮຸ່ງບາຊາໂຍກຫາຫຼ່ຽມປັ່ນບານທາງຂວາລ້ຽວມຸດຕາຂ່າຍຝັ່ງຊ້າຍຄົມກິບ
ແຊມປ໌ລີກແຊງນໍາ ນາທີ 45+5 ເຟີມິນ ໂລເປດ ຕະບັນໜ້າກອບເຂດໂທດບານຕິດໄຊຕ໌ກ້ອຍພຸ່ງໜີມື ລຸຍຊ໌ ຈູນຽຣ໌
ໝົດ 45 ນາທີ ບາເຊໂລນາ ຮຸກນໍາ ວິຢາເຣອານ 2-1
ເປີດເຄິ່ງຫຼັງນາທີ 51 ເຢເຣມີ່ ປິໂນ່ ແທງບານທະລຸໄປທີ່ ຊານຕິ ໂກເມຊານ່າ ແລ່ນສວນກັບດັກລໍ້າໜ້າຊິບບານຫຼີກຕົວ ມາກ ອານເດຣ ແທຣ໌ຊເຕເກັ້ນ ຕີເສມົກັນ 2-2
ທີມຢ້ຽມເຮສະໜັ່ນນາທີ 80 ເຊຣ໌ຈີ້ ກາໂດນ່າ ສອດມາທາງກາບຊ້າຍຕົບບານຂວາງເລີຍມາຫາ ທາຈອນ ບູຊານັນ ຕົວສຳຮອງຈັບພ້ອມຊັດເສີຍຕາຂ່າຍ ຈົບເກມ ບາເຊໂລນາ ພ່າຍໃນເຮືອນກ່ອນປິດລະດູການ 3-2 ແຕ່ບໍ່ມີບັນຫາໃນການສະຫຼອງແຊມປ໌ລີກສະໄໝທີ 28 ພ້ອມກັບ ວິຢາເຣອານ ທີ່ໄດ້ດີໃຈຄວ້າອັນດັບ 5 ໄດ້ໂຄວຕ້າ UCL ໃບສຸດທ້າຍ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














