ຂ່າວ-Tou-Vientianepost (6)
ຈັດພິທີເຊັນສັນຍາ ການຈັດຊື້ນໍ້າມັນເຊື້ອໄຟຮັບໃຊ້ກອງທັບ ປະຈໍາປີ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 2 May, 2023

ຂປລ. ເມື່ອບໍ່ດົນມນີ້, ກົມໃຫຍ່ພະລາທິການກອງທັບ ຈັດພິທີເຊັນສັນຍາການຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟກອງທັບ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດລັດ ວິສະຫະກິດນໍ້າເຊື້ອໄຟວຽງຈັນ ໂດຍອີງຕາມ ຂໍ້ຕົກລົງຂອງລັດຖະມົນກະຊວງປ້ອງກັນປະເທດ ສະບັບເລກທີ 2343/ກປທ, ລົງວັນທີ 10 ເມສາ 2023 ວ່າດ້ວຍການມອບສິດໃຫ້ ບໍລິສັດລັດວິສາຫະກິດ

ນໍ້າມັນເຊື້ອໄຟວຽງຈັນ, ຈັດຊື້ນໍ້າມັນເຊື້ອໄຟໃຫ້ກອງທັບປະຈໍາປີ 2023, ເພື່ອປະຕິບັດຕາມໜ້າທີ່, ພາລະບົດບາດຂອງຄະນະຈັດຊື້, ຈັດຈ້າງ ແລະ ຄວາມສໍາເລັດໃນໜ້າທີ່ການເມືອງໃນໄລຍະໃໝ່
ຈຸດປະສົງຂອງສັນຍາ, ຊະນິດນໍ້າມັນ ຈໍານວນ, ລາຄາ ແລະ ມູນຄ່າ, ຝ່າຍຂາຍ ແລະ ຝ່າຍຊື້ ໄດ້ຕົກລົງເຫັນດີ, ຊື້ນໍ້າມັນເຊື້ອໄຟ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ, ເຊິ່ງການເຊັນສັນຍາຮ່ວມກັນ

ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນໃນຄັ້ງນີ້ ໂດຍປະຕິບັດຕາມແຜນແບ່ງປັນງົບປະມານຈັດຊື້, ຈັດຈ້າງປະຈຳປີ 2023 ແລະ ລາຍລະອຽດຂອງສັນຍາທັງສອງຝ່າຍໄດ້ພ້ອມກັນສ້າງຂຶ້ນດ້ວຍຄວາມເປັນເອກະພາບກັນຊື້-ຂາຍນໍ້າມັນເຊື້ອໄຟຮ່ວມກັນ ພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນ

ປະໂຫຍດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແລະ ຮັບປະກັນໃຫ້ແກ່ການຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟຂອງກອງທັບ ປີ 2023 ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມວຽກງານຈັດຊື້, ຈັດຈ້າງຂອງກົມໃຫຍ່ພະລາທິການ ໄດ້ເນັ້ນໃຫ້ທັງສອງຝ່າຍທີ່ເຊັນສັນຍາຮ່ວມກັນໃນຄັ້ງນີ້, ຈົ່ງເອົາໃຈໃສ່ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເອງ ເຂົ້າໃນໜ້າທີ່ວຽກງານວິຊາສະເພາະນໍ້າມັນເຊື້ອໄຟຂອງກອງທັບ ກໍຄື ຂອດການຈັດຕັ້ງປະຕິບັດໃນການ

ນໍາເຂົ້ານໍ້າມັນເຊື້ອໄຟແຕ່ລະຊະນິດທຸກຄັ້ງ, ຄະນະພັກ-ຄະນະບັນຊາທຸກຂັ້ນ ຫລື ວິຊາການຜູ້ຮັບຜິດຊອບວຽກງານນໍ້າມັນເຊື້ອໄຟ ຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດ ກາຢ່າງເຂັ້ມງວດ ໂດຍສະເພາະການຮັບ ແລະ ເບີກຈ່າຍນໍ້າມັນຕ້ອງໄດ້ມີການປະສານສົບກັບຂັ້ນເທິງ ເພື່ອສະຫລຸບບັນຊີລາຍງານຢ່າງເປັນປົກກະຕິ, ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຕົວຈິງຂອງກົມກອງ, ປະສານ

ສົມທົບກັນແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ, ຕາມສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ, ຖືກຕ້ອງ ແລະ ທັນເວລາ ເຮັດໃຫ້ງົບປະມານຈັດຊື້ນໍ້າມັນເຊື້ອໄຟກອງທັບປະຈໍາປີ 2023 ໃນຄັ້ງນີ້, ໃຫ້ຄົບຖ້ວນດ້ານຈໍານວນ, ມີຄຸນນະພາບຕາມມາດຖານຂອງ ສປປ ລາວ.

ຂ່າວ: ສຸກສະຫວັດ
ຂໍ້ມູນ: ຄໍາປະສົງ ລາດຊະວົງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ