
ຂປລ. ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ໄດ້ໃຫ້ຄວາມສຳຄັນຕໍ່ຜູ້ອອກແຮງງານ ໂດຍການເປີດໂອກາດ ແລະ ໃຫ້ການສະໜັບສະໜູນຜູ້ທີ່ມີຄວາມດຸໝັ່ນ, ຫ້າວຫັນ ພັດທະນາຕົນເອງ, ພ້ອມທັງສົ່ງເສີມພັດທະນາສີມືແຮງງານໃຫ້ມີຄວາມສຳນານງານ.
ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ, ວິລະຊົນແຮງງານ ຄົນທຳອິດຂອງ ສປປ ລາວ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ຕັ້ງ ຢູ່ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ສ້າງຕັ້ງຂຶ້ນປີ 1989 ເບື້ອງຕົ້ນ ມີແຮງງານ 27 ຄົນ, ມາຮອດປັດຈຸບັນມີແຮງງານທັງໝົດ
220 ຄົນ, ຍິງກວມ 70%. ໂຮງງານຂອງພວກເຮົາໄດ້ ສ້າງສິ່ງແວດລ້ອມທີ່ດີ, ການບໍລິຫານແຮງງານແບບຄອບຄົວ ໃຫ້ຄວາມສຳຄັນຕໍ່ກຳມະກອນຜູ້ອອກແຮງງານ ໂດຍໃຫ້ໂອກາດໃນການຝຶກອົບຮົມຍົກລະດັບພັດທະນາສິມືແຮງງານ ໃຫ້ມີຄວາມສຳນານໃນແຕ່ລະໜ້າວຽກ, ຊຸກຍູ້ ສົ່ງເສີມບຸກຄົນທີ່ມີຄວາມດຸໝັ່ນ, ອົດທົນ, ຫ້າວຫັນໃນພັດທະນາຕົນເອງ ດ້ວຍການເລື່ອນຂັ້ນ ແລະ ແບ່ງ ວຽກ ຕາມຄວາມສາມາດ.
ໃນໂຮງງານ, ນອກຈາກ ໄດ້ປະຕິບັດນະໂຍບາຍຕາມພາກລັດວາງອອກແລ້ວ ໂຮງງານຂອງພວກເຮົາຍັງມີ ນະໂຍບາຍ, ກົດລະບຽບໃນການສ້າງເງື່ອນໄຂທີ່ເໝາະສົມໃຫ້ແກ່ຜູ້ອອກແຮງງານ, ສ້າງແຮງຈູງໃຈ, ສ້າງສິ່ງແວດ ລ້ອມທີ່ດີ, ຊຸກຍູ້ຜູ້ອອກແຮງງານມີຄວາມຫ້າວຫັນ, ຊື່ສັດສຸດຈະລິດ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່.
ເນື່ອງໃນໂອກາດ ວັນທີ 1 ພຶດສະພາ ກໍຄື ວັນກຳມະກອນສາກົນ ຄົບຮອບ 137 ປີ ເຊິ່ງເປັນວັນທີ່ ມີຄວາມໝາຍຕໍ່ຜູ້ອອກແຮງງານ, ທ່ານ ເກຍ ອູ໊ສິດທິເດດ ໄດ້ສະແດງຄວາມຂອບໃຈ ແລະ ສົ່ງຄຳອວຍພອນມາຍັງການນຳ ພັກ-ລັດ ກໍຄື ອົງການຈັດຕັ້ງ ຈົ່ງມີສຸຂະພາບແຂງແຮງ, ຂອບໃຈຕໍ່ສັງຄົມທີ່ເລືອກໃຊ້ຜະລິດຕະພັນ ນ້ຳດື່ມໂລມາຄຳ ແລະ ຂອບໃຈຜູ້ໃຊ້ແຮງງານທົ່ວປະເທດ ກໍຄື ອ້າຍນ້ອງກຳມະກອນ ໄດ້ໃຫ້ການສະໜັບສະໜູນ ຈົ່ງມີສຸຂະພາບສົມບູນ ຢູ່ດີກິນດີ.
ຂ່າວ-ພາບ: ເກດສະໜາ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














