ລໍຖ້າມານານ “ຊົນ ຮຶງ ມິນ” ເປີດໃຈ “ສະເປີສ” ຄວ້າແຊມປິ້ນຢູໂຣປາລີກ ຫຼັງຊະນະແມນຢູ ປົດລັອກ 17 ປີ
ວັນທີ 22 ພຶດສະພາ 2568 ຊົນ ຮຶງ ມິນ ກໍາປັ່ນທີມສະເປີສ ອັນດັບ 17 ພີມຽນລີກ ອັງກິດ ໃຫ້ສຳພາດຫຼັງເກມຢູໂຣປາລີກ 2024-25 ຮອບຊິງຊະນະເລີດ ເສືອນຊະນະ ແມນເຊສເຕີ ຢູໄນເຕັດ ທີມອັນດັບ 16 ຮ່ວມລີກ ຈາກປະຕູຊັຍຂອງ ເບຣນແນນ ຈອນສັນ ໃນນາທີທີ 42
ເຮັດໃຫ້ ສະເປີສ ຄວ້າແຊມປິ້ນຢູໂຣປາລີກໄປຄອງ ພ້ອມຕີບັດໄປຢູຟ່າ ແຊມປິ້ນລີກ ທາງລັດໄດ້ສຳເລັດ ປິດຈາກ 17 ປີທີ່ບໍ່ມີຖ້ວຍແຊມປິ້ນ ນັບຕັ້ງແຕ່ໄດ້ແຊມປິ້ນລີກຄັບ ລະດູການ 2007-08 ພາຍໃຕ້ກຸນເຊື່ອ ຮວນເດ ຣາມອສ
ຂະນະທີ່ ຊົນ ຮຶງ ມິນ ອາຍຸ 32 ປີ ກໍຄວ້າແຊມປິ້ນທຳອິດກັບ ສະເປີສ ໄດ້ແລ້ວ ຫຼັງຈາກຮັບໃຊ້ສະໂມສອນຄົບ 10 ປີ ແລະເປັນແຊມປິ້ນລະດັບສະໂມສອນຄັ້ງທຳອິດໃນຊີວິດເກະລະບານເດີ ຫຼັງຈາກເຄີຍໄດ້ພຽງເຫຼັຽມທອງເອເຊັນເກມ 2018 ກັບທີມຊາດເກົາຫຼີໃຕ້ U23
ດ້ານ ຊົນ ຮຶງ ມິນ ເປີດໃຈຫຼັງຊູຖ້ວຍແຊມປິ້ນຢູໂຣປາລີກ ກັບເພື່ອນຮ່ວມທີມສະເປີສ ວ່າ “ເວົ້າໄດ້ເລີຍວ່າຂ້ອຍແມ່ນຕຳນານ ເປັນຫຍັງບໍ່ເວົ້າໄດ້ ສະເພາະວັນນີ້ເທົ່ານັ້ນ! 17 ປີມາແລ້ວທີ່ບໍ່ມີໃຜເຮັດໄດ້ ວັນນີ້ຂໍເວົ້າວ່າຜູ້ຫຼິ້ນທີ່ເດັ່ນຊຸດນີ້ຄົງເປັນຕຳນານຂອງສະໂມສອນໄປແລ້ວ”
“ນີ້ແມ່ນສິ່ງທີ່ຂ້ອຍມີຄວາມຝັນມາຕະຫຼອດ ວັນນີ້ມັນເກີດຂື້ນແລ້ວ ຂ້ອຍແມ່ນຄົນທີ່ມີຄວາມສຸກທີ່ສຸດໃນໂລກ ເມື່ອເຈົ້າເບິ່ງທັງລະດູການ ຈະຕ້ອງມີສະຖານະການບາງຢ່າງທີ່ເຈົ້າຕ້ອງເຈີ້ກັບຊ່ວງເວລາທີ່ຍາກລຳບາກ ແຕ່ພວກເຮົາໃນຖານະຜູ້ຫຼິ້ນຈະຮ່ວມມືກັນສະເໝີ”
“ຂ້ອຍຮູ້ສຶກກົດດັນ ຂ້ອຍຕ້ອງການມັນຫຼາຍ ຕະຫຼອດ 7 ວັນທີ່ຜ່ານມາ ຂ້ອຍຝັນເຫັນເກມນີ້ທຸກຄືນ ໃນທີ່ສຸດມັນກໍເກີດຂື້ນ ແລະຕອນນີ້ຂ້ອຍກໍນອນໄດ້ຢ່າງສະບາຍໃຈແລ້ວ! ວັນນີ້ເຮົາຈະສະເຫຼີມສະຫຼອງກັນໄດ້ ດັ່ງນັ້ນມາເຮັດໃຫ້ວັນນີ້ເປັນວັນທີ່ເຮົາຈະບໍ່ມີວັນລືມ ບາງທີຂ້ອຍອາດຈະພາດເທດບິນມື້ອື່ນກໍໄດ້!”
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |