Copy of site cover (72)
ບົດຫຼຸບຂອງພຣີເມຍລີກ ລະດູການ 2024/25 ລິເວີພູຄວ້າແຊັມ, ແມນຢູຫຼຸດຍຸໂຣບ, ເລສເຕີຕົກຊັ້ນ
ຮຽບຮຽງໂດຍ:kaling
ເຜີຍແຜ່: 26 May, 2025
ໝວດ: ກິລາ

ລິເວີພູ ຄວ້າແຊມບ໌ພຣີເມຍລີກ 2024/25 ແບບມ້ວນດຽວ – ແມນຢູຫຼຸດຖ້ວຍຍຸໂຣບ, ເລສເຕີຕົກຊັ້ນ

ພັກລິເວີພູນໄດ້ສະແດງຄວາມເກັ່ງກ້າໃນລະດູການນີ້ ໂດຍການຄວ້າແຊມບ໌ແບບມ້ວນດຽວຈົບ ພາຍໃຕ້ການນຳຂອງໂຄ້ຊ ອາເນ່ ສລັອດ ທີ່ມາແທນ ເຢີເກັນ ຄລັອບ. ທີມ “ຫົງແດງ” ໄດ້ເປັນຈ່າຝູງເປັນເວລາ 177 ວັນ ນັບແຕ່ວັນທີ 2 ພະຈິກ 2024 ຈົນເຖິງການຮັບປະກັນແຊມບ໌ເມື່ອເຂົາເຈົ້າຊະນະ ທັອດແຕນຮາມ 5-1 ວັນທີ 27 ເມສາ.

ລິເວີພູນສາມາດຮັບປະກັນແຊມບ໌ໄດ້ເມື່ອຍັງເຫຼືອແມດ 4 ເກມ, ໃນຂະນະທີ່ ອາເຊນແນນ ຕ້ອງພໍໃຈກັບການເປັນຮອງແຊມບ໌ເປັນປີທີ 3 ຕິດຕໍ່ກັນ.

ສະຖານະການຄວາມໂໝ້ຍູໂຣບ:

  • ແຊມເປີ້ຍນລີກ: ລິເວີພູນ, ອາເຊນແນນ, ແມນເຊສເຕີຊິຕີ້, ເຊລຊີ, ນິວຄາເຊີນຢູໄນເຕັດ, ທັອດແຕນຮາມ
  • ຍູໂຣປາລີກ: ແອສຕັນວິນລ່າ, ຄິຣສຕານ ພາເລສ
  • ຄອນເຟີເຣນສ໌ລີກ: ນັອດຕິງແຮມ ຟອເຣສ

ທີມທີ່ຜິດຫວັງທີ່ສຸດແມ່ນ ແມນເຊສເຕີ ຢູໄນເຕັດ ທີ່ບໍ່ໄດ້ໂຄວຕາຍູໂຣບເລີຍ ແລະ ຍັງພ່າຍແພ້ໃນຍູໂຣປາລີກອີກດ້ວຍ.

ທີມຕົກຊັ້ນ: ເລສເຕີຊິຕີ້, ອິບສວິດ ທາວນ, ເຊົາທ໌ແຮມທອນ

ທີມຂຶ້ນມາໃຫມ່: ລີດ ຢູໄນເຕັດ, ເບີນລີ, ຊັນເດີແລນ

ດາວຊົງໂວ 5 ອັນດັບແຮງ:

  1. 29 ປະຕູ: ໂມຮາເມດ ຊາລາຮ໌ (ລິເວີພູນ)
  2. 23 ປະຕູ: ອາເລັກແຊນເດີ ອິຊາກ (ນິວຄາເຊີນ)
  3. 22 ປະຕູ: ເອີລິງ ຮາລັນ (ແມນຊິຕີ້)
  4. 20 ປະຕູ: ຄິຣສ ວູດ (ຟອເຣສ), ໄບຣອັນ ເອັມເບີໂມ່ (ເບຣນຟອດ)
  5. 19 ປະຕູ: ໂຢອັນ ວິສຊ່າ (ເບຣນຟອດ)

ຈອມແອສຊິສ 5 ອັນດັບແຮງ:

  1. 18 ຄັ້ງ: ໂມຮາເມດ ຊາລາຮ໌ (ລິເວີພູນ)
  2. 12 ຄັ້ງ: ເຈຄອບ ເມີຟີ (ນິວຄາເຊີນ)
  3. 11 ຄັ້ງ: ແອນໂທນີ ເອລັງກາ (ຟອເຣສ)

ສະຖິຕິທີ່ໜ້າສົນໃຈ:

  • ເກມທີ່ມີປະຕູຫຼາຍສຸດ: ທັອດແຕນຮາມ ແພ້ ລິເວີພູນ 3-6
  • ຊະນະຂາດລອຍສຸດທີ່ເຮືອນ: ຟອເຣສ ຊະນະ ໄບຣທຕັນ 7-0
  • ຊະນະຂາດລອຍສຸດຍ້ອນ: ອິບສວິດ ແພ້ ແມນຊິຕີ້ 0-6

ລະດູການນີ້ຖືວ່າເປັນຄວາມສຳເລັດອັນຍິ່ງໃຫຍ່ຂອງລິເວີພູນພາຍໃຕ້ການນຳຂອງໂຄ້ຊໃຫມ່ ແລະ ການແສດງທີ່ໂດດເດັ່ນຂອງ ຊາລາຮ໌ ທີ່ຄວ້າທັງດາວຊົງໂວ ແລະ ຈອມແອສຊິສ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ