
ຄົນເກີດວັນອາທິດ:ການງານເບິ່ງຄືຈະຖ້າຈັງຫວະໃນເລື່ອງຂອງການລົງທຶນຫລາຍກວ່າ ຖ້າຍັງບໍ່ແນ່ໃຈ ຢ່າຫາກໍ່ລົງທຶນເຮັດທຸລະກິດໃດໆ ໃຫ້ຖ້າເບິ່ງໄປກ່ອນຈະດີທີ່ສຸດ ການເງິນໄດ້ເຂົ້າມາວ່ອງໄວ ກໍຕ້ອງຈ່າຍອອກໄປຢ່າງວ່ອງໄວດ້ວຍເຊັ່ນກັນ ບໍ່ສາມາດຄວບຄຸມລາຍຈ່າຍໃດໆໄດ້ ຄວາມຮັກຈະມີຄົນເຂົ້າມາໃຫ້ເລືອກ ທ່ານເປັນຄົນໃຈຮ້ອນເກັ່ງ ມີຄວາມສາມາດ ເຄື່ອງມຸງຄຸນຕຸ້ມຫູຄໍາ ສີມຸງຄຸນສີຂາວ
ເລກນຳໂຊກ1
ຄົນເກີດວັນຈັນ:ການງານເຮັດວຽກດ້ວຍຄວາມລະອຽດຮອບຄອບກໍຈະສົ່ງຜົນດີີກັບຕົນເອງສະເໝີ ການເງິິນຫາເຂົ້າມາໄດ້ ແຕ່ກໍຕ້ອງຈ່າຍອອກໄປຢ່າງວ່ອງໄວດ້ວຍເຊັ່ນກັນ ຄວາມຮັກຍັງເບິ່ງໆ ຢູ່ຫລາຍກວ່າ ຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມຮັກໃນຊ່ວງນີ້ ເຖິງແມ່ນຈະພົບຄົົນທີ່ຖືກໃຈແລ້ວກໍຕາມ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານຄວາມສະຫລາດໃນເລື່ອງຂອງການຕໍ່ລອງ ຈະເຮັດໃຫ້ຕົນເອງນັ້ນເຮັດວຽກປະສົບຄວາມສຳເລັດໄດ້ດີຂຶ້ນ ແຕ່ກໍມີອຸປະສັກອີກຫລາຍທີ່ຕ້ອງແກ້ໄຂ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍໃນຊ່ວງນີ້ ຄວາມຮັກຢາກຈະເບິ່ງສະຖານນະການຫລາຍກວ່າ ຍັງບໍ່ຕັດສິນໃຈໃນເລື່ອງຄວາມຮັກໃນຊ່ວງນີ້ ເຄື່ອງມຸງຄຸນສາຍຄໍຄໍາ ສີມຸງຄຸນສີຟ້າ ເລກນຳໂຊກ8
ຄົນເກີດວັນພຸດ:ການງານເມື່ອຍກ່ຽວກັບເລື່ອງຂອງການງານ ຕ້ອງແກ້ໄຂບັນຫາສະເພາະໜ້າຕ່າງໆ ໃຫ້ຜ່ານພົ້ນໄປໃຫ້ໄດ້ ການເງິນພໍທີ່ຈະໝຸນຫາໃຫ້ຜ່ານພົ້ນໄປໄດ້ສະເໝີໃນຊ່ວງນີ້ ແລະ ຈະຊື້ຂອງທີ່ຖືກໃຈເຂົ້າມາໃຫ້ກັບຕົນເອງ ຄວາມຮັກລະວັງຄວາມໃຈຮ້ອນ ຄຳເວົ້າທີ່ກົງເກີນໄປ ສົ່ງຜົນຕໍ່ຄວາມສຳພັນຈົນຂັດແຍ້ງ ແຕກແຍກ ແລະ ເລີກລາ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີສົ້ມ ເລກນຳໂຊກ7
ຄົນເກີດວັນພະຫັດ:ການງານລະວັງຄວາມຜິດພາດກ່ຽວກັບເລື່ອງເອກະສານສັນຍາສົ່ງຜົນຕໍ່ຄວາມເປັນໂມຄະ ການເງິນຫາເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ດວງດີຂຶ້ນກວ່າແຕ່ກ່ອນ ຄວາມຮັກຍັງບໍ່ໄດ້ຮັບຄວາມຊັດເຈນຈາກຄົນຮັກໃນຊ່ວງນີ້ ລະວັງຈະພົບບັນຫາຮັກຊ້ອນແບບບໍ່ທັນຕັ້ງຕົວ ເຄື່ອງມຸງຄຸນເງິນ ສີມຸງຄຸນສີເທົາ ເລກນຳໂຊກ2
ຄົນເກີດວັນສຸກ:ການງານເຮັດວຽກຢ່າງລະອຽດຮອບຄອບ ແລະ ເປັນລະບຽບ ຈະເປັນໂຊກກັບຕົນເອງຫລາຍທີ່ສຸດໃນຊ່ວງນີ້ ການເງິນຫາເງິນເຂົ້າມາໄດ້ກໍຕ້ອງຈ່າຍອອກໄປຢ່າງວ່ອງໄວ ບໍ່ສາມາດປັບແກ້ສະຖານນະການໃດໆ ໄດ້ໃນຊ່ວງນີ້ ຄວາມຮັກຍັງມຸ່ງໝັ້ນໃນເລື່ອງຂອງການເຮັດວຽກງານ ຫລາຍກວ່າທີ່ຈະທຸ້ມເທດ້ານຄວາມຮັກນັ້ນເອງ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີແດງ ເລກນຳໂຊກ7
ຄົນເກີດວັນເສົາ:ການງານຊ່ວງນີ້ຄວນຢຸດພັກເພື່ອລໍຖ້າເບິ່ງ ແລະ ວາງແຜນ ຫລາຍກວ່າທີ່ຈະລົງທຶນເຮັດຫຍັງ ການເງິນຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ໃນຊ່ວງນີ້ມີໂຊກທາງດ້ານການເງິນນັ້ນເອງ ຄວາມຮັກຈະພົບຄົົນທີ່ມີສະເໜ່ຫລາຍໆ ໃນຊ່ວງນີ້ ທ່ານເປັນຄົນເກັ່ງ ມີຄວາມສາມາດຫລາຍໆ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ3
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














