ຂ່າວ-Tou-Vientianepost (29)
ພະແນກສາທາລະນະສຸກແຂວງບໍລິຄໍາໄຊ ຈັດກອງປະຊຸມການຮ່ວມມືດ້ານສາທາລະນະສຸກ ຊາຍແດນ ລາວ-ໄທ
ຮຽບຮຽງໂດຍ:Staff
ເຜີຍແຜ່: 4 May, 2023
ໝວດ: ຂ່າວ

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພະແນກສາທາລະນະສຸກແຂວງບໍລິຄໍາໄຊ ຈັດກອງປະຊຸມການຮ່ວມມືດ້ານສາທາລະນະສຸກ ຊາຍແດນ ລາວ-ໄທ, ແຂວງບໍລິຄໍາໄຊ-ຈັງຫວັດບຶງການ ໃນວັນທີ 28 ເມສາ 2023 ຜ່ານມາ ເພື່ອໄດ້ແລກປ່ຽນບົດຮຽນ ແລະ ຄໍາຄິດເຫັນ ກ່ຽວກັບການຮ່ວມມືດ້ານສາທາລະນະສຸກ ແລະ ກົດລະບຽບສາກົນທາງດ້ານສາທາລະນະສຸກ ລະຫວ່າງປະເທດ ໂດຍ

ການເປັນປະທານຂອງທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກ ແຂວງບໍລິຄໍາໄຊ, ທ່ານ ພະມອນ ດະຣຸນ ຫົວໜ້າສາທາລະນະສຸກຈັງຫວັດ ບຶງການ, ຣາຊະອານາຈັກໄທ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໃນປີຜ່ານມາ, ສອງຝ່າຍໄດ້ດໍາເນີນການຮ່ວມມືກັນເປັນຢ່າງດີ, ກົນໄກການຮ່ວມມືດັ່ງກ່າວເປັນພື້ນຖານທີ່ດີ ໃນການແກ້ໄຂບັນຫາຮ່ວມກັນ ໃນລະດັບແຂວງ-ຈັງຫວັດ ແລະ ຍັງເປັນການສົ່ງເສີ່ມຄວາມສໍາພັນຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ແຂວງບໍລິຄໍາໄຊ-ຈັງຫວັດບຶງການ ໃຫ້ມີການໄປມາຫາສູ່ກັນຢ່າງສະດວກ ແລະ ສົ່ງຜົນດີຕໍ່ວຽກງານສາທາລະນະສຸກຂອງທັງສອງຝ່າຍຢ່າງຕໍ່ເນື່ອງ.

ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ມີການລົງນາມເຊັນບົດບັນທຶກ ສືບຕໍ່ຮ່ວມມືດ້ານວຽກງານສາທາລະນະສຸກ ເຊິ່ງລວມມີ 6 ວຽກງານໃຫຍ່ ເປັນຕົ້ນ ການຮ່ວມມືໃນການເຝົ້າລະວັງ ປ້ອງກັນພະຍາດ ແລະ ໄພສຸຂະພາບ; ການຮ່ວມມືດ້ານສົ່ງເສີ່ມສຸຂະພາບ; ການຮັກສາພະຍາບານ ແລະ ການຮັບ-ສົ່ງຕໍ່ຄົນເຈັບ; ການຮ່ວມມືດ້ານການຄຸ້ມຄອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການ

ແພດ; ການຮ່ວມມືດ້ານການພັດທະນາບຸກຄະລາກອນ; ເຫັນດີໃຫ້ມີກອງປະຊຸມແລກປ່ຽນບົດຮຽນ ດ້ານສາທາລະນະສຸກທັງສອງຝ່າຍ ໂດຍຜັດປ່ຽນກັນເປັນເຈົ້າພາບ 1 ຄັ້ງຕໍ່ປີ ແລະ ເຫັນດີໃຫ້ມີການປຶກສາກໍລະນີຄົນເຈັບສຸກເສີນ ໂດຍຜ່ານລະບົບ Tele-Medicine ເພື່ອໃຫ້ສະດວກກ່ອນການນຳສົ່ງຄົນເຈັບ. ພ້ອມດຽວກັນ ໃຫ້ມີການຮ່ວມມືພັດທະນາຄວາມຮູ້ ທາງດ້ານສາທາລະນະສຸກ ຂອງທັງສອງຝ່າຍ.

ຂ່າວ: ສີເວດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ