
ຜູ້ຜະລິດເຄື່ອງກິລາຊື່ດັງຈາກຍີ່ປຸ່ນ ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ
ຜູ້ຜະລິດເຄື່ອງກິລາຊື່ດັງຈາກຍີ່ປຸ່ນ
ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ
————————————-
ວັນທີ 9 ມິຖຸນາ 2025 ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ດົງລຶກ ຈາກປະເທດຫວຽດນາມ
ໃນນາມຕົວແທນຈຳໜ່າຍ ຜະລິດເຄື່ອງກິລາຍີ່ຫໍ້ JOGARBOLA ຈາກປະເທດຍີ່ປຸ່ນ
ໄດ້ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ (2025-2028) ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ.

ລົງນາມໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ເລວູຮົງງອກ ຜູ້ອໍານວຍການ ຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫງວຽນທິຕວນ ທີ່ປຶກສາປະຈຳສະມາຄົມຫວຽດນາມປະຈໍາລາວ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ, ຄູຝຶກ, ນັກກີລາທີມຊາດລາວ ທັງຊຸດຍິງ ແລະ ຊາຍ ຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດນີ້, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຈຸດປະສົງ ການເຊັນສັນຍາຮ່ວມມືຄັ້ງນີ້,” ທັງສອງຝ່າຍໄດ້ມີເປົ້າໝາຍ ແລະ ຄວາມມຸ້ງມາດປາດຖະໜາທີ່ຈະພັດທະນາກິລາບານເຕະຮ່ວມກັນ, ເຊິ່ງ ກຸ່ມບໍລິສັດ ດົງລຶກ ຈະເປັນຜູ້ອຸປະຖຳດັ່ງນີ້:

ໂອກາດດຽວກັນ, ທ່ານ ນາງ ເລວູຮົງງອກ ຜູ້ອໍານວຍການ ຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ກ່າວວ່າ: ເປັນເວລາຫຼາຍກວ່າ 35 ປີ, ກຸ່ມບໍລິສັດ ດົງລຶກ ໄດ້ທຸ້ມເທເຂົ້າໃນການສະໜັບສະໜູນ ແລະ ພັດທະນາວົງການກີລາທົ່ວຫວຽດນາມ ແລະ ຕ່າງປະເທດ ເລີ່ມຈາກກິລາບານເຕະ, ບານສົ່ງ, ດອກປີກໄກ່, ເທັນນິສ ແລະ ກິລາປະເພດອື່ນໆ, ມື້ນີ້ຖືເປັນຂີດໝາຍພິເສດໃນການສະໜັບສະໜູນທີມຊາດລາວຢ່າງເປັນທາງການ.
ຂໍ້ມູນຂ່າວຈາກ : ຂ່າວກິລາ Lao National TV
Photo: LaoFF
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Wednesday, 5 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














